ເປີດໂຄງການສະໜັບສະໜູນ ກໍ່ສ້າງຜູ້ປະກອບກິດຈະການໃຫມ່
By admin On 3 Feb, 2014 At 01:13 PM | Categorized As ຂ່າວສຳຄັນ | With 0 Comments

ກົ​ມສົງ​ເສີມ​ວິ​ສາ​ຫະກິດ​ ຂະໜາດນ້ອຍ ແລະ ກາງ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ໄດ້​ຈັດ​ພິທີ​ເປີດ​ໂຄງການ​ສະໜັບສະໜູນການກໍ່ສ້າງ​ຜູ້​ປະກອບ​ກິດຈະການ​ໃໝ່ ​​ໂດ​ຍແນ່​ໃສ່ສົ່ງ​ເສີມ​ຊາວໜຸ່ມ, ນັກ​ສຶກສາ ​ແລະ ຜູ້​ສົນ​ໃຈ​ຍາກ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ໃໝ່ ​ໃຫ້​ມີ​ຄວາມ​ຮູ້​ພື້ນຖານ​ໃນ​ການວາງ​ແຜນ, ຈັດ​ຕັ້ງ ​ແລະ ບໍລິຫານ​ວິ​ສາ​ຫະກິດ​ໃໝ່ ​ເພື່ອ​ເປັນ​ການ​ຊຸກຍູ້​ໃຫ້​ເກີດ​ມີຫົວໜ່ວຍທຸລະ​ກິດ​ໃໝ່​ແຜ່ຫຼາຍ.

ພິທີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 31 ມັງກອນ ທີ່​ຫໍ​ວັດທະນາ​ທໍາ​ແຫ່ງ​ຊາດ ນະຄອນຫຼວງວຽງຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ດຣ. ນາມ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ທ່ານ ສົມ​ດີ ອິນ​ມີ​ໄຊ ຫົວໜ້າກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ, ຜູ້​ອໍານວຍ​ການ​ກອງ​ທຶນ​ສົ່ງ​ເສີມ ​ແລະ ພັດທະນາ ວນກ ພ້ອມ​ດ້ວຍ​ຜູ້​ຕາງໜ້າຈາກ​ສະ​ຖາ​ບັນ​ຕ່າງ​ໆທາງ​ພາກ​ລັດ, ພາກ​ທຸລະ​ກິດ, ບັນດາ​ອາຈານ ​ແລະ ນັກ​ສຶກສາ ຈາກ​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ​ເຂົ້າ​ຮ່ວມ.

​ໂຄງການ​ສະໜັບສະໜູນການກໍ່ສ້າງ​ຜູ້​ປະກອບ​ກິດຈະການ​ໃໝ່​ເປັນ​ການສະໜອງທຶນ​ສົມທົບ​ຈາກ​ພາກ​ລັດຖະ ບານ​ໂດຍ​ກອງ​ທຶນ​ສົ່ງ​ເສີມ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ​ ​ໃນ​ມູນ​ຄ່າ 50% ຂອງ​ຄ່າ​ຝຶກ​ອົບຮົມ ​ແລະ ການ​ບໍລິການ​ທີ​ປຶກສາ​ຂອງ​ສະ​ຖາ​ບັນ​ທີ​ມີ​ຄວາມ​ຊ່ຽວຊານ ​ໂດຍ​ມີ​ເປົ້າໝາຍ​ໃນ​ການ​ເພີ່ມ​ປະຊາກອນ​ທຸລະ​ກິດ​​ໂດຍ​ສະ​ເພາະ​ແມ່ນ​ນັກທຸລະກິດໜຸ່ມມີ​ພຶ້ນຖານ​ການ​ສຶກສາ ມີ​ຄວາມ​ພ້ອມ​ທີ​ຈະ​ພັດທະນາ​ຕົວ​ເອງ ​ໃຫ້​ສາມາດ​ດໍາ​ເນີນ​ທຸລະ​ກິດ​ຮ່ວມ​ກັບ​ນັກທຸລະກິດ​ໃນ​ເຂດ​ພາກ​ພື້ນ ​ແລະ ສາກົນ, ສາມາດ​ປັບປຸງ​ປ່ຽນ​ແປງ​ຕົວ​ເອງ​ໄປ​ພ້ອມ​ກັນ​ກັບ​ການ​ແລກປ່ຽນ​ແປງ​ຢ່າງ​ໄວວາ​ຂອງ​ຕະຫຼາດ ​ແລະ ນະ​ໂຍບາຍ​ດ້ານ​ການ​ຄ້າ​ຂອງ​ພາກ​ພື້ນ ​ແລະ ສາກົນ.

