ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານກວດກາການຄ້າ 9 ແຂວງ ທີ່ ແຂວງອຸດົມໄຊ
By admin On 31 Oct, 2013 At 01:08 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ໃນຕອນເຊົ້າ ເວລາ 8 : 00 ໂມງ ຂອງວັນທີ່ 31 ຕຸລາ 2013 ທີ່ຜ່ານມາຢູ່ຫ້ອງປະຊຸມ​ໂຮງ​ແຮມ​ມິດຕະພາບ​ແຂວງ​ອຸດົມ​ໄຊ ​ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ກວດ​ກາ​ການ​ຄ້າ 9 ​ແຂວງ​ຂື້ນ ​ໂດຍ​ການ​ເປັນ​ປະທານ​ຮ່ວມຂອງ​ທ່ານ ບຸ​ນທັນ ວັນນະ​ໄຈ ກຳມະການ​ປະຈຳ​ພັກ​ແຂວງ ຫົວໜ້າ​ໜ້າ​ພະ​ແນ​ກອຸ​ດສາ​ຫະກຳ ​ແລະ ການ​ຄ້າ​ແຂວງ​ອຸດົມ​ໄຊ ແລະ ທ່ານ ເຫຼືອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ​ຜູ້​​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳນວນ 96 ທ່ານ, ຍິງ 4 ທ່ານ ມາ​ຈາກ 9 ​ແຂວງ​ຄື: ອຸດົມ​ໄຊ, ຫຼວງ​ນໍ້າ​ທາ, ບໍ່​ແກ້ວ, ຜົ້ງ​ສາລີ, ຫຼວງ​ພະ​ບາງ, ຈຳປາສັກ, ​ໄຊ​ຍະ​ບູລີ, ຊຽງ​ຂວາງ​, ສາລະ​ວັນ ​ແລະ ບັນດາເມືອງ ພ້ອມດ້ວຍ​ແຂກ​ເຊີນ​ມາ​ຈາກ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ​ອຸດົມ​ໄຊ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ   ໃນພິທີເປີດກອງປະຊຸມທ່ານ ບຸນທັນ ວັນນະໄຈ ກຳມະການປະຈຳພັກແຂວງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ໄດ້ມີຄຳເຫັນກ່າວເປີດກອງປະຊຸມເຊີ່ງທ່ານ ໄດ້ສະແດງຄວາມຍິນດີຕ້ອນຮັບທຸກໆ ທ່ານໂດຍສະເພາະຄະນະນຳພ້ອມດ້ວຍທິມງານວິຊາການທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າ ທີ່ມາຈາກ 9 ແຂວງ ແລະ ບັນດາເມືອງ ແລະ ທ່ານ ເຫຼືອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊີ່ງທ່ານໄດ້ແນະນຳບັນດາວຽກງານໃນການຈັດຕັ້ງປະຕິບັດວຽກງານກວດກາການຄ້າໃນໄລຍະຜ່ານມາ ແລະ ວິທີການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ທ່ານ ຍັງໄດ້ເນັ້ນໃຫ້ບັນດາເຈົ້າໜ້າທີ່ກວດກາການຄ້າໃຫ້ເປັນເຈົ້າການໃນການກວດກາໃຫ້ເຂັ້ມງວດ ແລະ ຖືກຕ້ອງກັບນະໂຍບາຍຂອງກົດລະບຽບວາງອອກ ຈາກນັ້ນທ່ານ ສຸລິຍົນ ພິລາ​ວົງ ຮອງ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ກໍ່ໄດ້​ຂື້ນ​ຜ່ານ​ບົດ​ສະຫຼຸບການຈັດຕັ້ງປະຕິບັດວຽກງານການຄ້າໃນໄລຍະ 1 ປີຜ່ານມາໃນຂອບເຂດທົ່ວປະເທດ.  ບັນດາຜູ້ແທນຕ່າງໜ້າ ແຕ່ລະແຂວງ ແລະ ເມືອງກໍ່ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການຄ້າ ແລະ ສະເໜີບັນຫາທີ່ຈະແກ້ໄຂໃນຕໍ່ໜ້າ. ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍ ແລະ ຄວາມສຳຄັນນັ້ນບັນດາຜູ້ແທນແຕ່ລະແຂວງ, ແຕ່ລະເມືອງ, ແຕ່ລະພາກສ່ວນກໍ່ໄດ້ປະກອບຄຳຄິດ, ຄຳເຫັນຕໍ່ກອງປະຊຸມຢ່າງເປັນຂະບວນຟົດຟື້ນ ເພື່ອແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນຢ່າງກົງໄປກົງມາ ຕາມທິດຊີ້ນຳຂອງທ່ານ ຫົວໜ້າກົມການຄ້າພາຍໃນດ້ວຍບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍ ຄວາມສຳຄັນຕໍ່ກັບວຽກງານກວດກາການຄ້າໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນຢູ່ບັນດາແຂວງພາກເໜືອຂອງລາວ.  ພິເສດກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບຟັງບົດຮຽນໃນການແກ້ໄຂບັນຫາຊາວຕ່າງປະເທດທີ່ເຂົ້າທຳມາຫາກິນ, ຄ້າຂາຍ ແລະອອກແຮງງານທີ່ບໍ່ຖືກຕ້ອງຢູ່ແຂວງຈຳປາສັກ ແລະ ບົດຮຽນການຈັດຕັ້ງປະຕິບັດວຽກງານກວດກາການຄ້າຂອງແຂວງສາລະວັນ ແລະ ຊຽງຂວາງ. ບຸນທັນ ວັນນະໄຈ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຕາມພາລະບົດບາດໃຫ້ໄດ້ຮັບຜົນດີ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນເຕັມຈຶງໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ຂຽນ​ໂດຍ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ

About -