ກອງປະຊຸມປະຈໍາປີ ປຶກສາຫາລືແບບມີສ່ວນຮ່ວມໃນການກະກຽມການສ້າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ໄລຍະ 2016-2020
By Bounam chittanavong On 26 Feb, 2014 At 03:11 PM | Categorized As ຂ່າວພາຍໃນ | With 0 Comments

ໃນລະຫວ່າງວັນທີ 26 – 28 ກຸມພາ 2014 ນີ້, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: ກອງປະຊຸມປະຈໍປີ ເພື່ອປຶກສາຫາລືແບບມີສ່ວນຮ່ວມໃນການກະກຽມການສ້າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ໄລຍະ 2016-2020 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມສຳມະນາໃນຄັ້ງນີ້ໂດຍ ທ່ານ ບົວຈັນ ບຸນວົງໄຊ ຮອງຫົວຫນ້າກົມແຜນການ ແລະ ການຮ່ວມມື ມີຜູ້ເຂົ້າຮ່ວມຈາກບັນດາກົມອອ້ມຂ້າງກະຊວງ ແລະ ພະແນກ ອຄ ແຂວງ, ນະຄອນຫຼວງ ເຂົ້າຮ່ວມ 95 ທ່ານ. ຈຸດປະສົງໃນການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນແນໃສ່ປຶກສາຫາລືແບບມີສ່ວນຮ່ວມໃນການກະກຽມການສ້າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ໄລຍະ 2016-2020 ໂດຍກອງປະຊຸມໄດ້ຍົກເອົາ 6 ບັນຫາຂຶ້ນມາປຶກສາຫາລື ແລກປ່ຽນຄໍາເຫັນ ແລະ ຄົ້ນຄວ້າກັນຄື: 1. ສະພາບແວດລ້ອມການດໍາເນີນທຸລະກິດ (ຜົນກະທົບຈາກການປ່ຽນແປງໂຄງສ້າງເສດຖະກິດ, ສະພາບແວດລ້ອມດ້ານລະບຽບກົດໝາຍ, ລະບອບພາສີອາກອນ, ເຂດນິຄົມອຸດສາຫະກໍາ, ນະໂຍບາຍປົກປ້ອງຜູ້ຊົມໃຊ້, ມາດຕະການແຊກແຊງຕະຫຼາດ ແລະ ອື່ນໆ). 2. ການອໍານວຍຄວາມສະດວກດ້ານການຄ້າ ແລະ ການສ້າງເງື່ອນໄຂສະດວກດ້ານພື້ນຖານໂຄງລາງ (Logistic Performence Index), ການຫັນໄປສູ່ແຮງງານທີມີທັກສະ, ແຫຼ່ງທຶນ, ໄຟຟ້າ, ພື້ນຖານໂຄງລາງ, ຂໍ້ມູນຂ່າວສານ ແລະ ອື່ນໆ. 3. ໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງເສດຖະກິດໃນກອບປະຊາຄົມເສດຖະກິດອາຊຽນ(AEC). 4. ໂອກາດ ແລະ ສິ່ງທ້າທາຍທີ່ຕິດພັນກັບການເຊື່ອມໂຍງເສດຖະກິດໃນກອບອົງການການຄ້າໂລກ (WTO), ACMECS, ສອງຝ່າຍກັບຄູ່ຄ້າສໍາຄັນ ແລະ ອື່ນໆ. 5. ຄວາມສາມາດການແຂງຂັນຂອງຂະແໜງອຸດສາຫະກໍາປຸງແຕ່ງໃນລະດັບຂະແໜງ ແລະ ວິສາຫະກິດ. 6. ຄວາມສາມາດແຂງຂັນຂະແໜງການຄ້າ ແລະ ການບໍລິການໃນລະດັບຂະແໜງ ແລະ ວິສາຫະກິດ. ກອງປະຊູມຄັ້ງນີ້ ຍັງໄດ້ລົງເລິກສະເພາະວຽກງານທີເປັນໃຈກາງຂອງກົມຈໍານວນໜຶ່ງເພື່ອເປັນການສົ່ງເສີມວຽກງານແຜນການຂອງຂະແຫນງການ ໃຫ້ມີບົດບາດເພີ່ມຂຶ້ນ ແລະ ທັງເປັນການຕິດພັນກັບວຽກງານ 3 ສ້າງເຫັນວ່າວຽກງານດັ່ງກ່າວມີຄວາມໝາຍຄວາມ ສຳຄັນຢ່າງຍິ່ງຕໍ່ກັບວຽກງານຊຸກຍູ້ສົ່ງເສີມຂະແຫນງການໃຫ້ເປັນຮູບປະທຳ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອເປັນການຜັນຂະຫຍາຍມະຕິຂອງພັກ ກໍ່ຄື ແຜນພັດທະນາເສດຖະກີດ ສັງຄົມແຫ່ງຊາດ ແນໃສ່ ລົບລ້າງຄວາມທຸກຍາກ ແລະ ຫັນປະເທດໃຫ້ເປັນອຸດສາຫະກຳ ແລະ ທັນສະໄຫມ ໃນປີ 2020 ຕາມນະໂຍບານຂອງພັກຄັ້ງທີ XI ໄດ້ວາງອອກ ທັງເປັນການປັບປຸງວຽກງານຂອງກົມ ກໍ່ຄືຂະແໜງແຜນການ ແລະ ການຮ່ວມມືໃຫ້ມີປະສິດທິຜົນຂື້ນກວ່າເກົ່າ. ໃນເງື່ອນໄຂສະພາບປັດຈູບັນ ການພັດທະນາ ແມ່ນຕິດພັນກັບການເຊື່ອມໂຍງ ໂດຍສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານ ຊື່ງຈະກ້າວໄປເຖິງການເຊື່ອມໂຍງ ຮ່ວມປະຊາຄົມ ເສດຖະກິດອາຊຽນໃນປີ 2015 ແລະ ການເຂົ້າເປັນສະມາຊິກ WTO ຂອງ ສປປລາວ. ປັດຈຸບັນທາງກົມແຜນການ ແລະ ການຮ່ວມມື ກໍາລັງຈັດຕັ້ງປະຕິບັດຢ່າງຕັ້ງຫນ້າ ໃນການຄົ້ນຄວ້າຮໍ່າຮຽນ ຊຶ່ງຜ່ານກອງປະຊຸມສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ທອດຖອນບົດຮຽນ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຕົວຈິງ ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອໃຫ້ ຍຸກການເຊື່ອມໂຍງໄດ້ຮັບປະສິດທິຜົນສູງ. ຂ່າວ : ບຸນນໍາ OLYMPUS DIGITAL CAMERA