ມອບ-ຮັບ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ລະຫວ່າງຄົນໃໝ ແລະ ຄົນເກົ່າ
By Bounam chittanavong On 1 Apr, 2014 At 04:35 PM | Categorized As ຂ່າວສຳຄັນ | With 0 Comments

ວັນທີ 31 ມີນາ ຜ່ານມານີ້, ຢູ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ດຣ. ນາມ ວິຍະເກດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ເກົ່າ ເຊິ່ງຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ຫ້ອງ ວ່າການລັດຖະບານ ແລະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວ ຮັບໜ້າທີ່ເປັນ ເລຂາຄະນະພັກ, ລັດຖະມົນ ຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າຜູ້ໃໝ່.

ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກ ງານເສດຖະກິດ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າ ຈັດຕັ້ງຄະນະສູນກາງພັກ, ບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.