ຂະບວນແຂ່ງຂັນກິລາຂໍ່ານັບຮັບຕ້ອນ​ກອງປະຊຸມເປີດກ້ວາງກາງສະໄໝ ຂອງອົງຄະນະພັກກະຊວງ​ອ/ຄ 11ຕຸລາ- 01 ພະຈິກ 2013
By admin On 1 Nov, 2013 At 01:18 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

       ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ເປີດ​ກ້ວາງ​ກາງ​ສະ​ໄໝຂອງ​ອົງຄະ​ນະ​ພັກ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ວັນທີ 11 ຕຸລາ - 01 ພະຈິກ 2013 ​ກະຊວງ​ອຸດ​ສາ​ຫະກໍາ ແລະ ການ​ຄ້າ ໄດ້​ຈັດ​ໃຫ້​ມີ​ຂະ​ບວນການ​ແຂ່ງ​ຂັນ​ກິລາ​ຊິງ​ຂັນ​ເລຂາ​ຄະນະ​ພັກ​ກະຊວງ ອຸດສາຫະກໍາ ແລະ ການ​ຄ້າ ໂດຍ​ການ​ເປັນ​ເຈົ້າ​ການ​ຂອງ​ຫ້ອງການ​ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຮ່ວມກັບ​ບັນດາ​ກົມ​ກອງ​ອ້ອມ​ຂ້າງ​ພາຍ​ໃນ​ກະຊວງ, ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ, ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊື້ອ​ໄຟ​ລາວ, ບໍລິສັດ​ ເບຍ​ລາວ,  ​ແລະ ບໍລິສັດ​ ຢາສູບ​ລາວ ​ເຂົ້າຮ່ວມ​ໃນ​ຂະ​ບວນ​ການ​ແຂງ​ຂັນ​ດັ່ງກ່າວ.

         ການ​ແຂງ​ຂັນ​ກິລາ​​ໃນ​ຄັ້ງ​ນີ້​ປະກອບ​ມີ 4 ປະ​ເພດ​ກິລາ ຄື: ກິລາ​ເປ​ຕັງ; ກິລາ​ບານ​ເຕະ; ກິລາ​ຕີ​ດອກ​ປີກ​ໄກ່ ​ແລະ ກິລາ​ຕີກ໋ອບ ​ໂດຍ​ມີ​ນັກ​ກິລາ​ອາວຸ​ໂສ ​ແລະ ຊາວໜຸມ​ເຂົ້າ​ຮ່ວມ​ເປັນ​ຈໍານວນຫຼາຍ, ຊຶ່ງ​ຂະ​ບວນການ​ແຂງ​ຂັນ​ດັ່ງກ່າວ​ໄດ້​ດໍາ​ເນີນ​ເປັນ​ເວລາ​ເກືອບ 4 ອາທິດ ​ເຊິ່ງ ​ເລີ່​ມ​ແຕ່ 11 ຕຸລາ - 01 ພະຈິກ 2013 ຈິ່ງປິດ​ສາກ​ລົງ​​ດ້ວຍ​ຜົນ​ສໍາ​ເລັດ​ອັນ​ຈົບງາມ ​ແລະ ບັນຍາກາດ​ອັນ​ຟົດ​ຟຶ້ນ, ຊຶ່ງ​ສາມາດ​ສະຫຼຸບຫຍໍ້​ຜົນ​ການ​ແຂງ​ຂັນ​ຂອງ​ກິລາ​ແຕ່ລະ​ປະ​ເພດ​ໄດ້​ດັ່ງ​ນີ້:

  1.       I.        ກິລາ​ຕີ​ດອກ​ປີກ​ໄກ່: ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂງ​ຂັນ​ທັງໝົດ 27 ຄູ່ ​ແບ່ງ​ເປັນ​ທີ​ມຊາຍ 14 ຄູ່ ​ແລະ ທີ​ມຍິງ 13 ຄູ່.

ປະ​ເພດ​ຊາຍ​ຄູ່: 1. ຊະນະ​ເລີດ​ໄດ້​ແກ່: ນັກກິລາ​ຈາກ ກົມ ອຸດສາຫະກໍາ ​ແລະ ຫັດຖະ​ກໍາ

  1.                    2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ນັກ​ກິລາ​ຈາກ ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ
  2.                    3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ນັກ​ກິລາ​ຈາກ ບໍລິສັດ ຢາສູບ​ລາວ ຈໍາກັດ

ປະ​ເພດ​ຍິງ​ຄູ່:  1. ຊະນະ​ເລີດ​ໄດ້​ແກ່: ນັກກິລາຈາກ ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ

  1.                    2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ນັກ​ກິລາຈາກ ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ເສດຖະກິດ ​ແລະ ການ​ຄ້າ
  2.                    3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ນັກ​ກິລາ​ຈາກ ບໍລິສັດ ຢາສູບ​ລາວ ຈໍາກັດ
  3.     II.        ກິລາ​ເປ​ຕັງ: ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂງ​ຂັນ​ທັງໝົດ 34 ທີ​ມ, ຊາຍ 18 ທີ​ມ ​ແລະ ຍິງ 16 ທີ​ມ.

