ກອງປະຊຸມວົງແຄບ ASEAN ຄັ້ງທີ 20 ທີ່ປະເທດສິງກະໂປ
By admin On 12 Mar, 2014 At 10:50 AM | Categorized As ຂ່າວສຳຄັນ | With 0 Comments

​ ລັດຖະມົນ​ຕີ​ວ່າການ​ກະຊວງ ​ອຸດສາຫະກຳ ​ແລະ ການ​ຄ້າ ​​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ວົງ​ແຄ​ບ ASEAN ຄັ້ງ​ທີ 2​0 ທີ່​ປະ​ເທດ​ສິງກະ​ໂປ ​​ຈຸດປະສົງ​ຂອງ​ກອງ​ປະ​ຊຸມ​ດັ່ງ​ກ່າວ ​ແມ່ນ​ເພື່ອ​ປຶ​ກສາ​ຫາລື ກ່ຽວກັບຫລັກການການ​ເຊື່ຶອມ​ໂຍງກອງ​ປະ​ຊຸມ ລັດຖະມົນ​ຕີ​ເສດຖະກິດ​ອາຊຽນ ບໍ່​ເປັນ​ທາງ​ການ ຄັ້ງ​ທີ 2​0 ຜ່ານມາ ທີ່​ປະ​ເທດ​ສິງກະ​ໂປ ໃນ​ລະຫວ່າງ​ວັນທີ 26-27 ກຸ​ມພາ 2014 ​ໄດ້​ເນັ້ນ​ໃຫ້​ປະ​ເທດ​ສະມາຊິກ​ອາຊຽນ ຕ້ອງ​ປັບປຸງ​ຫລາຍ​ບັນຫາ ສ້າງ​ຄວາມ​ພ້ອມ​ກ່ອນການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ຫລື ​ເອອີ​ຊີ​ໃນ​ທ້າຍ​ປີ 2015 ​ເພື່ອ​ໃຫ້​ໄດ້ຜົນ​ປະ​​ໂຫຍດໂດຍລວມຕໍ່​ເສດຖະກິດ​ມະຫາ​ພາກ​ຫວັງ​ຫລຸດຜ່ອນ​ຄວາມ​ແຕກ​ຕ່າງ​ດ້ານ​ການ​ພັດທະນາ ພາຍ​ໃນ​ປະ​ເທດ​ສະມາ​ຊິກ

ທ່ານ ດຣ​. ນາມ ວິ​ຍະ​​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຖະ​ແຫລ​ງຜົນສຳ​ເລັດ​ຂອງ​ກອງ​ປະ​ຊຸມ ລັດຖະມົນຕີ​ເສດຖະກິດ​ຊຽນບໍ່​ເປັນ​ທາງ​ການ ຄັ້ງທີ 20 ທີ່​ປະ​ເທດ​ສິງກະ​​ໂປ ​ວ່າ: ​ໃນ​ກອງ​ປະຊຸມ​ໄດ້​ຍົກ​ບັນຫາ​ການ​ເພີ່ມ​ທະວີ ຄວາມ​ຮັບ​ຮູ້ ​ແລະ ປູກ​ຈິ​​ດສຳ​ນຶກ​ກ່ຽວກັບ​ປະຊາ​ຄົມ​​ເສດຖະກິດ​ອາຊຽນ​ໃຫ້​ແກ່​ປະຊາຊົນທົ່ວ​ໄປ ຢ່າງ​ເລິກ​ເຊີ່ງ, ປະຕິບັດ​ແຜນ​ງານ, ຄວາມ​ມີ​ສິດ​ເທົ່າ​ທຽມດ້ານ​ການ​ພັດທະນາ​ຂອງ​ອາຊຽນ ​ໃຫ້​ເກີດ​ຜົນ​ເປັນ​ຈິ​ງ, ຮັດ​ແນ້​ນການ​ຮ່ວມ​ມື​ດ້ານ​ການ​ພັດທະນາ​ທຸລະ​ກິດ ຂະຫນາດ​ນ້ອຍ ​ແລະ ກາງ (SMEs), ບັນດາ​ສັນຍາ​ການ​ບໍລິການ ​ແລະ ການ​ລົງທຶນ ລະຫວ່າງ​ອາຊຽນ-ຢິປຸ່ນ, ອາຊຽນ-ອິນ​ເດຍ ທີ່​ຈະ​ຖືກ​ລົງ​ນາມ​ໃນ​ປີ​ນີ້ ​ເຊິ່ງຈະ​ເປັນ​​ແຮງ​ຍູ້​ຫນູນ ​ໃຫ້​ແກ່​ການ​​ເຊື່ອມ​​​ໂຍງ​ຕະຫລາດ ​ໃນ​ຂົງ​ເຂດ ​ໃຫ້​ຍັບ​ໃກ້​ກັນ​ຫລາຍ​ຂຶ້ນ, ​ເປັນ​ເງື່ອນ​ໄຂ​ອຳນວຍ​​ໃຫ້​ແກ່​ການ​ຄ້າ ​ແລະ ການ​ລົງທຶນ.

