ຫາລືຈັດຕັ້ງຄະນະເຮັດວຽກ ກະກຽມການຈົດທະບຽນແຫຼ່ງກຳເນີດຜະລິດຕະພັນ ກາເຟບໍລິເວນ
By sonsathit rasavong On 9 Apr, 2014 At 09:02 AM | Categorized As ຂ່າວພາຍໃນ | With 0 Comments

​ໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ຄ້າ​ຂອງ​ກາ​ເຟລາວ, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ຈຳປາ​ສັກ​ ຮ່ວມ​ກັບ ກຸ່ມ​ຜູ້​ຜະລິດ​ກາ​ເຟ, ສະມາຄົມ​ກາ​ເຟລາວ​ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ເພື່ອ​ຈັດ​ຕັ້ງ​ຄະນະ​ເຮັດ​ວຽກ ​ເພື່ອ​ກະກຽມ​ການ​ຈົດ​ທະບຽນ​ແຫຼ່ງກຳ​ເນີ​ດຜະລິດ​ຕະພັນ ກາ​ເຟບໍລິ​ເວນ.

ກອງ​ປະຊຸມ​ມີ​ຂຶ້ນ​ໃນ​ອາທິດ​ຜ່ານ​ມາ ຢູ່​ຫ້ອງ​ປະຊຸມ​ສະມາຄົມ​ກາ​ເຟລາວ ທີ່​ແຂວງ​ຈຳປາ​ສັກ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳ​ໝັ້ນ ພັນທະ​ລາ ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ຈຳປາສັກ, ທ່ານ ພູ​ວຽງ ລາດຊະ​ໂຍ ຮອງ​ຫົວໜ້າພະ​ແນ​ກວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ແຂວງ​ຈຳປາ​ສັກ, ພ້ອມ​ດ້ວຍ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ ຄຳ​ໝັ້ນ ພັນທະ​ລາ ກ່າວ​ວ່າ: ​ໃນ​ປັດຈຸບັນ​ການ​ພັດທະນາຂະ​ແໜງ​ການ​ກາ​ເຟນັບ​ມື້​ນັບ​ມີ​ການ​ຂະຫຍາຍຕົວ ​ແລະ ປັບປຸງ​ຮູບ​ແບບ​ການ​ຜະລິດ ​ໂດຍ​ສະ​ເພາະ​ວິຊາ​ການຂອງ​ໂຄງການ​ໄດ້​ປະສານ​ສົມທົບ​ກັບ​ທຸກໆ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ ​ແລະ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ໃນ​ການ​ກະກຽມ​ຈົດ​ທະບຽນ​ແຫຼ່ງກຳ​ເນີ​ດ (ກາ​ເຟບໍລິ​ເວນ).

ອີງ​ໃສ່​ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຜ່ານ​ມາ, ການ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ​ດ້ານ​ກະສິກຳ​ແມ່ນ​ໜຶ່ງ​ໃນ 4 ​ເປົ້າ​ໝາຍ​ໃຫຍ່​ຂອງ​ແຜນ​ພັດທະນາ​ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້.

ວຽກ​ງານ​ດັ່ງ​ກວ່າສຸດທີ່ມີຄວາມໝາຍສຳຄັນເພາະມັນໝາຍເຖິງການປະກອບສ່ວນອັນໃຫຍ່ຫຼວງຕໍ່ເສດຖະກິດແຫ່ງຊາດ, ເປັນແຫຼ່ງສ້າງລາຍຮັບເງິນຕາ ກໍ່ຄືການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າ ເພື່ອກ້າວໄປເຖິງການຫຼຸດຜ່ອນຄວາມທຸກຈົນກໍ່ຄືການກ້າວອອກຈາກປະເທດດ້ອຍພັດທະນາໃນປີ 2020 ເຊິ່ງແມ່ນເປົ້າໝາຍຂອງລັດຖະບານລາວໄດ້ວາງໄວ້.

