ສະເຫຼີມ ສະຫຼອງ ການເຂົ້າເປັນສາມາຊິກອົງການການຄ້າໂລກ ຄົບຮອບ 1 ປີ.
By Bounam chittanavong On 7 Feb, 2014 At 09:32 AM | Categorized As ຂ່າວ, ອື່ນໆ | With 0 Comments

Untitled

ໃນຕ່ອນບ່າຍວັນທີ 5 ກຸມພາ ທີ່ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີສະເລີມສະຫຼອງ ຄົບຮອບ 1 ປີ ຂອງການເຂົ້າເປັນສາມາຊິກ ອົງການການຄ້າໂລກ ( ອຄລ) ພ້ອມທັງປະດັບຫຼຽນໄຊ ໃຫ້ແກ່ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນໃນຂະບວນການເຈລະຈາເຂົ້າເປັນສາມາຊິກ ອຄລ ເຊິ່ງເປັນກຽດເຂົ້າຮ່ວມ ໂດຍທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະຊວງການຕ່າງປະເທດ ພ້ອມທັງເປັນຄະນະປະທານກຳມະການປະສານງານລະດັບຊາດວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ, ທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມມີຜູ້ນ້ຳ ຈາກ ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າໄດ້ກ່າວວ່າ: ສປປ ລາວ ໄດ້ເຂົ້າເປັນສາມາຊິກ ອຄລ ຄົບຮອບ 1 ປີ ຄືໃນວັນທີ 2 ກຸມພາ 2013 ໄດ້ເປັນປະເທດ ສາມາຊິກ ອຄລ ທີ 158 ເຊິ່ງເປັນເວລາໜຶ່ງປີ ເຊິ່ງພວກເຮົາໄດ້ເຂົ້າເປັນສາມາຊິກ ເຊິ່ງຕະຫຼອດເວລາ 15 ປີ ພວກເຮົາ ໄດ້ທົບທວນ, ສ້າງ ແລະ ປັບປຸງນິຕິກຳທີ່ຕິດພັນກັບການຄ້າ ໃຫ້ສອດຄ່ອງກັບຫຼັກການ ກໍ່ຄື ສັນຍາຂອງ ອຄລ ຫຼາຍກວ່າ 90 ສະບັບເຊິ່ງໄດ້ຕີລາຄາສູງຈາກ ບັນດາສາມາຊິກອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ຈຸດປະສົງຂອງການເຂົ້າເປັນສາມາຊິກອົງການການຄ້າໂລກແມ່ນເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການດຳເນີນທຸລະກິດ ແລະ ສ້າງຄວາມເຊື່ອມັ້ນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ເປັນບາດກ້າວທີ່ສຳຄັນໃນການຫັນປ່ຽນປະເທດເຮົາໃຫ້ກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝໂດຍຜ່ານໂຄງການລົງທຶນໂດຍກົງຈາກ ຕ່າງປະເທດ ແລະ ໂຄງການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າ.
ທ່ານ ກ່າວຕື່ມອີກວ່າ: ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສາມາຊິກ ອຄລ ຢ່າງເປັນທາງການ ໄດ້ສືບຕໍ່ຈັດຕັ້ງປະຕິບັດພັນທະ ແລະ ແຜນການພາຍຫຼັງເຂົ້າເປັນສາມາຊິກ ອຄລ ເຊິ່ງກວມເອົາວຽກງານຫຼາຍດ້ານ ແລະ ກ່ຽວຂ້ອງກັບຫຼາຍກະຊວງ ແລະ ຂະແໜງການເຊິ່ງຈະໄດ້ສ້າງແຜນລະອຽດໃນການຈັດຕັ້ງປະຕິບັດພັນທະສັນຍາ ໃຫ້ສຳເລັດຕາມກຳນົດເວລາ. ອີງຕາມບົດຮຽນຂອງຫວຽດນາມ ແລະ ຈີນເຫັນວ່າຜົນປະໂຫຍດ ຈາກການເຂົ້າເປັນສາມາຊິກ ອຄລ ແມ່ນຂຶ້ນກັບການກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດພັນທະ ສັນຍາຂອງຕົນ ການສ້າງຕັ້ງພະນັກງານ ແລະ ປັບປຸງການຈັດຕັ້ງ ແລະ ສິ່ງທີ່ ຄວນເອົາໃຈໃສ່ແມ່ນການປັບປຸງ ນິຕິກຳ ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພາກທຸລະກິດ ເພື່ອສາມາດສ້າງຜົນປະໂຫຍດ ສູງສຸດຈາກການເຊື່ອມໂຍງ ກັບສາກົນ ຕາມແນວທາງປ່ຽງແປງໃໝ່ຂອງພັກ ແລະ ລັດຖະບານ.
ໃນພິທີໄດ້ປະດັບຫຼຽນໄຊ ແຮງງານຊັ້ນ 1 ໃຫ້ແກ່ບຸກຄົນ 10 ທ່ານ ແລະ 8 ກົມກອງລວມໝູ່, ຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ບຸກຄົນ 37 ທ່ານ ແລະ 14 ກົມກອງລວມໝູ່, ຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ບຸກຄົນ 29 ທ່ານ ແລະ 25 ກົມກອງລວມໝູ່, ຫຼຽນໄຊແຮງງານຈຳນວນ 76 ທ່ານ ໃບຍ້ອງຍໍລັດຖະບານຈຳນວນ 51 ທ່ານ ແລະ ຍ້ອງຍໍກະຊວງກະຊວງ ອຸດສາຫະກຳ ແລະ ການຄ້າຈຳນວນ 24 ທ່ານ .