ລັດຖະມົນຕີ ວ່າການກະຊວງ ອຸດສາຫະກໍາ ແລະ ການຄ້າຕ້ອນຮັບແຂກຈາກເບລາລຸດ
By Bounam chittanavong On 14 Oct, 2013 At 01:44 PM | Categorized As ຂ່າວສຳຄັນ | With 0 Comments

2A7DD123612

ຕອນ​ເຊົ້າ​ວັນ​ທີ່ 1 ຕຸລາ 2013 ທີ່​ຫ້ອງ​ຮັບ​ແຂກ ກະຊວງ​ ອຸດສາຫະກໍາ ​ແລະ ການ​ຄ້າ ທ່ານ ດຣ ນາ​ມ ວິ​ຍະ​ເກດ ລັດຖະມົນຕີ ວ່າການ​ກະຊວງ ອຸດສາຫະກໍາ ​ແລະການ​ຄ້າ (ອຄ) ​ໄດ້​ຕ້ອນຮັບ​ການ​ພົບ​ປະ​ຂອງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​​ເສດຖະກິດ ​ແຫ່ງ​ປະ​ເທດ ​ເບ​ລາ​ລຸດ ​ແລະ ທ່ານ​​ເອກ​ອັກຄະ​ລັດຖະທູດ ​ເບ​ລາ​ລຸດປະ​ຈໍາ​ຫວຽດນາມ ພ້ອມ​ດ້ວຍນັກທຸລະກິດຈາກບໍ​ລິ​ສັດ​ຜະລິດ​ລົດ ​ແລະບໍລິສັດ​ເຮັດ​ທຸລະ​ກໍາ​ດ້ານ​ການ​ເງິນຊື່​ດັ່ງ ຈາກ​ປະ​ເທດ​​ເບ​ລາ​ລຸດ​ເຂົ້າ​ຮ່ວມ.
ການ​ພົບ​ປະກັນ​ຄັ້ງ​ນີ້​ແມ່ນ​ເປັນຕາ​ມຄວາມ​ປະສົງ​ທີ່​ທັງ​ສອງ​ປະ​ເທດ​ໄດ້​ຕົກລົງ​ພົບ​ປະກັນ​ເປັນ​ປະ​ຈໍາ ເພື່ອ​ສືບຕໍ່ຮ່ວມ​ມື​ທາງ​ດ້ານ​​ເສດຖະກິດ, ຊຶ່ງ​ຄັ້ງ​ນີ້​ທັງ​ຝ່າຍ​ເບ​ລາ​ລຸດ​ແມ່ນ​ມີ​ຄວາມ​ຕ້ອງການ​ຊອກ​ຫາ​ຊອງ​ທາງ ​ແລະ ໂອກາດ​ໃນ​ການ​ເຂົ້າ​ມາ​ຮ່ວມ​ລົງທຶນ​ເຮັດ​ທຸລະ​ກິດ​ດ້ານ​ລົດຍົນ (ລົດ​ມັດສ໌), ຜະລິດ​ອຸປະກອນ​ຂົນ​ສົງ ​ແລະ ດ້ານການ​ເຮັດ​ທຸລະ​ກໍາ​ການສະໜອງ​ເງິນ​ກູ້ຮ່ວມ​ກັບ​ນັກທຸລກິດ​ລາວ ​ໂດຍ ທ່ານດຣ ນາ​ມ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ ກະຊວງ ອຄ ກໍ່​ໄດ້​ກ່າວ​ຄວາມ​ຂອບ​ໃຈ​ພ້ອມ​ທັງ​ອະທິບາຍ​ສະພາບ​ເສດຖະກິດ​ຂອງ​ລາວ​ໃຫ້​ທັງ​ຝ່າຍ​ເບ​ລາ​ລຸດຮັບ​ຮູ້ວ່າ ປັດຈຸບັນ ສປປ ລາວ ພວມ​​ເປັນ​ທີ​ສົນ​ໃຈ​ຂອງ​ນັກ​ລົງທຶນ ​ແລະ ກໍ່ມີ​ການ​ເຂົ້າ​ມາ​ລົງທຶນ​ຂອງຫຼາຍ​ປະ​ເທດ​ຊຶ່ງ​ກໍ່ມີ​ຄວາມ​ຕ້ອງການ​ອຸປະກອນ​ຮັບ​ໃຊ້ຫຼາຍ ​ແລະ ກຸ່ມ​​ທີ​ເຂົ້າ​ມາ​ລົງທຶນ​ຂະໜາດ​ໃຫຍ່ຜະລິດອຸປະກອນ​ດ້ານ​ລົດຍົນ ​ແລະ ການ​ຂົນ​ສົງ​ແມ່ນກຸ່ມ​ບໍລິສັດ​ໂຄ​ລາວ ຈາກ ປະ​ເທດ​ເກົາຫຼີ​ໃຕ້. ບັນຫາ​ທີ່​ທ່ານ​ສະ​ເໜີ ​ແມ່ນ​ໃຫ້​ຊອກ​ຫາ​ຫຸ້ນ​ສ່ວນ ຜູ້​ຮ່ວມ​ມື ​ເພາະ​ນັກທຸລະກິດ​ລາວ​ຍັງ​ບໍ່ທັນ​ໃຫຍ່ ​ແລະ ປະສົບ​ການ​ຍັງ​ບໍ່ທັນຫຼາຍ ດັງ​ນັ້ນ ສະ​ເໜີ​ໃຫ້​ທາງ​ຝ່າຍ​ເບ​ລາ​ລຸດຮ່ວມ​ມື​ກັບ​ນັກທຸລກິດ​ລາວ ​ແບບ 50/50 ​​ໂດຍ​ເລີ່​ມຈາກໜ້ອຍຫາຫຼາຍ ​ເຊັ່ນ: ມາ​ຕັ້ງ​ບໍລິສັດ Showroomກ່ອນ​ຈາກ​ນັ້ນ​ຈິ່ງ​ຂະຫຍາຍ​ສາຂາ​ອອກ, ທັງ​ກ່າວ​ຕື່ມ​ອີກ​ວ່າ ຝ່າຍ​ລາວ​ມີ​ຄວາມ​ຍິນ​ດີ​ຕ້ອນຮັບ​ນັກທຸລະກິດ ​ແລະ ຜູ້​ລົງທຶນ​ສະ​ເໜີ ​ແລະ ​ໃນ​ອານາ​ຄົດ​ການ​ຄ້າ​ໃນ​ອາຊຽນຈະ​ບໍ່ມີ​ພາ​ສີ​ທັງ​ຍັງ​ສາມາດ​ຈໍ່າໜ່າຍ​ໄປ​ທົ່ວ​ ASEAN ພ້ອມ​ທັງ ຈີນ ອິນ​ເດຍ ນອກຈາກ​ນີ້ ທ່ານ​ກໍ່​ໄດ້​ແນະ​ນໍາ​ບັນດາ​ທະນາຄານ​ໃນ ສປປ ລາວ ທ​ີນັກທຸລະກິດ​ເບ​ລາ​ລຸດສາມາດ​ຮ່ວມ​ມື​ດໍາ​ເນີນ​ການ​ເຮັດ​ທຸລະ​ກໍາ​ດ້ານ​ການ​ເງິນ​ໄດ້.

          ຂ່າວ: ​ໂດ​ມ