ກົມອຸດສາຫະກຳແລະຫັດຖະກຳເປີດບັ້ນແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ
By sonsathit rasavong On 7 Apr, 2014 At 02:10 PM | Categorized As ຂ່າວພາຍໃນ | With 0 Comments

ມື້ວານນີ້ ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ເປີດບັ້ນການເຄື່ອນໄຫວວຽກງານສ້າງຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສົກປີ 2013-2015 ຂຶ້ນ ເພື່ອກະກຽມຂຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງໃຫຍ່ສອງວັນປະຫວັດສາດຂອງຊາດຄື: ວັນສ້າງຕັ້ງພັກຄົບຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ທັງເປັນການສ້າງພະນັກງານໃຫ້ມີຄວາມຫ້າວຫັນໃສ່ໜ້າທີ່ໆຮັບຜິດຊອບ ປະກອບສ່ວນໃນການພັດທະນາປະເທດຊາດ.

ຂະບວນການແຂ່ງຂັນຍ້ອງຍໍສົກປີ 2013-2015 ຂອງກົມອຸດສາຫະກຳ ແລະ ຫັດຖະກຳ ມີການແຂ່ງຂັນກັນລະຫວ່າງພະແນກ ແລະ ພະແນກພາຍໃນກົມ, ບຸກຄົນ ແລະ ສາມອົງການຈັດຕັ້ງມະຫາຊົນພາຍໃນກົມ ເພື່ອເປັນການຍົກລະດັບຄວາມສາມາດໃນການຊີ້ນຳໆພາ ພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຕາມທິດບຸກທະລຸ ເຮັດໃຫ້ວຽກງານໃນຂະແໜງການມີໃບໜ້າໃໝ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ.

ທ່ານ ມະໂນຮັກ ຣາຊະຈັກ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ຄາດໝາຍການເປີດບັ້ນຂະບວນແຂ່ງຂັນ ແລະ ຍ້ອງຍໍເທື່ອນີ້ ຕ້ອງສ້າງໃຫ້ໄດ້ສະມາຊິກພັກ, ພະນັກງານລັດຖະກອນຜູ້ທີ່ດີເດັ່ນ, ມີສະຕິຮັກຊາດ, ສະຕິເອກະລາດ, ດ້ານວຽກງານວິຊາສະເພາະແມ່ນຕ້ອງກຳແໜ້ນ ແລະ ປະຕິບັດວຽກງານຄົ້ນຄວ້າສັງລວມ, ວຽກງານສົ່ງເສີມ-ອຸດສາຫະກຳ, ວຽກງານມາດຕະຖານການຜະລິດຕະພັນອຸດສາຫະກຳ ແລະ ວຽກງານສິ່ງແວດລ້ອມ ແລະ ເຄມີອຸດສາຫະກຳ.

ທ່ານກ່າວຕື່ມອີກວ່າ: ການເຂົ້າຮ່ວມເຄື່ອນໄຫວໃນຂະບວນການດັ່ງກ່າວ ຕ້ອງໄດ້ເອກະພາບຕາມການຈັດຕັ້ງປະຕິບັດ ພື້ນຖານພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບຂອງກົມອຸດສາຫະກຳ ແລະ ຫັດຖະກຳ ເປັນຕົ້ນແມ່ນ ການນຳພາດ້ານການເມືອງແນວຄິດ, ການປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງ, ການປັບປຸງແບບແຜນວິທີເຮັດວຽກ, ການປະຕິບັດໜ້າທີ່ວິຊາສະເພາະ ແລະ ການຈັດຕັ້ງປະຕິບັດ 5 ສ.

ທ່ານ ດຣ. ສົມພວງ ພຽນພິນິດ ຄະນະພັກກະຊວງ ຫົວໜ້າອະນຸກຳມະການຊີ້ນຳດ້ານເນື້ອໃນການແຂ່ງຂັນຍ້ອງຍໍຂັ້ນກະຊວງກ່າວວ່າ: ການເປີດບັ້ນແຂ່ງຂັນ-ຍ້ອງຍໍ ແມ່ນໜຶ່ງໃນແບບແຜນນະໂຍບາຍຂອງພັກ ແລະ ລັດຖະບານເຮົາ ເພື່ອສ້າງພະນັກງານ ໃຫ້ມີຄວາມສາມັກຄີ ຮູ້ພັດທະນາວຽກງານຂອງຕົນໃຫ້ເຂົ້າກັບສະພາບການ, ໝູ່ຄະນະ. ພ້ອມດຽວກັນກໍ່ເປັນການພັດທະນາໜ້າວຽກຕົວຈິງໃນຂົງເຂດ ເພື່ອສ້າງຄວາມສະດວກເອື້ອອຳນວຍໃຫ້ແກ່ພາກສ່ວນທຸລະກິດໃຫ້ມີຄວາມເຂັ້ມແຂງ ແລະ ຄຸ້ມຄອງພາກສ່ວນທຸລະກິດໃຫ້ມີການຂະຫຍາຍຕົວໄປໃນທິດທີ່ຕັ້ງໜ້າ.

ເຂົ້າຮ່ວມໃນພິທີມີ ທ່ານ ດຣ. ສົມພວງ ພຽນພິນິດ, ຄະນະພັກກະຊວງ ຫົວໜ້າອະນຸກຳມະການຊີ້ນຳດ້ານເນື້ອໃນການແຂ່ງຂັນຍ້ອງຍໍຂັ້ນກະຊວງ, ທ່ານ ມະໂນຮັກ ຣາຊະຈັກ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງ ອຸດສາຫະກຳ ແລະ ການຄ້າ ມີພະນັກງານຈາກກົມອຸດສາຫະກຳ ແລະ ຫັດຖະກຳເຂົ້າຮ່ວມ.