ຄະນະຊາວໜຸ່ມກົມແຜນການ ແລະ ການຮ່ວມມືລົງເຄື່ອນໄຫວສ້າງກິດຈະກໍາໃຫ້ໂຮງຮຽນປະຖົມສົມບູນບ້ານດົງຊຽງດີ, ເມືອງໄຊທານີ ນະຄອນຫຼວງວຽງຈັນ
By Bounam chittanavong On 21 Apr, 2014 At 10:16 AM | Categorized As ຂ່າວພາຍໃນ, ຂ່າວ | With 0 Comments

10298764_618694064880529_4836742128476789168_n

ເພື່ອເປັນການຊ່ວຍເຫຼືອໃນການປັບປຸງ ແລະ ສ້າງບັນຍາກາດໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານດົງຊຽງດີໃຫ້ມີຄວາມສະອາດ ເປັນລະບຽບ ແລະ ມີບັນຍາກາດດີທີ່ເອື້ອອໍານວຍຕໍ່ການຮໍ່າຮຽນຂອງບັນດານ້ອງນ້ອຍນັກຮຽນຕາມຄໍາຂວັນທີ່ວ່າ: “ໂຮງຮຽນສະອາດສ້າງບັນຍາກາດໃນການຮໍ່າຮຽນ” ແລະ ທັງເປັນການເຄື່ອນໄຫວສ້າງກິດຈະກໍາຂອງຄະນະຊາວໜຸມກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້ານັ້ນໃນຕອນແລງຂອງວັນທີ 04 ເມສາ2014 ຄະນະຊາວໜຸ່ມຂອງກົມ, ຊຶ່ງນໍາພາໂດຍ ທ່ານ ພູວຽງ ພົງສາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ປະກອບມີຫົວໜ້າ, ຮອງຫົວໜ້າ ແລະ ຄະນະສະມາຊິກຊາວໜຸ່ມຂອງກົມແຜນການ ແລະ ການຮ່ວມມື ໄດ້ພາກັນນຳເອົາວັດຖຸອຸປະກອນການຮຽນຈໍານວນໜຶ່ງ ລົງເຄື່ອນໄຫວສ້າງກິດຈະກໍາຊ່ວຍເຫຼືອແກ່ໂຮງຮຽນປະຖົມສົມບູນບ້ານດົງຊຽງດີ, ຊຶ່ງໂຮງຮຽນປະຖົມດັ່ງກ່າວເປັນອາຄານຊັ້ນດຽວມີ 05 ຫ້ອງຮຽນ ແລະ ມີ 01 ຫ້ອງການ, ມີຈໍານວນຄູອາຈານ

ທັງໝົດ 05 ຄົນ, ຍິງ 05 ຄົນ ແລະ ມີຈໍານວນນັກຮຽນທັງໝົດ 71 ຄົນ, ຍິງ 43 ຄົນ. ການລົງເຄື່ອນໄຫວສ້າງກິດຈະກໍາໃນຄັ້ງນີ້ປະກອບມີ: ທາສີຝາພາຍໃນພາຍນອກ ແລະ ປະຕູປ່ອງຢ້ຽມອອ້ມອາຄານຮຽນ, ປະດັບປະດາເອ້ຍ້ອງຫ້ອງຮຽນ, ປູກຕົ້ນໄມ້, ແຂ່ງຂັນກິລາ ແລະ ມອບອຸປະກອນການສຶກສາ ແລະ ເຄື່ອງກິລາ ໃຫ້ແກ່ນ້ອງນ້ອຍນັກຮຽນ ພ້ອມກິດຈະກໍາອື່ນໆ ເຊິ່ງທຶນສະໜັບສະໜຸນດັ່ງກ່າວ ໄດ້ມາຈາກການປະກອບສ່ວນຈາກສະມາຊິກຊາວໜຸ່ມ ແລະ ພະນັກງານພາຍໃນກົມ ແລະ ລາຍໄດ້ຈາກການຂາຍເສື້ອຊາວໜຸ່ມ ແລະ ຈອກກາເຟ ໃຫ້ແກ່ບັນດາສະມາຊິກຊາວໜຸ່ມພາຍໃນກະຊວງ. ການເຄື່ອນໄຫວແຕ່ລະກິດຈະກຳ ແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ, ຮອຍຍິ້ມທີ່ມີຄວາມສຸກ ແລະ ມີຄວາມໝາຍສໍາຄັນຕໍ່ທັງຄະນະຊາວໜຸ່ມ, ຄູອາຈານ ແລະ ນ້ອງນັກຮຽນທັງໝົດ.
ດ້ານອົງການຈັດຕັ້ງບ້ານກໍ່ຄືໂຮງຮຽນປະຖົມບ້ານດົງຊຽງດີກໍ່ໄດ້ສະແດງຄວາມພາກພູມໃຈ ແລະ ຂອບໃຈມາຍັງຄະນະທີມງານຊາວໜຸ່ມກົມແຜນການ ແລະ ການຮ່ວມມືທີ່ໄດ້ລົງເຄື່ອນໄຫວສ້າງກິດຈະກໍາດີໆໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານດົງຊຽງດີ.

10173556_618694171547185_2053865190638635107_n