ກອງປະຊຸມປຶກສາຫາລືຮ່ວມລະຫວ່າງພາກລັດ-ທຸລະກິດ ລາວ-ໄທ ຄັ້ງວັນທີ 13 ມີນາ 2014 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ
By Bounam chittanavong On 17 Mar, 2014 At 04:09 PM | Categorized As ຂ່າວສຳຄັນ | With 0 Comments

ກອງປະຊຸມປຶກສາຫາລືຮ່ວມລະຫວ່າງພາກລັດ-ທຸລະກິດ ລາວ-ໄທ ຖືກຈັດຂຶ້ນໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການ ກະຊວງອຸດ ສາຫະກຳ ແລະ ການຄ້າ ສປປ ລາວ ແລະ ທ່ານ ພິດຊະນຸ ຈັນວິທັນ ເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ ໃນຄັ້ງວັນທີ 13 ມີນາ 2014 ທີ່ໂຮງ ແຮມລາວພຣາຊາ, ນະຄອນຫຼວງວຽງຈັນ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຜູ້ຕາງໜ້າ ແລະ ນັກວິທະຍາກອນຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງລາວໃນການນຳສະເໜີບັນດານະໂຍບາຍ, ລະບຽບການ ທີ່ຕິດພັນການດຳເນີນທຸລະກິດຢ່ ສປປ ລາວ ເພື່ອສ້າງຄວາມເຂົ້າໃຈຂຶ້ນຕື່ມໃຫ້ພາກທຸລະກິດທີ່ເຂົ້າຮ່ວມ.
ການພົວພັນການຄ້າສອງຝ່າຍ ລາວ-ໄທ ໃນໄລຍະຊຸມປີຜ່ານມາມູນຄ່າການຄ້າສອງຝ່າຍລາວ-ໄທ ມີການຂະຫຍາຍຢ່າງຕໍ່ເນື່ອງ ຣາຊະອານາຈັກໄທຍັງຄົງເປັນຄູ່ຄ້າອັນດັບຕົ້ນຂອງລາວ ສະແດງອອກໃນສົກປີ 2013 ມູນຄ່າການຄ້າສາມາດບັນລຸໄດ້ເຖິງ 5.06 ຕື້ໂດລາສະຫະລັດ ໃນນັ້ນ ມູນຄ່າການສົ່ງອອກຂອງລາວບັນລຸໄດ້ 1.35 ຕື້ໂດລາສະຫະລັດ ແລະ ການນຳເຂົ້າໄດ້ 3.70 ຕື້ໂດລາສະຫະລັດ ນີ້ກໍ່ແມ່ນໝາກຜົນອັນໜຶ່ງຂອງການຮ່ວມມືຂອງທັງສອງຝ່າຍ.
ກອງປະຊຸມໃນຄັ້ງນີ້ ຖືວ່າເປັນອີກເວທີໜຶ່ງທີ່ມີຄວາມສຳຄັນໃນການແລກປ່ຽນຄວາມຄິດເຫັນລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍສະເພາະແມ່ນພາກທຸລະກິດຈາກ ຣາຊະອານາຈັກໄທ ທີ່ດຳເນີນທຸລະກິດໃນ ສປປ ລາວ ເພື່ອສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບການດຳເນີນທຸລະກິດໃນລາວ, ທັງເພື່ອເປັນການຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ແກ້ໄຂບັນຫາທີ່ຍັງຄ້າງຄາໃຈແກ່ພາກທຸລະກິດ, ພ້ອມທັງຊຸກຍູ້ໃຫ້ພາກທຸລະກິດຂອງທັງສອງປະເທດໄດ້ມີໂອກາດໃນການຫາຊ່ອງທາງໃນການເຮັດທຸລະກິດຮ່ວມກັນໃຫ້ມີປະສິດທິຜົນດີຂຶ້ນອີກຕື່ມ.