ທ່ານ ນາງ ​ແຄ​ເຣັນ ສະຕີ​ວອດ​ທ໌ ທູດອາເມລິກາເຂົ້າຢ້ຽມອໍາ​ລາ
By Bounam chittanavong On 5 Aug, 2013 At 01:38 PM | Categorized As ຂ່າວສຳຄັນ | With 0 Comments

ຕອນ​ເຊົ້າ​ຂອງ​ວັນ ຈັນ ວັນ​ທີ 5 ​ເດືອ​ນ ສິງຫາ 2013 ນີ້ ທີ່ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ, ທ່ານ ດຣ ນາມ ວິ​ຍະ​ເກ​ດ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມອໍາ​ລາ ​ຂອງ ທ່ານ ນາງ ​ແຄ​ເຣັນ ສະຕີ​ວອດ​ທ໌ ທູດ​ອາ​ເມ​ລິ​ກາ ປະ​ຈໍາ ສປປ ລາວ, ​ໃນ​ການ​ພົບ​ປະ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວກັບ​ວຽກງານການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ໃນດ້ານ​ການ​ຄ້າ​ສາກົນ ​ແລະ ການ​ເພີ້​ມການ​ຮ່ວມ​ມື​ດ້ານ​ການ​ຄ້າຫຼາຍຝ່າຍຂອງ​ປະ​ເທດ ​ແລະ ບັນດາ​ອົງການ​ຄ້າ​ໃນ​ຂົງ​ເຂດ

​ໃນ​ວາລະ​ດັງ​ກ່າວ ທ່ານ ດຣ ນາມ ວິ​ຍະ​ເກ​ດ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ທ່ານ ນາງ  ແຄ​ເຣັນ ສະຕີ​ວອດ​ທ໌ ທູດ​ອາ​ເມ​ລິ​ກາ ປະ​ຈໍາ ສປປ ລາວ ​ໄດ້​ຕົກລົງ​ເຫັນ​ດີ​ໃນການ​ສືບຕໍ່ຮ່ວມ​ມື​ຂອງ​ສອງ​ລັດຖະບານ​ທີ່​ໄດ້​ກໍ່ຕັ້ງ​ຜ່ານ​ທາງ​ໂຄງການ​ຮ່ວມ​ມື LUNA-Lao ​ໃນ​​ໄລຍະ​ສີ່​ປີຜ່ານມາ. ການ​ຮ່ວມ​ມື​ນີ້​ຈະ​ເປັນ​ການ​ກະຕຸກ​ຊຸກຍູ້​ໃຫ້​ມີຫຼາຍມູນ​ນິທິ ​​ເພື່ອສົ່ງ​ເສີມ​ຕະຫຼາດ​ເສດຖະກິດ​ທີ່​ທັນ​ສະ​ໄໝ​​ແນ​ໃສ່​ການ​ຂະຫຍາຍຕົວ​ຂອງ​ທຸລະ​ກິດ ແລະ ການ​ຄ້າ ທີ່​ເປັນ​ມິດ​ກັບ​ສະພາບ​ແວດ​ລ້ອມ ​ທັງ​ເປັນ​ການ​ປັບປຸງ​ວຽກງານ​ຄຸມ​ຄອງເສດຖະກິດ​​ພາຍໃນ​ 5 ປີ​ຂ້າງໜ້າ.

Dom