ກອງປະຊຸມແຜນການຮ່ວມມືລະຫວ່າງກະຊວງອ/ຄ ແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງຣາຊະອານາຈັກໄທ ຄັ້ງທີ 5
By admin On 9 Aug, 2013 At 02:31 PM | Categorized As ຂ່າວສຳຄັນ | With 0 Comments

ໂດຍການ ຕອບຮັບການເຊື້ອເຊີນຂອງ ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການ, ກະຊວງອຸດສາ ຫະກຳ ແລະ ການຄ້າ ລາວ. ທ່ານ ນິວັດທຳຣົງ ບຸນຊົງໄພສານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງພານິດແຫ່ງ ຣາຊະ ອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມໃນກອງປະຊຸມແຜນ ການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງ ຣາຊະອານາ ຈັກໄທ ຄັ້ງທີ 5 ຂຶ້ນໃນວັນທີ 8-9 ສິງຫາ 2013 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ.

 

            ໃນໄລຍະຊຸມ​ປີຜ່ານມາ ການພົວພັນການຄ້າສອງຝ່າຍ ລາວ-ໄທ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນປີ 2012 ມູນຄ່າການຄ້າລະຫວ່າງ ລາວ-ໄທ ສາມາດບັນລຸໄດ້ 4.8 ຕື້ໂດລາສະຫະລັດ ເພີ້ມຂຶ້ນ 23.70% ເມື່ອທຽບ ໃສ່ປີ 2011 ໃນນັ້ນການສົ່ງ ອອກ 1.2 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 9.61% ແລະ ການນຳເຂົ້າແມ່ນ 3.6 ຕື້ໂດລາສະຫະລັດ.ສຳລັບ 6 ເດືອນຕົ້ນປີ 2013 ສາມາດບັນລຸໄດ້ເຖິງ 2.5 ຕື້ໂດລາສະຫະລັດ.

 

            ພ້ອມດຽວກັນນັ້ນ, ສອງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງພານິດແຫ່ງ ຣາຊະອານາຈັກໄທ ໄດ້ຮ່ວມມືກັນໃນໂຄງການ ICTເພື່ອພັດທະນາລະບົບຖານຂໍ້ມູນການຄ້າຂອງລາວ ແລະ ໄດ້ ຮ່ວມມືດ້ານວິຊາການເຊັ່ນ:ຝຶກອົບຮົມ ແລະ ທັດສະນະສຶກສາໃຫ້ແກ່ພາກລັດ ແລະ ເອກະຊົນລາວ ເຊັ່ນ: ການ ກຽມຄວາມພ້ອມໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນຂອງລາວ. ນອກນັ້ນ,​ສອງຝ່າຍຍັງໄດ້ເອົາໃຈໃສ່ ຮ່ວມກັນໃນການສ້າງກາລະໂອກາດໃນການດຳເນີນທຸລະກິດລະຫວ່າງສອງຝ່າຍ ໂດຍການຈັດງານວາງສະແດງສິນ ຄ້າ ແລະ ການພົບປະທຸລະກິດໃນແຕ່ລະປີ.

 

            ໃນກອງປະຊຸມຄັ້ງນີ້ ສອງຝ່າຍຈະ​ໄດ້​ປຶກ​ສາ​ຫາລື​ກັນ​ຕື່ມ​ກ່ຽວ​ກັບ​ກາ​ນຈັດຕັ້ງປະຕິບັດ​ໂຄງການ ICT ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​​ເຮັດ​ກະສິກຳ​ແບບ​ມີ​ສັນຍາ ຫຼືContract Farming ​ໃຫ້​ເປັນ​ຮູບ​ປະ​ທຳ ​ແລະ ການ​ຮ່ວມ​ມື​ດ້ານ​ວິຊາ​ການ ​ແລະ ​ເຕັກນິກ ​ໃນ​ການ​ປະ​ເມີນ​ຄວາມ​ສ່ຽງ ​ແລະ ການກວດ​ສອບ​ດ້ານ​ສຸ​ຂາ​ນາ​ໄມ​ພືດ, ມາດຕະຖານ ​ແລະ ຄຸນະພາບ​ສິນຄ້າ​ກະສິກຳ.

About -