ໂຄລາວກລູ໊ບມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
By admin On 19 Oct, 2013 At 11:58 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ທີ່​ຫ້ອງ​ຮັບ​ແຂກ ກະຊວງ​ອຸດສາຫະກໍາ ​ແລະ ການຄ້າ ວັນທີ 18 ຕຸລາ 2013 ​ທ່ານ​ ​ແຊ​ຢັງ​ໂອ ປະ​ທານ​ໃຫຍ່​ກຸ່ມ​ບໍລິສັດ​ໂຄ​ລາວ ພ້ອມ​ດ້ວຍ​ຄະນະ​ໄດ້​​ເຂົ້າ​ມອບ​ເງິນ​ຊ່ວຍ​​​ເຫຼືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມໃຫ້​ກະຊວງ​ ອຸດສາຫະກໍາ ​ແລະ ການ​ຄ້າ ຊຶ່ງກ່າວ​ຮັບ​ໂດຍ  ທ່ານ ດຣ ນາມ ​ວິ​ຍະ​ເກດ ລັດຖະມົນຕີ​ ວ່າການ​ ກະຊວງ​ ອຸດສາຫະກໍາ ​ແລະ ການ​ຄ້າ ພ້ອມ​ດ້ວຍ ລັດຖະມົນຕີ​ຊ່ວຍ​ວ່າການ ​ແລະ ບັນດາ​ຫົວໜ້າກົມ ຮອງ​ກົມ ອອ້ມຂ້າງກະຊວງ ​ເຂົ້າ​ຮ່ວມ​ຮັບ​ຮູ້ນໍາ. ການ​ມອບ​ຮັບ​ເງິນ​ຊ່ວຍ​ເຫຼືອຄັ້ງນີ້​ເປັນ​ຈໍານວນ​ເງິນ 100.000.000 ກີບ ຈະ​ໄດ້​ນໍາ​ໄປ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໃຫ້​ແກ່​ພີ່ນ້ອງ​ຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່ 4 ​ແຂວງ​ພາກ​ໃຕ້​ ຂອງ ສປປ ລາວ (​ແຂວງ ​ເຊ​ກອງ, ສາລະ​ວັນ, ຈໍາປາ​ສັກ ​ແລະ ອັດ​ຕະປື) ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ຢ່າງ​ໜັກ ​ໃນ​ເວລາ​ດຽວກັນ​ນັ້ນ ທ່ານ ລັດຖະມົນຕີ​ວ່າການ​ ກະຊວງ​ ອຸດສາຫະກໍາ ​ແລະ ການ​ຄ້າ ກໍ່​ໄດ້​ກ່າວ​ຄວາມ​ຂອບ​ໃຈພ້ອມ​ທັງ​ມອບ​ໃບ​ກຽດຕິ​ຄຸນ​ໃຫ້ທາງ​ກຸ່ມ​ບໍລິສັດ​ໂຄ​ລາວ​ທີ່​ຍາມ​ໃດ​ກໍ່ມີ​ຄວາມ​ເປັນ​ຫວງ​ເປັນ​ໄຍຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ພ້ອມ​ທັງ​ໃຫ້ການ​ຊ່ວຍ​​ເຫຼືອສັງຄົມ​ລາວ​ມາ​ໂດຍ​ດີ​ຕະຫຼອດ

ຂ່າວ: ​ໂດ​ມ

 

About -