ພິທີມອບຫລຽນໄຊ ງານວາງສະແດງສິນຄ້າຈີນ – ອາຊຽນ ຄັ້ງທີ 10
By admin On 17 Mar, 2014 At 11:44 AM | Categorized As ຂ່າວພາຍໃນ | With 0 Comments

ກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກອງເລຂາເອັກສະໂປລາວ ຮ່ວມ ກັບອົງການປົກ ຄອງນະຄອນຫຼວງວຽງຈັນ ສະຫຼຸບຜົນສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າຈີນ – ອາຊຽນ ຄັ້ງທີ 10 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ ໃນປີ 2013 ໄດ້ຈັດຂຶ້ນໃນວັນທີ 4 ມີ ນານີ້ ທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ມະຫາລາດ, ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າ ການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.
ຈຸດປະສົງຂອງງານແມ່ນເພື່ອຍ້ອງຍໍກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານໃນການກະກຽມ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ – ອາຊຽນ ຄັ້ງທີ 10 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ ຊຶ່ງການປະດັບລຽນໄຊນີ້ມີຄື:
-ຫຼຽນໄຊແຮງງານຊັ້ນ I ໃຫ້ 1 ກົມ ກອງ,
-ຫຼຽນໄຊແຮງງານຊັ້ນ II ໃຫ້ 3 ກົມກອງ ແລະ ຫຼຽນໄຊແຮງງານຊັ້ນ II ໃຫ້ 4 ທ່ານ.
-ຫຼຽນໄຊແຮງງານຊັ້ນ III ໃຫ້ ບຸກຄົນຈຳນວນ 16 ທ່ານ 11 ກົມກອງ,
-ຫຼຽນກາແຮງງານໃຫ້ແກ່ບຸກຄົນ 14 ທ່ານ,
ມອບໃບຍ້ອງຍໍລັດຖະບານໃຫ້ ແກ່ບຸກຄົນ 32 ທ່ານ, ໃຫ້ກົມກອງ 11 ກົມກອງ ແລະ ມອບໃຫ້ພາກທຸລະກິດທີ່ໃຫ້ການສະໜັບສະໜູນ 11 ພາກສ່ວນ,
ມອບໃບຊົມເຊີຍ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ 43 ພາກສ່ວນ ແລະ ມອບໃບຍ້ອງຍໍເຈົ້າຄອງນະຄອນຫຼວງໃຫ້ແກ່ບຸກຄົນ 16 ທ່ານ ແລະ 9 ພາກສ່ວນ.

ໂດຍ ທິລາວັນ

About -