ເລຂາຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນໃຫ້ໜ່ວຍພັກກົມການຄ້າພາຍໃນ ເອົາໃຈໃສ່ 03 ບັນຫາ
By admin On 26 Feb, 2014 At 08:16 AM | Categorized As ຂ່າວພາຍໃນ | With 0 Comments

ໂດຍປະຕິບັດຕາມມະຕິຕົກລົງວ່າດ້ວຍການຮັບຮອງເອົາໜ່ວຍພັກກົມການຄ້າພາຍໃນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ສະບັບເລກທີ 009/ຄພ.ອຄ,ລົງວັນທີ 9 ມັງກອນ 2014. ໃນຕອນບ່າຍຂອງວັນທີ 14 ກຸມພາ 2014 ທີ່ຜ່ານມາ, ໜ່ວຍພັກກົມການຄ້າພາຍໃນ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຄັ້ງທີ III ປະຈຳປີ 2012-2013 ຂອງຕົນຂື້ນ ຢູ່ທີ່ຫ້ອງປະຊຸມຊັ້ນIIຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດຣ. ນາມ ວິຍະເກດ ເລຂາຄະ ນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ, ໃນພິທີມີບັນດາສະຫາຍຄະນະພັກກະຊວງ, ເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າຈາກໜ່ວຍພັກອ້ອມຂ້າງອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍສະມາຊິກພັກສົມບຸນ, ສຳຮອງ ແລະ ຕາງໜ້າ3ອົງການຈັດຕັ້ງ ມະຫາຊົນຂອງກົມການຄ້າພາຍໃນ ເຂົ້າຮ່ວມ, ຊິ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 43 ສະຫາຍ.
ໃນພິທີ ຄະນະໜ່ວຍພັກກົມການຄ້າພາຍໃນ ໄດ້ຂື້ນຜ່ານບົດລາຍງານການເຄື່ອນໄຫວຈັດຕັ້ງຊີ້ນຳໆພາຂອງໜ່ວຍພັກໃນ ໄລຍະ01 ປີຜ່ານມາຊຶ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງໜ່ວຍພັກທີ່ຍາດມາໄດ້ໂດຍແມ່ນສະມາຊິກພັກທຸກສະຫາຍໃນກົມກໍຄືພະນັກງານລັດຖະກອນທຸກຄົນໄດ້ສຸມຈິດໃຈສຸດຄວາມສາມາດເຮັດໃຫ້ທຸກວຽກງານຂອງກົມບັນລຸຜົນສຳເລັດໄປໂດຍດີ,ເພາະວຽກງານຂອງກົມການ ຄ້າພາຍໃນ ເປັນວຽກທີລະອຽດອ່ອນ, ປະຕິບັດບໍ່ມີຍາມສີ້ນສຸດຈັກເທື່ອ ເປັນວຽກທີ່ພົວພັນເຖິງຊີວິດປະຈຳວັນຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດສັງຄົມ, ເປັນວຽກທີ່ເວົ້າເຖິງການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ວຽກງານປົກປ້ອງຜູ້ຊົມໃຊ້ ແລະ ສົ່ງເສີມການແຂ່ງການຄ້າ, ວຽກງານກວດກາການຄ້າທີ່ລະເມີດລະບຽບການຄຸ້ມຄອງການຄ້າ, ການພັດທະນາ ແລະ ສົ່ງເສີມຕາໜ່າງການຄ້າໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ເພື່ອໃຫ້ປະຊາຊົນມີຄວາມສົນໃຈໃນການຊື້ຂາຍຕ່າງໆ. ນອກນັ້ນຍັງໄດ້ວິເຄາະວິໄຈສະພາບ ການກໍຄືທ່າອ່ຽງຂອງຕະຫຼາດ, ຊຶ່ງຍາມໃດການຕອບສະໜອງ ແລະ ຄວາມຕ້ອງການ ແມ່ນເປັນມາດຕະການຊຶ່ງບໍ່ສາມາດຕັດແຍກອອກຈາກກັນໄດ້. ຈາກນັ້ນກໍ່ໄດ້ສະເໜີທິດທາງແຜນການສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮ້ອມດ້ານຄັ້ງທີ IV ສົກປີ 2013-2014 ຕື່ມອີກ.
ໃນພິທີ ສະຫາຍ ດຣ. ນາມ ວິຍະເກດ ເລຂາຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນກຽດຂື້ນມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ພ້ອມທັງມອບໃບຍ້ອງຍໍທີ່ໜ່ວຍພັກກົມການຄ້າພາຍໃນໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມ ແຂງ-ຮູ້ນຳພາຮອບດ້ານ 3 ຄັ້ງຕິດຕໍ່ກັນ ຢ່າງສົມກຽດ. ຫຼັງຈາກນັ້ນ ສະຫາຍ ເລຂາຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີ ຄຳເຫັນຊີ້ນໍາຕໍ່ກອງປະຊຸມ, ຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຂະແໜງການຄ້າພາຍໃນ ແລະ ໄດ້ເນັ້ນໃຫ້ໜ່ວຍພັກກົມການຄ້າພາຍໃນເອົາໃຈໃສ່ 03 ບັນຫາ ເພື່ອພ້ອມກັນສູ້ຊົນແກ້ໄຂ ແລະ ທັງກຽມພ້ອມໃນການເຊື່ອມໂຍງເສດຖະກິດກັບສາກົນ ແລະ ພາກພື້ນ ເປັນຕົ້ນແມ່ນ:
ຮັບປະກັນການເປີດປະຕູສູ່ພາຍນອກ, ຊອກຮຽນຮູ້ບົດຮຽນທີ່ດີຈາກສາກົນ ແລະ ພາກພື້ນ ມາໝູນໃຊ້ໃນການຄຸ້ມຄອງວຽກງານການຄ້າພາຍໃນ;
ຫັນທິດໄປສູ່ການຄຸ້ມຄອງມະຫາພາກຢ່າງຂາດຕົວ, ກະຈາຍອຳນາດສູ່ທ້ອງຖິ່ນ, ຂັ້ນສູນກາງມີໜ້າທີ່ຜັນຂະຫຍາຍແນວທາງອອກເປັນລະບຽບການ, ນິຕິກຳ , ມະຕິຄຳສັ່ງຕ່າງໆໂດຍມອບໃຫ້ທ້ອງຖິ່ນເປັນຜູ້ຈັດຕັ້ງປະຕິບັດຕົວຈິງ;
ສຶບຕໍ່ຊຸກຍູ້ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດຖະກອນໃຫ້ເຂັ້ມແຂງພ້ອມທັງສາມາດພົວພັນປະສານກັບສາກົນ
ຈາກນັ້ນ ສະຫາຍ ເຫລື່ອມ ຍົງວົງສິດທິ ເລຂາໜ່ວຍພັກ ກົມການຄ້າພາຍໃນ ໄດ້ຕາງໜ້າໃຫ້ ສະມາຊິກພັກ ແລະ ພະນັກງານ ທັງໝົດພາຍໃນກົມ ຂື້ນຮັບຄຳໂອວາດ ຈາກ ສະຫາຍ ເລຂາຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ໃຫ້ທິດເຍືອງທາງແກ່ບັນດາສະຫາຍສະມາຊິກພັກ ກໍຄືພະນັກງານທຸກຄົນພາຍໃນກົມ ເພື່ອພ້ອມກັນສູ້ຊົນບຸກບືນຮັກສາມູນເຊື້ອ ແລະ ປະກອບສ່ວນເຂົ້າໃນ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຕາມການມອບໝາຍ ໃຫ້ມີປະສິດທິຜົນສູງ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ

About -