ກອງປະຊຸມດໍາເນີນຊີວີດການເມືອງຂອງສະມາຊິກພັກ ພະແນກອຄອຸດົມໄຊ ຄັ້ງວັນທີ່ 10 – 11 ຕຸລາ 2013
By admin On 10 Oct, 2013 At 01:38 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ໃນຕອນແລງເວລາ 14:00ໂມງ ຂອງວັນທີ່ 10ຕຸລາ 2013 ທີ່ຜ່ານມາຢູ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງຂອງສະມາຊິກພັກພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຸກບຸນທະຈິດ ເລຂາໜ່ວຍພັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ມີບັນດາສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມທັງໝົດຈຳນວນ 25 ສະຫາຍ ຍິງ 4 ສະຫາຍ ຈາກນັ້ນ ທ່ານ ບຸນທຳ ວັນນະພອນ ຮອງເລຂາໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ຜ່ານໃບສຳຫຼວດການນຳພາລວມຂອງໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ໃນໄລຍະ 1 ສະໄໝ ແລະ ບັນດາສະມາຊິກພັກແຕ່ລະສະຫາຍ ກໍ່ໄດ້ຜ່ານໃບສຳຫຼວດຂອງຕົນເອງແລ້ວຫຼັງຈາກນັ້ນກໍ່ໃຫ້ສະມາຊິກພັກແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດຄຳເຫັນຕຳນິສົ່ງຂ່າວ ຢູ່ໃນລັກສະນະກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ສະມາຊິກພັກທີ່ໄດ້ຜ່ານໃບສຳຫຼວດໃນຄັ້ງນີ້ມີຈຳນວນ 21 ສະຫາຍ, ຍີງ 3 ສະຫາຍ. ສ່ວນສະມາຊິກພັກທີ່ບໍ່ໄດ້ຜ່ານໃບສຳຫຼວດນັ້ນແມ່ນສະມາຊິກພັກສຳຮອງ ແລະ ສະມາຊິກພັກທີ່ຫາກໍ່ຍົກຍ້າຍມາແຕ່ບ່ອນໃໝ່. ຜ່ານການຄັດເລືອກຜົນງານເຫັນວ່າ:  ປະເພດແຂງມີຈໍານວນ 10  ສະຫາຍ, ຍີງ 1 ສະຫາຍ,ປະເພດກາງມີຈຳນວນ 13 ສະຫາຍ, ຍີງ 2 ສະຫາຍ.  ຕໍ່ຈາກນັ້ນກໍ່ໄດ້ທາບທາມຍັ່ງຫາງສຽງເອົາບຸກຄາລາກອນເຂົ້າສະມັກຄະນະພັກຊຸດໃໝ່ມີຈຳນວນ 5 ທ່ານຄື:

  1. ທ່ານ ສຸກ ບຸນທະຈິດ
  2. ທ່ານ ບຸນທຳ ວັນນະພອນ
  3. ທ່ານ ຂັນແກ້ວ ກຸລາວົງ
  4. ທ່ານ ສຸລິນ ມິດຕະພາບ
  5. ທ່ານ ນ. ໄມພອນ ສີລິວົງ

ໃນຕອນທ້າຍແມ່ນໄດ້ຮັບກຽດຈາກທ່ານ ບຸນທັນ ວັນນະໄຈ ກຳມະການປະຈຳພັກແຂວງ ຫົວໜ້າພະ

ແນກອຸດສາຫະກຳ ແລະ ການຄ້າ ໄດ້ຂື້ນໃຫ້ຄຳໂອ້ລົມ ໃຫ້ແກ່ບັນດາສະມາຊິກພັກພາຍໃນພະແນກຮັບຮູ້ເຖິງຄວາມໝາຍ, ຄວາມສຳຄັນ, ພາລະບົດບາດຂອງຄວາມເປັນເຈົ້າການຂອງບັນດາສະມາຊິກພັກແຕ່ລະສະຫາຍທີ່ຈະຕ້ອງຈັດຕັ້ງປະຕິບັດວຽກງານໃຫ້ເກີດດອກອອກຜົນເທື່ອລະກ້າວ, ນອກນັ້ນ ທ່ານ ຍັງໄດ້ເນັ້ນໜັກໃສ່ຕື່ມຕໍ່ຄວາມສາມັກຄີ,ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງສະມາຊິກພັກທຸກສະຫາຍ ໃຫ້ເພີ້ມທະວີຄວາມຮັບຜິດຊອບສູງຂື້ນກ່ວາເກົ່າ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນເຄີ່ງກໍ່ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ຂຽນໂດຍ: ຄຳຝັ້ນ ພາວິວົງກອນ

About -