ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກທຸລະກິດ (TPSWG) ຄັ້ງທີ 4
By Bounam chittanavong On 14 Oct, 2013 At 01:18 PM | Categorized As ຂ່າວພາຍໃນ | With 0 Comments

ເພື່ອເປັນການກະກຽມ ແກ່ກອງປະຊຸມໂຕະມົນ ທີ່ຈະໄດ້ຈັດຂື້ນໃນເດືອນ ພະຈິກປີ 2013 ນີ້, ທາງໜ່ວຍງານຂະແໜງ ການຄ້າ ແລະ ພາກທຸລະກິດ ໄດ້ຈັດກອງປະຊຸມ ຄັ້ງທີ 4 ຂື້ນ ໃນວັນທີ 10 ຕຸລາ 2013 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ໂດຍມີການນຳສະເໜີ ບັນດາບັນຫາ ທີ່ຕິດພັນກັບຂົງເຂດ ວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ, ບັນຫາສີມືແຮງງານ ແລະ ບັນດາຄວາມພະຍາຍາມ​ໃນ​ການ​ປັບ​ປຸງ​​ບັນ​ດາ​ລະ​ບຽບ​ກົດ​ຫມາຍ​ທີ່​ເອື້ອ​ອຳ​ນວຕໍ່ພາກທຸ​ລະ​ກິດ​. ນອກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບຂະບວນການໃນການກະກຽມໃຫ້ແຫ່ແຜນພັດທະນາ ເສດຖະກິດ ສັງຄົມແຫ່ງຊາດຊຸດໃໝ່ (ແຜນ8) ຂອງລັດຖະບານ. ກອງປະຊຸມໃນຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມ ຈຳນວນ 120 ກ່ວາທ່ານ ພາຍໃຕ້ການເປັນປະທານຂອງ ພະນະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ເປັນປະທານຮ່ວມໂດຍທ່ານ Michel Goffin, ອຸປະທູດ EU ປະຈຳ ສປປ ລາວ ທັງເປັນຜູ້ປະ​ສານ​ງານ​ສຳ​ລັບ​ຜູ້​ໃຫ້​ທຶນ ຂອງໂຄງການ EIF ປະຈໍາລາວ ແລະ ພະນະທ່ານ Robert von Rimscha ເອກອັກຄະລະຖະທູດ ຜູ້ມີອໍານາດເຕັມແຫ່ງເຢຍລະມັນ ປະຈໍາ ລາວ.

ໃນບົດກ່າວເປີດ ພະນະທ່ານ ນາງ ເຂັມມະນີ ພົນເສນາ ໄດ້ນຳສະເໜີ ຕໍ່ທີ່ປະຊຸມ ກ່ຽວກັບໂຄງການ ພັດທະນາການຄ້າ ໄລຍະສອງ (TDF-2) ທີ່ໄດ້ມີການຮັບຮອງ ແລະ ມີຜົນສັກສິດ ນັບແຕ່ເດືອນພຶດສະພາ ທີ່ຜ່ານມາ ແລະ ມາເຖິງປະຈຸບັນ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນ. ປະຈຸບັນ ລັດຖະບານ ສະຫະລັດອາເມລິກາ ກໍ​ໄດ້ຕັດສິນໃຈ ທີ່ຈະເຂົ້າຮ່ວມ ໃນໂຄງການ TDF ກັບ ລັດຖະບານ ຂອງ ອົດສະຕາລີ, ສະຫະພາບເອີລົບ, ເຢຍລະມັນ, ໄອແລນ ແລະ ທະນາຄານໂລກ. ນອກ​ເຫ​ນືອ​ຈາກນັ້ນ ໂຄງການໃໝ່ ຂອງລັດຖະບານ ເຢຍລະມັນ ໂດຍຜ່ານ GIZ, ສູນຄົ້ນຄ້ວາ IDEAS, ກອງທຶນວິຊາຊີບດ້ານການຄ້າຂອງອັງກິດ (TAF), ທະນາຄານ ADB ແລະ ທະນາຄານໂລກ ກໍ່ໄດ້ຖືກຍົກຂືີ້ນມາ ແລະ ຄາດວ່າໂຄງການໃໝ່ນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດ ໃນສອງ-ສາມ ເດືອນຕໍ່ໜ້ານີ້.

ພະນະທ່ານ ນາງ ເຂັມມະນີ ພົນເສນາ ຍັງໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນທີ່ຕ້ອງໄດ້ແກ້ໄຂບັນດາບັນຫາດ້ານ ການຄ້າ ແລະ ທຸລະກິດ  ທ່າມກາງ ການເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ແລະ ກ່າວໄປສູ່ການເປັນປະຊາຄົມເສດຖະກິດອາຊຽນໃນໄກ້ໆນີ້. ໂດຍທ່ານ ໄດ້ກ່າວວ່າ “ດ້ວຍຄວາມພະຍາຍາມຮ່ວມກັນ ລະຫວ່າງ ບັນດາຂະແໜງການພາກລັດ, ພາກທຸລະກິດ ແລະ ບັນດາຄູ່ຮ່ວມພັດທະນາ ພວກເຮົາສາມາດ ບັນລຸໄດ້ຜົນປະໂຫຍດສູງສຸດ ແລະ ຈຳກັດບັນດາ ສິ່ງທ້າທາຍໃຫ້ມີ ໜ້ອຍທີ່ສຸດເພື່ອຜົນປະໂຫຍດຂອງປະເທດຊາດ”. ທ່ານຍັງໄດ້ກ່າວຕື່ມອີກວ່າ “ໜ່ວຍງານຂະແໜງການຄ້າ ແລະ ພາກທຸລະກິດ ໄດ້ມີບົດບາດໃນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນ ການສ້າງເວທີການປຶກສາຫາລື ແລະ ປະສານງານ ລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານອື່ນໆຢ່າງມີປະສິດທິຜົນ ເພື່ອສົ່ງເສີມການຈັດຕັ້ງປະຕິບັດ ບັນດາມາດຕະການ ຂອງຖະແຫຼງການວຽງຈັນດ້ານການຊ່ວຍເຫຼືອຢ່າງມີປະສິດທິຜົນ ຂອງຂະແໜງການພວກເຮົາ”

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກ ສຳລັບການປຶກສາຫາລືດ້ານນະໂຍບາຍ ລະຫວ່າງລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມ ແມ່ນມາຈາກພາກສ່ວນລັດຖະບານ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະ​ແຫນງ​ການ​ອື່ນ ໃນ 10 ໜ່ວຍງານລວມມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາຢາເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ເຊິ່ງກອງປະຊຸມ TPSWG ນີ້ ແມ່ນຈັດຂື້ນ ສອງຄັ້ງ ຕໍ່ປີ.