​ໂຄງການ​ສະໜັບສະໜູນການກໍ່ສ້າງ​ຜູ້​ປະກອບ​ກິດຈະການ​ໃໝ່ຈະ​ດໍາ​ເນີນ​ໃນ​ສອງ​ຮູບ​ແບບ​ຄື: 1. ​ແມ່ນ​ການ​ຝຶກ​ອົບຮົມຫຼັກສູດ​ການກໍ່ສ້າງຜູ້​ປະກອບກິດຈະ​ການ​ໃໝ່ ​ໂດຍ​ສະ​ຖາ​ບັນ​ທີ່​ມີ​ຄວາມ​ຊ່ຽວຊານ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ເປັນ​ການກໍ່ສ້າງ​ໄລຍະ​ສັ້ນ​ເໝາະສົມ​ສໍາລັບ​ການ​ດໍາ​ເນີນ​ທຸລະ​ກິດ, 2. ການ​ເຂົ້າ​ສູນ​ກໍ່ສ້າງ​ຜູ້​ປະກອບ​ກິດຈະການ​ໃໝ່​ໃນ​ສູນ​ຜູ້​ປະກອບ​ກິດຈະການ​ຂອງ​ມະຫາ​ວິທະຍາ​ໄລ ​ເຊິ່ງປັດຈຸບັນມີ​ຢູ່ໜຶ່ງສູນ​ຄື: ສູນກໍ່ສ່້າງ​ຜູ້​ປະກອບ​ກິດຈະການ​ດ້ານ​ທຸລະ​ກິດໄອ​ທີ​ເປັນ​ການກໍ່ສ້າງ​ໄລຍະ​ຍາວ​ແບບ​ຄົບ​ວົງ​ຈອນ ​ແລະ ລົງ​ເລິກ​ດ້ານທຸລະ​ກິດ​ໃດໜຶ່ງ.

ສ່ວນ​ສະ​ຖາ​ບັນ ຫຼື ສູນ​ຝຶກ​ອົບຮົມ​ທີ່​ເຂົ້າ​ຮ່ວມ​ໂຄງການ​ເພື່ອ​ສະໜອງການ​ຝຶກ​ອົບຮົມ ​ແລະ ບໍລິການ​ທີ່​ປຶກສາ​ຜູ້​ທີ່​ສົນ​ໃຈ​ຍາກ​ສ້າງຕັ້ງ​ທຸ​ກິດ​ໃໝ່ປະກອບ​ມີ 5 ພາກ​ສວ່ນຄື: ສະ​ຖາ​ບັນ​ລາວ​-ຢີ່ປຸ່ນ (LJI), ສູນ​ພັດທະນາ​ຜູ້​ຜູ້​ປະກອບ​ກິດຈະການ​ລາວ-ອິນ​ເດຍ (LIEDC), ບໍລິສັດ​ທີ່​ປຶກສາ​ດ້ານ​ການ​ພັດທະນາ ​ແລະ ວິ​ສາ​ຫະກິດ​ຈໍ​າກັດ (EDC), ສູນ​ທີ​ປຶກສາ​ເທັກ​ໂດ (TACDO).

ສໍາລັບ​ຜູ້​ສະໝັກຂໍ​ທຶນ​ສະໜັບສະໜູນ​ຕ້ອງ​​ເປັນ​ນັກ​ສຶກສາ​ຈາກມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ​ນັບ​ແຕ່​ປີ 3 ​ຂຶ້ນ​ໄປ, ນັກ​ສື​ກສາ​ອາຊີວະ​ນັບ​ແຕ່​ປີໜຶ່ງຂຶ້ນ​ໄປ, ບຸກຄົນ​ທົ່ວ​ໄປ ຫຼື ຜູ້​ປະກອບ​ອາຊີບ​ອື່ນໆທີ່​ສົນ​ໃຈ​ຍາກ​ສ້າງ​ທຸລະ​ກິດ​ໃໝ່, ຜູ້​ປະກອບ​ການ​ທີ່​ດໍາ​ເນີນ​ທຸລະ​ກິດ​ບໍ່​ເກີນ 3 ປີ, ຕ້ອງ​ແມ່ນ​ສັນຊາດ​ລາວ, ອາຍຸ​ບໍ່​ເກີນ 35 ປີ, ຖ້າ​ເປັນ​ເພດ​ຍິງ​ຈະ​ໄດ້​ຮັບ​ການ​ພິຈາລະນາ​ເປັນ​ພິ​ເສດ.