ທ່ານກ່າວຕື່ມວ່າ: ຢ່າງໃດກໍ່ຕາມເຖິງວ່າພວກເຮົາໄດ້ປະສົບຜົນສຳເລັດຈຳນວນໜຶ່ງໃນການສົ່ງເສີມການຜະລິດສິນຄ້າດ້ານກະສິກຳ ເພື່ອຮັບໃຊ້ການບໍລິໂພກພາຍໃນ ແລະ ການສົ່ງອອກເປັນຕົ້ນແມ່ນກາເຟ ແລະ ພືດອື່ນໆ ທີ່ມີທ່າກ້າວການຂະຫຍາຍຕົວດີພໍສົມຄວນ ແຕ່ພວກກໍ່ຍັງຜະເຊີນໜ້າກັບສິ່ງທີ່ທ້າທາຍຫຼາຍປະການບໍ່ວ່າທາງດ້ານປະລິມານ ແລະ ຄຸນນະພາບຈາກສິນຄ້າ, ການແຂ່ງຂັນຈາກພາຍນອກ, ການເໜັງຕີງຂອງລາຄາ, ການຈັດຕັ້ງກຳລັງການຜະລິດ, ການປຸງແຕ່ງຕະຫຼອດເຖິງນະໂຍບາຍທີ່ສອດຄ່ອງ ເພື່ອສ້າງສະພາບແວດລ້ອມການຜະລິດທີ່ແທດເໝາະກັບສະພາບຕົວຈິງຂອງປະເທດ, ສິ່ງທ້າທາຍເຫຼົ່ານີ້ແມ່ນຕ້ອງການຄວາມເປັນເອກະພາບສູງຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວ.

ທ່ານຍັງໄດ້ຮຽກຮ້ອງບັນດາຜູ້ແທນໃນກອງປະຊຸມຄົ້ນຄວ້າພິຈາລະນາແລກປ່ຽນຄຳຄິດເຫັນ ໂດຍອີງໃສ່ຈຸດປະສົງຂອງກອງປະຊຸມ, ດັ່ງທີ່ທ່ານຮູ້ແລ້ວວ່າໃນຍຸດທະສາດພັດທະນາກາເຟລາວແຕ່ນີ້ຮອດປີ 2020 ໄດ້ກຳນົດເອົາວຽກງານການປັບປຸງຄຸນນະພາບກາເຟ ແລະ ການໂຄສະນາກາເຟລາວຄຸນນະພາບສູ່ຕະຫຼາດສາກົນແມ່ນໜຶ່ງໃນ 6 ທິດທາງສຳຄັນຂອງຍຸດທະສາດ. ສະນັັ້ນ, ການສ້າງເຄື່ອງໝາຍຄຸນນະພາບ ແຫຼ່ງກຳເນີດ ຫຼື Geographical indication (GI) ແມ່ນໜຶ່ງໃນວຽກງານທີ່ຈະສ້າງໃຫ້ກາເຟລາວມີພາບພົດດ້ານຄຸນນະພາບໃນຕະຫຼາດໂລກ ແລະ ນຳມາເຊິ່ງມູນຄ່າເພີ່ມໃຫ້ແກ່ຂະແໜງກາເຟລາວ.

ການຢັ້ງຢືນຈາກພູມີສາດຂອງຜະລິດຕະພັນໃດໜຶ່ງ (GI) ແມ່ນມີຄວາມສຳຄັນຫຼາຍໃນການໂຄສະນາຄຸນນະພາບສິນຄ້າຂອງຜະລິດຕະພັນກາເຟ ເພື່ອໄດ້ມູນຄ່າເພີ່ມທີ່ສຳຄັນແກ່ທຸກພາກສ່ວນທີ່ມີສ່ວນຮ່ວມໃນຂົງເຂດດັ່ງກ່າວ, ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ, ຈຶ່ງຈຳເປັນຕ້ອງກຽມຄວາມພ້ອມໃນການຈົດທະບຽນຢັ້ງຢືນ (GI) ຂອງກາເຟລາວ (ກາເຟບໍລິເວນ) ໃນມໍ່ໆນີ້.