​ເປ​ຕັງ​ທີ​ມຊາຍ: 1. ຊະນະ​ເລີດ​ໄດ້​ແກ່: ທີ​ມນັກກິລາຈາກ ກົມ​ນະ​ໂຍບາຍ ການ​ຄ້າ​ຕ່າງປະ​ເທດ

  1.                     2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ນັກ​ກິລາ​ຈາກ ກົມ ອຸດສາຫະກໍາ ​ແລະ ຫັດຖະ​ກໍາ
  2.                     3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ນັກ​ກິລາ​ຈາກ ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ

 

ເປ​ຕັງ​ທີ​ມຍິງ: 1. ຊະນະ​ເລີດ​ໄດ້​ແກ່: ທີ​ມນັກກິລາຈາກ ກົມ​ການ​ຄ້າ​ພາຍ​ໃນ

  1.                     2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ນັກ​ກິລາ​ຈາກ ກົມ ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ
  2.                     3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ນັກ​ກິລາ​ຈາກ ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ
  3.    III.        ກິລາ​ບານ​ເຕະ: ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂງ​ຂັນ​ທັງໝົດ: 17 ທີ​ມ. ຊາຍ 12 ທີ​ມ ​ແລະ ຍິງ 5 ທີ​ມ.

 

 ​ທີ​ມບານ​ເຕະ​ຊາຍ: 1. ຊະນະ​ເລີດ​ໄດ້​ແກ່: ທີ​ມ A1 (ກົມ​ນະ​ໂຍບາຍ ການ​ຄ້າ​ຕ່າງປະ​ເທດ + ກົມສົ່ງ​ເສີມ ​   ແລະ ພັດທະນາ​ສິນຄ້າ)

  1.                         2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ທີ​ມ C1 (ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ)
  2.                         3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ທີ​ມ B3 (ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ເສດຖະກິດ ​ແລະ ການ​ຄ້າ)

ທີ​ມບານ​ເຕະ​ຍິງ: 1. ຊະນະ​ເລີດ​ໄດ້​ແກ່: ທີ​ມ B2 (ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ ​ແຫ່ງ​ຊາດ + ບໍລິສັດ ຢາສູບ​ລາວ ຈໍາກັດ)

2. ຮອງ​ຊະນະ​ເລີດ​ອັນ​ດັບ 1: ທີ​ມ A3 (ກົມ​ແຜນການ ​ແລະ ການ​ຮ່ວມ​ມື + ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ+ ກົມ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ+ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ເສດຖະກິດ ​ແລະ ການ​ຄ້າ)

  1.                         3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ທີ​ມ B1 (ລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ)
  2.  IV.            ກິລາ​ຕີ​ກອ໋ຟ ມີ​ນັກ​ກິລາ​ທີ​ມອາວຸ​ໂສ ​ແລະ​ ຊາວໜຸ່ມເຂົ້າ​ຮ່ວມ​ແຂງ​ຂັນ​ທັງໝົດ: 30 ທ່ານ:

ທີ​ມອາວຸ​ໂສ: 1. ຊະນະ​ເລີດ ​ໄດ້​​​ແກ່: ທ່ານ ສູນ​ທອນ ສີ​ວິ​ສັກ ຈາກ​ບໍລິສັດ​ເບຍ​ລາວ

2.ຮອງ​ຊະນະ​ເລີດ​ອັນ​ດັບ 1: ທ່ານ ດຣ ຄໍາ​ຂັນ ນະພາ​ວົງ ຈາກ​ບໍລິສັດ​ໂຄ​ລາວ (ພະນັກງານ​ບໍານານ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ)

  1. 3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ທ່ານ ສີສະ​ໄໝ ​ໂຄດ​ໂຍທາ ຈາກລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ

ທີ​ມຊາວໜຸ່ມ: 1. ຊະນະ​ເລີດ ​ໄດ້​​​ແກ່: ທ່ານ ນິວອນ ຍອຍ​ສາຍ​ຄໍາ ຮອງ​ຫົວໜ້າຫ້ອງການ ກະຊວງ ອຄ

 2.ຮອງ​ຊະນະ​ເລີດ​ອັນ​ດັບ 1: ທ່ານ ​ເພັດ ຈັນ​ມະ​ມາລີ ຈາກລັດ​ວິ​ສາ​ຫະກິດ ນໍ້າມັນ​ເຊືອ​ໄຟ​ລາວ

  1. 3. ຮອງ​ຊະນະ​ເລີດ​ອັນ​ດັບ 2: ທ່ານ ວັນ​ມີ​ໄຊ ດວງ​ພະຈັນ ຈາກ ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ

 Sport moic 2013-1

ຂ່າວໂດຍບຸນນໍາ

About -