ປະກາດຈັດຕັ້ງສະພາການຄ້າ ແລະ ອຸດສາຫະກໍາ ແຂວງເຊກອງ
By Bounam chittanavong On 21 Mar, 2014 At 09:09 AM | Categorized As ຂ່າວພາຍໃນ | With 0 Comments

ຕອນເຊົ້າ ວັນທີ 14 ມີນາ ທີ່ຫ້ອງປະຊຸມ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເຊອງ ໄດ້ມີພິທີປະກາດຈັດຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາປະຈໍາແຂວງ ເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ພອນເພັດ ຄີວດາວົງ ຮອງເຈົ້າແຂວງໆເຊກອງ ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງທີ່ກ່ຽວຂອງອອ້ມຂ້າງແຂວງເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 75/ຈຂ.ຊກ, ລົງວັນທີ 18 ທັນວາ 2013 ວ່າດ້ວຍການຕັ້ງສະພາການຄ້າ ແລະ ອຸດສາຫະກໍາຂັ້ນແຂວງ ແລະ ຂໍ້ຕົກລົງສະບັບເລກທີ 76/ຈຂ.ຊກ, ລົງວັນທີ 18 ທັນວາ 2013 ວ່າດ້ວຍການແຕ່ງຕັ້ງປະທ່ານ, ຮອງປະທ່ານ ແລະ ກໍາມະການຂອງສະພາການຄ້າ ແລະ ອຸດສາຫະກໍາຂັ້ນແຂວງ, ຊຶ່ງໃນກອງປະຊຸມໄດ້ເຫັນດີເລືອກເອົາ ທ່ານ ວິໄຊ ໄຍຍະສານ ເປັນປະທ່ານ, ທ່ານ ບຸນແຄນ ໄຊສົງຄາມ ເປັນຮອງປະທ່ານ, ທ່ານ ທອງຄານ ຄູນປະເສີດ ເປັນຮອງປະທ່ານ, ທ່ານບຸນຍົງ ເກດຈັນ ເປັນກໍາມະການ ແລະ ທ່ານ ເພັດດາວອນ ຈະເລີນສຸກ ເປັນກໍາມະການ. ໃນຕອນທ້າຍຂອງພິທີ ທ່ານຮອງເຈັ້າແຂວງໄດ້ໃຫ້ຄໍາຄິດເຫັນກ່ຽວກັບຄວາມໝາຍ ແລະ ຄວາມສໍາຄັນໃນການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກໍາຂັ້ນແຂວງປະຈໍາແຂວງເຊກອງຂຶ້ນ.