​ໃນ​ກອງ​ປະ​ຊຸມ: ສະມາ​ຊິກ​ອາຊຽນຍັງ​ຫາລື​ການຈັດ​ຕັ້ງ​​ແຜນ​​ແມ່​ບົດ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ​ແລະ ການ​ແກ້ໄຂສິ່ງ​ກີດ​ກັ້ນທາງດ້ານ​ການ​ຄ້າ​ທີ່​ບໍ່​ແມ່ນ​ອັດຕາ​ພາ​ສີ. ການ​ເຈ​ລະ​ຈາ ອາຊຽນບວກ 6 ຫລື​ເອີ້ນ​ວ່າ ຄວາມ​​ເປັນ​ຮຸ້ນ​ສ່ວນ​ທາງ​ດ້ານ​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ (Regional Comprehensive Economic Partnership) ທີ່​ໄດ້​ດຳ​ເນີນ​ມາ 3 ຮອບ ນັບ​ແຕ່​​ເດືອນ​ພຶດສະພາ 2013 ​ເປັນ​ຕົ້ນ​ມາ ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2015 ນີ້ ​ເປັນ​ກາລະ​ໂອກາດ​ອັນ​ດີ​​ໃຫ້ແກ່​ອາຊຽນ ​ແລະ ປະ​ເທດ​ຄູ່​ເຈລະຈາ​ ຈະ​ໄດ້ຜົນ​ປະ​ໂຫຍ​ດສູງ​ສຸດຈາກການ​ເຈລະຈາ​ຄັ້ງ​ນີ້ ​​ໃນ​ລັກສະນະຕ່າງ​ຝ່າຍ ຕ່າງ​ມີ​ຜົນ​ປະ​ໂຫຍດ​.

​ໃນ​ໂອກາດ​ນີ້ ທ່ານ ລັດຖະມົນ​ຕີ ຍັງ​ໄດ້​ພົບປະ​ແບບ​ສອງ​ຝ່າຍ ກັບ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສສຫວຽ​ດນາມ ​​ເພື່ອ​ປຶກສາ​ຫາລື​ກ່ຽວກັບ ບັນຫາ​ການ​ຂົນ​ສົ່ງ, ການ​ຄ້າ​ຊາຍ​ແດນ, ສ່ວນພົບປະ​ແບບ​ກັບ ລັດຖະມົນຕີ​ການ​ຄ້າ ປະ​ເທດ​ກຳປູ​ເຈຍ ກ່ຽວກັບການ​​ແກ້​ໄຂ ການນຳ​ໄມ້​ຜ່ານ ສປປລາວ.

 

ໂດຍ: ທິລາວັນ

ຄັດຈາກ: ນສພ ເສດຖະກິດ-ການຄ້າ

About -