ທ່ານ ສົມ​ດີ ອິນ​ມີ​ໄຊ ​ໃຫ້​ຮູ້​ວ່າ: ຈາກ​ການ​ສໍາຫຼວດດ້ານ​ເສດຖະກິດ​ໃນ​ປີ 2006 ປະ​ເທດ​ເຮົາ​ມີ​ຫົວໜ່ວຍທຸລະ​ກິດ​ທັງໝົດປະມານ 127.000 ຫົວໜ່ວຍ ​ໃນ​ນັ້ນ ​ເປັນ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ຫຼາຍ​ເຖິງ 99,8%, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​​ໃນ​ຂະ​ແໜງທຸລະ​ກິດ​ໄດ້​ປະມານ 81%. ​ໂຕ​ເລກ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າຈໍານວນ​ຜູ້​ປະກອບ​ກິດຈະການ​ທີ່​ເປັນ​ເຈົ້າ​ຂອງ​ທຸລະ​ກິດ ຫຼື ​ເປັນ​ຜູ້​ບັນຊາ​ໃນ​ຫົວໜ່ວຍທຸລະ​ກິດ​ມີ​ປະມານ 127.000 ຄົນ ຫຼື ​ເທົ່າ​ກັບ 2% ຂອງ​ຈໍານວນ​ປະຊາກອນ​ທັງໝົດ​ເຊິ່ງ​ເປັນ​ຕົວ​ເລກ​ທີ່​ຕໍ່າຫຼາຍຖ້າ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ, ບໍ່ສົມ​ຄູ່​ກັບ​ເງືອນ​ໄຂ​ຊັບພະຍາກອນ ​ແລະ ​ໂອກາດ​ທີ​ປະ​ເທດ​ເຮົາ​ມີ.

