ຈັດສຳມະນາ ການເຂົ້າຫາຕະຫລາດເກົາຫລີ ສຳລັບສິນຄ້າຫັດຖະກຳລາວ
By admin On 30 Oct, 2013 At 01:04 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ວັນ​ທີ 30 ຕຸລາ 2013  ທີ່​ຜ່ານ​ມາ  ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້ “ການເຂົ້າຫາຕະຫລາດເກົາຫລີ ສຳລັບສິນຄ້າຫັດຖະກຳ” ຫລື (KOREAN MARKET ACCESS for LAO HANDICRAFT) ສຳລັບສິນຄ້າລາວ ເພື່ອປັບປຸງ, ອອກແບບ ແລະ ພັດທະນາ ໃຫ້ສົ່ງອອກ ໄປຕະຫລາດສາກົນ ໂດຍສະເພາະເຂົ້າຕະຫລາດປະເທດ ສ.ເກົາຫລີ, ເປັນກຽດເຂົ້າຮ່ວມງານໂດຍ  ທ່ານ  ສົມຫວັງ ນິນທະວົງ ຫົວຫນ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ, ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ, ທ່ານ Kibong MOON ຈາກສູນອາຊຽນເກົາຫລີ. ການສຳມະນາໄດ້ເນັ້ນ ເຖິງການຄົ້ນຄ້ວາ ອອກແບບ ແລະ ພັດທະນາຄຸນນະພາບ ຂອງສິນຄ້າໃຫ້ເຫມາະສົມກັບຄວາມຕ້ອງການຂອງລູກຄ້າ ທີ່ເຫມາະກັບການດຳລົງຊີວິດ ແລະ ວັດທະນະທຳຂອງປະເທດເປົ້າຫມາຍ ໂດຍສະເພາະປະເທດເກົາຫລີ. ຊຶ່ງມີນັກວິທະຍາກອນ ຈາກປະເທດ ສ.ເກົາຫລີເຂົ້າຮ່ວມບັນຍາຍ ແລະ ຖອດຖອນແລກປ່ຽນບົດຮຽນ ກັບຜູ້ຊ່ຽວຊານ ໃນຄັ້ງນີ້.

lao Handi2013

lao Handi2013-1

About -