ກະຊວງ ອຸດສາຫະກໍາ ແລະ ການຄ້າລົງມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ 4 ແຂວງພາກໃຕ້
By admin On 8 Nov, 2013 At 01:36 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ໃນ​ລະຫວ່າງ​ວັນ​ທີ 4-8 ພະຈິກ 2013 ນີ໊ ຄະນະ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ ​ໄດ້​ນໍາ​ເງິນ​ສົດທີ່​ລະດົມ​ໄດ້​ຈາກ​ພາກສ່ວນ​ວິ​ສາ​ຫະກິດ ​ແລະ ຫົວໜ່ວຍທຸລະ​ກິດ​ຕ່າງໆຈໍານວນ 120,000,000 ກີບ ລົງ​ໄປ​ມອບ​ໃຫ້ 4 ​ແຂວງ​ພາກ​ໃຕ້​ ​ໂດຍ​ແບ່ງ​ມອບ​ໃຫ້​ແຂວງ​ລະ 30,000,000 ກີບ, ​ເຊິ່ງປະກອບ​ມີ ​ແຂວງ ສາລະ​ວັນ, ​ເຊ​ກອງ,ອັດ​ຕະປື ​ແລະ ​ແຂວງ​ ຈໍາປາ​ສັກ ທີ່​ໄ​ດ້ຮັບ​ຜົນ​ກະທົບ​ຢ່າງໜັກຈາກ​ໄພ​ພິບັດນໍ້າ​ຖ້ວມ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ຜົນ​ກະທົບຢ່າງ​ໜັກຈາກ​ພະຍຸດີ​ເພຼ​ເຊິ​ນ ທີ່​ພັດ​ຜ່ານ​ເຂົ້າ​ 4 ແຂວງ​ພາກ​ໃຕ້​ໃນ​ລະຫວ່າງ​ວັນ​ທີ 17-24 ກັນຍາ2013. ​​ຕາງໜ້າ​ໃຫ້​ຄະນະນໍາກະຊວງອຸດສາຫະກໍາ ແລະ ການ​ຄ້າ ເພື່ອລົງ​ໄປ​ມອບ​ເງິນ​ຊ່ວຍ​ເຫຼືອຄັ້ງ​ນີ້ ນໍາ​​ໂດຍ ທ່ານ ບຸນມີ ມະນີ​ວົງ ​ຄະນະ​ພັກ​ກະຊວງ ຫົວໜ້າຫ້ອງການ​ກະຊວງ ອຄ ພ້ອມ​ດ້ວຍ​ຄະນະ ລົງ​ໄປ​ມອບ​ໃຫ້​ຄະນະ​ກໍາມະການ​ຄຸ້ມ​ຄອງ ແລະ ​ແກ້​ໄຂ​ໄພ​ພິບັດ​ຂອງແຕ່ລະ​ແຂວງ ຈຸດປະສົງຫຼັກຂອງ​ການ​ລົງ​ມອບ​ເງິນຄັ້ງ​ນີ້​ກໍ່​ເພື່ອຊ່ວຍ​ເຫຼືອບັນ​ເທົາ​ທຸກ ຍຽວຍາ ​ແລະ ຟື້ນຟູ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກຈາກ​ໄພ​ນໍ້າ​ຖ້ວມ​ໃນ​ຄັ້ງ​ນີ້ ຢ່າງ​ໃດ​ກໍ່ຕາມ ທາງ​ຄະນະ​ກໍາມະການ​ຮັບຜິດຊອບ​ວຽກງານ​ຄຸ້ມ​ຄອງແລະ ​ແກ້​ໄຂ​ໄພ​ພິບັດ​ຂອງແຕ່ລະ​ແຂວງກໍ່​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ​ມາ​ຍັງ​ຄະນະ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ​ທີ່​ຍາມ​ໃດ​ກໍ່ມີ​ຄວາມ​ເປັນ​ຫວງ​ເປັນ​ໄ​ຍ ​ແລະ ມີ​ນໍ້າ​ໃຈ​ຊ່ວຍ​ເຫຼືອປະຊາຊົນຜູ້​ທີ່​ໄດ້​ຮັບ​ຜົນ​​ເສຍ​ຫາຍ​ຈາກ​ນໍ້າ​ຖ້ວມ​ບໍ່ວ່າ​ຈະ​ເປັນ​ທາງ​ດ້ານ​ຈິດ​ໃຈກໍ່ຄື​ທາງ​ດ້ານ​ຊັບ​ສິນ​ເຮືອນ​ຊານ​ ​ແລະ ທຸລະ​ກິດ​ຕ່າງໆ ທັງ​ນີ້​ທາງຄະນະ​ກໍາມະການ​ຮັບຜິດຊອບ​ວຽກງານ​ຄຸ້ມ​ຄອງ ແລະ ​ແກ້​ໄຂ​ໄພ​ພິບັດ​ຂອງແຕ່ລະ​ແຂວງຍັງ​ໄດ້​ກ່າວ​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກ​ພາກສ່ວນ​ຕ່າງໆ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​​ ​ແລະ ​ແກ້​ໄຂ​ຟື້ນ​ຟູ​ຜົນ​ກະທົບ​ຈາກ​ໄພພິບັດ​ນໍ້າ​ຖ້ວມ​ຄັ້ງ​ນີ້​ທີ່​ຍັງ​ມີ​ຄວາມ​ຕ້ອງການ​ວັດຖຸ​ເງິນ​ຄໍາ​ເປັນ​ຈໍານວນຫຼາຍ​ເພື່ອ​ແກ້​ໄຂ​ຟື້ນ​ຟູ​ບັນຫາ​ດັ່ງກ່າວຕໍ່​ໄປ.

          ຂ່າວ: ​ໂດ​ມ

About -