ອີງ​ຕາມ​ແຜນ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ແຕ່​ປີ 2011-2015 ​ໄດ້​ກໍານົດ​ຄາດໝາຍສູ້​ຊົນ​ສົ່ງ​ເສີມ​ການ​ຂະຫຍາ​ຍຕົວ​ຂອງ​ຫົວໜ່ວຍວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ​ທີ່​ຂຶ້ນ​ທະບຽນ​ໃຫ້​ໄດ້​ໃນ​ລະດັບ 13% ຕໍ່ປີ, ຜົນ​ຜະລິດ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາ​ງ​ໃຫ້​ເພີ່ມ​ຂຶ້ນ​ສະ​ເລ່ຍ 15% ຕໍ່ປີ, ອັດຕາ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ​ໃຫ້​ເພີ່ມ​ຂື້ນ 10% ຕໍ່ປີ ​ເພື່ອ​ໃຫ້​ບັນລຸ​ຄາດໝາຍດັ່ງກ່າວ​ໄດ້​ກໍານົດ​ເອົາ 7 ໜ້າທີ​ວຽກງານ​​ເປັນບຸລິມະສິດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ເຊິ່ງໜຶ່ງ​ໃນ​ນັ້ນ​ກໍ່​ແມ່ນ​ວຽກງານ​ສົ່ງ​ເສີມ​ການກໍ່ສ້າງ​ຜູ້​ປະກອບ​ການ​ທຸລະ​ກິດ​ໃໝ່. ທ່ານ ລມຕ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ກ່າວ​ວ່າ: ​ເພື່ອ​ບັນລຸ​ຄາດໝາຍດັ່ງກ່າວ,​ ນອກຈາກ​ຈະ​ສົ່ງ​ເສີມ​ການ​ຂະຫຍາຍຕົວ​ຂອງ​ວິ​ສາ​ຫະກິດ​ທີ​ມີ​ຢູ່ແລ້ວ ພວກ​ເຮົາ​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ສົ່ງ​ເສີມ ​ເພື່ອ​ໃຫ້​ເກີດ​ມີ​ຫົວໜ່ວຍວິ​ສາ​ຫະກິດ​ໃໝ່ຢ່າງ​ແຜຫຼາຍ​ໂດຍ​ການກໍ່ສ້າງ​ຜູ້​ປະກອບ​ກິດຈະການ​ໃໝ່​ເພື່ອ​ລົງທຶນ​ໃນ​ຂະ​ແໜງການ​ທີ​ພວກ​ເຮົາ​ມີ​ທ່າ​ແຮງ. ທ່ານ​ ກ່າວ​ຕື່ມ​ອີກ​ວ່າ: ​ໃນ​ໄລຍະ​ທົດ​ສະ​ວັດມາ​ນີ້ ​ເສດຖະກິດ​ຂອງ​ປະ​ເທດ​ເຮົາ​ມີ​ການ​ເຕີບ​ໂຕ​ຢ່າງໜັກ​ແໜ້ນ​​ໂດຍ​ສະ​ເລ່ຍ​ແມ່ນ​ປະມານ 7% ຕໍ່ປີ​ແຕ່​ການ​ເຕີບ​ໂຕ​ນັ້ນ ​ແມ່ນ​ອາ​ໄສ​ການ​ເຕີບ​ໂຕ​ຂອງ​ຂອງ​ຂະ​ແໜງຊັບພະຍາກອນທໍາ​ມະ​ຊາ​ດ​ເປັນຫຼັກ​ເຊິ່ງບໍ່ມີ​ຄວາຫຼາກຫຼາຍ​ໃນ​ພື້ຍຖານ​ເສດຖະກິດ ​ແລະ ​ເປັນ​ການ​ເຕີບ​ໂຕ​ທີ່​ບໍ່ສາມາດ​ແຈກ​ຢາຍ​ໃຫ້​ແກ່​ສັງຄົມ​ໄດ້​ຢ່າງ​ກ້ວາງ​ຂວາງ​ທັງ​ບໍ່ຮັບປະກັນ​ຄວາມ​ຢືນ​ຢົງ, ການ​ສົ່ງ​ເສີມ​ວິ​ສາ​ຫະກິດຂະໜາດນ້ອຍ ​ແລະ ກາງ​ໂດຍ​ເອົາ​ການກໍ່ສ້າງ​ຜູ້​ປະກອບ​ກິດຈະການ​ໃໝ່​ເພື່ອ​ລົງທຶນ ​ແລະ ດໍາ​ເນີນ​ທຸລະ​ກິດ​ໃນ​ຂະ​ແໜງການ​ທີ່​ພວກ​ເຮົາ​ມີ​ຄວາມ​ໄດ້​ປຽບ​ໃນ​ການ​ແຂງ​ຂັນ​ ​ເຫັນ​ວ່າ​ເປັນ​ມາດ​ຕະການໜຶ່ງທີ່​ສາມາດ​ປະກອບສ່ວນ​ໃນ​ການ​ສົ່ງ​ເສີມ​ຄວາມຫຼາກຫຼາຍດ້ານ​ເສດຖະກິດ​ທັງ​ສາມາດ​ກະຈາຍ​ລາຍ​ໄດ້ ​ແລະ ສ້າງ​ວຽກ​ເຮັດ​ງານ​ທໍ່​ຢ່າງ​ກ້ວາງ​ຂວາງ ​ແລະ ໝັ້ນຄົງ ທັງ​ຍັງ​​ເປັນ​ການ​ປະ​ສ່ວນ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ. ສະ​ນັ້ນ, ພາກ​ລັດ ​ໂດຍ​ສະ​ເພາະ​ກະຊວງ​ອຸດ​ສາ​ຫະກໍາ ​ແລະ ການ​ຄ້າ​ພວດ​ເຮົາ​ຈະ​ສືບຕໍ່ສ້າງ​ເງື່ອນ​ໄຂ​ໃຫ້​ມີ​ລັກສະນະ​ເປັນ​ລະບົບ​ຄົບ​ຊຸດ​ເພື່ອ​ເຮັດ​ໃຫ້ການ​ດໍາ​ເນີນ​ທຸລະ​ກິດ​ການ​ຜະລິດ, ການ​ຄ້າ ​ແລະ ການ​ບໍລິການ ​ໃຫ້​ນັບ​ມື້​ໄດ້​ຮັບ​ຄວາມ​ສະດວກ​ຂຶ້ນ​ເລື້ອຍໆ.

About -