ກອງປະຊຸມ ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນການຄ້າ ຄັ້ງວັນທີ 28-30 ມັງກອນ 2014
By admin On 30 Jan, 2014 At 01:11 PM | Categorized As ຂ່າວພາຍໃນ | With 0 Comments

ໃນລະຫວ່າງວັນທີ 28-30 ມັງກອນ 2014 ຜ່ານມານີ້, ຢູ່ທີ່ ​ໂຮງ​ແຮມ​ລ່ອງງື່ມວິວຣີສອດ ແຂວງວຽງຈັນ, ກົມການຄ້າພາຍໃນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າຂື້ນ ​ໂດຍ​ການ​ສະໜັບສະໜູນ​ຈາກ​ ອົງການ GIZ ລັດຖະບານ​ເຢຍລະ​ມັນ, ກອງ​ປະຊຸມ​ດັ່ງກ່າວ​ມີ ທ່ານ ເຫລື່ອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນ, ​ຮອງ​ຫົວໜ້າ​ຄະນະຮັບຜິດຊອບ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າ ​​ເຂົ້າຮ່ວມ​ເປັນ​ປະທານ ​ແລະ ມີ​ຜູ້ຕາງໜ້າ​ຈາກພາກສ່ວນ​ຕ່າງໆທີ່​ກ່ຽວຂ້ອງ​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນ​ຄະນະຮັບຜິດຊອບ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າ ​ເຊັ່ນ: ສະພາ​ແຫ່ງ​ຊາດ, ຫ້ອງການລັດຖະບານ, ສານ​ປະຊາຊົນ​ສູງ​ສຸດ, ກະຊວງ ຍຸຕິ​ທຳ, ກະຊວງ ພາຍ​ໃນ ​ແລະ ກົມ​ກ່ຽວຂ້ອງ​ພາຍ​ໃນ​ກະຊວງອຸດສາຫະກຳ ແລະ ການຄ້າ​ເຂົ້າ​ຮ່ວມ, ຊຶ່ງມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ ຈຳນວນ 13 ທ່ານ.

ໃນວາລະກອງປະຊຸມ, ທ່ານ​ຫົວໜ້າ​ກົມ ​ໄດ້ກ່າວ​ເປີດ​ພິທີພ້ອມ​ທັງ​ອອກ​ຄຳ​ເຫັນ​ຕໍ່ກອງ​ປະຊຸມ ​ເພື່ອ​ຊີ້ທິດ​ເຍືອງ​ທາງ​ໃຫ້​ກອງ​ປະຊຸມ​ໃນ​ຄັ້ງນີ້ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ ​ແລະ ຄວາມໝາຍອັນ​ເລິກ​ເຊິ​ງ ​ໃນ​ທ່າມກາງ​ບັນຍາກາດ​ທີ່​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ ພວມ​ຫ້າວຫັນ​ຟົດ​ຟື້ນ ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ກອງທັບ​ຄົບຮອບ 65 ປີ. ຈາກ​ນັ້ນທ່ານ ກໍ່​ໄດ້​ຂຶ້ນກ່າວ​ຕໍ່ກອງ​ປະຊຸມອີກ​​ວ່າ: ກອງ​ປະຊຸມ​ໃນ​ຄັ້ງນີ້ ​ແມ່ນ​ກອງ​ປະຊຸມ​ວິຊາ​ການ ​ເພື່ອ​ປັບປຸງໃຫ້ຮ່າງ​ກົດໝາຍ​ດັ່ງກ່າວ ​ໃຫ້​ມີ​ເນື້ອ​ໃນ ສົມບູນ ​ແລະ ຄົບ​ຖ້ວນຫຼາຍຂຶ້ນ, ​ເພາະວຽກ​ແຂ່ງຂັນ​ການ​ຄ້າ​ແມ່ນວຽກ​ງານ​ທີ່​ສຳຄັນ ​ແລະ ​ເປັນ​ວຽກ​ໃໝ່, ຈາກ​ນັ້ນກອງ​ປະຊຸມ​ໄດ້​ພາກັນ​ລົງ​ເລິກ​ຄົ້ນຄວ້າ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າ​ ຂອງ ສປປ ລາວ ຊຶ່ງ​ຕາມ​ແຜນການ​ແມ່ນ​ຈະ​ຕ້ອງ​ໄດ້​ໃຫ້​ເຂົ້າຜ່ານ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ​ໃນ​ປີ 2015 ທີ່​ຈະ​ມາ​ເຖິງ​ນີ້, ​ເພາະວຽກນີ້ຫຼາຍປະ​​ເທດ​ໃນ​ໂລກກໍ່ຄື​ພາກພື້ນ​ແມ່ນ​ກຳລັງ​ປະ​ເຊີນໜ້າກັບ​ສິ່ງ​ທ້າ​ທ້າຍຫຼາຍຢ່າງ​ທີ່​ແຕກ​ຕ່າງ​ກັນ ​ເຊັ່ນ: ການ​ຜູກຂາດ​ທາງ​ດ້ານ​ການ​ຄ້າ, ການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ, ການ​ທຸ້ມຕະຫຼາດ, ການ​ລອກ​ຮຽນ​ແບບ ​ແລະ ປອມ​ແປງ​ສິນຄ້າ, ການ​ສວຍ​ໂອກາດ​ຂຶ້ນລາຄາ​ສິນຄ້າ, ສິ່ງ​ເຫຼົ່ານັ້ນ ລ້ວນ​ແຕ່​ສົ່ງ​ຜົນ​ກະທົບ​ໂດຍ​ກົງຕໍ່ການ​ຜະລິດ, ການຈຳໜ່າຍ, ການ​ສົ່ງ​ອອກສິນຄ້າ ​ເຮັດ​ໃຫ້ຜູ້​ປະກອບ​ການ ​ແລະ ​ຜູ້​ບໍລິ​      ໂພ​ກ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທີ່​ບໍ່ສົມ​ເຫດ​ສົມ​ຜົນ.

ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ​ຫົວໜ້າກົມ​ການ​ຄ້າ​ພາຍ​ໃນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ເຂົ້າຮ່ວມກອງ​ປະຊຸມ​ໃນ​ຄັ້ງນີ້ ຈົ່ງ​ໄດ້​ເອົາ​ໃຈ​ໃສ່​ຕິດຕາມ, ຄົ້ນຄ້ວາ, ປະກອບ​ຄຳ​ເຫັນ​ຢ່າງ​ສ້າງສັນ ​ແລະ ພ້ອມ​ກັນ​ກຳ​ໃຫ້​ໄດ້​ບັນ​ຫາ​ຕ່າ​ງໆ ​ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍ​ສະບັບ​ນີ້ມີ​ເນື້ອ​ໃນ ຖືກຕ້ອງ ​ແລະ ສົມບູນ ບໍ່​ຄັດ​ກັບ​ນິຕິ​ກຳ​ອື່ນ ສາມາດ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ໄດ້​ ​ໃນ​ອະນາຄົດ ກຽມພ້ອມ​ໃຫ້​ລາວ ​ໃນ​ການ​​ເຊື່ອມ​ໂຍງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ AEC ​ໃນ​ປີ 2015.

condumer Protection1

condumer Protection2

About -