ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານ 3 ສ້າງຮ່ວມກັບກະຊວງອ/ຄ
By admin On 31 Jul, 2013 At 02:56 PM | Categorized As ຂ່າວພາຍໃນ | With 0 Comments

ໃນ​ຕອນ​ເຊົ້າ​ເວລາ 8:00 ນາທີ ຂອງ​ວັນ​ທີ 31/07/2013  ຢູ່​ຫ້ອງ​ປະຊຸມ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ອຸດົມ​ໄຊ​, ​​ຄະນະ​ຮັບຜິດຊອບ​ວຽກ​ງານ​ສາມ​ສ້າງ​ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າແຂວງອຸດົມໄຊ ​ໄດ້​ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ​ການຈັດ​ຕັ້ງ​ປະຕິບັດວຽກງານສາມສ້າງຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ໃນ​ໄລຍະ​ທີ​ຜ່ານ​ມາມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 15 ທ່ານ ຍິງ 3 ທ່ານ. ​

​ໃນ​ກອງ​ປະຊຸມທ່ານບຸນ​ທັນ ​ວັນນະ​​ໄຈກຳມະການ​ປະຈຳ​ພັກ​ແຂວງ​ຫົວໜ້າ​ພະ​ແນ​ກອຸ​ດສາ​ຫະກຳ ​ແລະການ​ຄ້າ​ແຂວງ​ອຸດົມ​ໄຊ ​ໄດ້​ລາຍ​ງານສະພາບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ສາມ​ສ້າງ​ໃນ​ທີ່​ຜ່ານ​ມາ ​ເພື່ອເປັນທິດທາງໃນການປຶກສາຫາລືແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຈາກນັ້ນ ທ່ານ ສຸກ ບຸນທະຈິດ ເລຂາໜ່ວຍພັກຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າໄດ້ຜ່ານບົດສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດທົດລອງວຽກງານ 3ສ້າງຂອງຂະແໜງອຸດສາຫະກຳແລະການຄ້າໃນໄລຍະທີ່ 9 ເດືອນທີ່ຜ່ານມາ,ເຊິ່ງໄດ້ຍົກໃຫ້ເຫັນ ຜົນໄດ້ຮັບເບື້ອງຕົ້ນໃນການເຮັດທົດລອງວຽກງານ 3 ສ້າງຢູ່ 3ເມືອງເມືອງເປົ້າໝາຍ ໂດຍສະເພາະແມ່ນການມອບວຽກງານ ການອອກທະບຽນວິສາຫະກິດໃຫ້ເມືອງ ຈັດຕັ້ງປະຕິບັດ ພ້ອມທັງຍົກໃຫ້ເຫັນດ້ານດີ,ດ້ານອອ່ນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອສືບຕໍ ຈັດຕັ້ງປະຕິບັດວຽກງານ 3ສ້າງຂອງຂະແໜງອຸດສາຫະກຳ ແລະ ການຄ້າໃຫ້ໄດ້ຮັບຜົນດີ ແລະ ແທດເຖິງກວ່າເກົ່າ.

ແສງທອງໄຊຍະແສງ

About -