ກອງປະຊຸມສຳມະນາ ກ່ຽວກັບການສ້າງຄວາມຮັບຮູ້ກ່ຽວກັບການຮ່າງບັນດາສັນຍາ ແລະ ນິຕິກໍາຂັ້ນກະຊວງ ໃຫ້ແກ່ພະນັກງານຂອງກະຊວງອຸດສາຫະກຳ ແລະ ການຄ້າ
By phaikhame evilay On 10 May, 2024 At 11:37 AM | Categorized As ຂ່າວພາຍໃນ | With 0 Comments

IMG_0015

ໃນວັນທີ 07 ພຶດສະພາ 2024, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ ການສ້າງຄວາມຮັບຮູ້ກ່ຽວກັບການຮ່າງບັນດາສັນຍາ ແລະ ນິຕິກໍາຂັ້ນກະຊວງ ໃຫ້ແກ່ພະນັກງານຂະແໜງອຸດສາຫະກໍາ ແລະ ການຄ້າ ຂຶ້ນທີ່​ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາພັດ ພູນສຸກ, ຮອງຫົວໜ້າຫ້ອງການກະຊວງ.

ຈຸດປະສົງກອງປະຊຸມສຳມະນາຄັ້ງນີ້ ເພື່ອປະກອບສ່ວນໃຫ້ແກ່ການແກ້ໄຂບັນດາສິ່ງທ້າທາຍ ເພື່ອຊຸກຍຸ້ການປະຕິບັດທິດຊີ້ນຳການຫັນໄປສູ່ການຄຸ້ມຄອງລັດດ້ວຍກົດໝາຍໃນຂະແໜງ ອຄ ໃຫ້ມີຄວາມຄືບໜ້າ ແລະ ບາດກ້າວທີ່ໜັ້ນທ່ຽງ ບັນລຸຕາມຄາດໝາຍທີ່ກຳນົດໄວ້. ພ້ອມທັງສ້າງຄວາມເຂັ້ມແຂງທາງດ້ານວິຊາການແນໃສ່ຍົກໃຫ້ເຫັນຄວາໝາຍຄວາມສຳຄັ ແລະ ສ້າງຄວາມຮັບຮູ້ກ່ຽວກັບຂັ້ນຕອນ ເຕັກນິກການ ໃນດ້ານການຮ່າງສັນຍາ ແລະ ນິຕິກໍາຂັ້ນກະຊວງ ໃຫ້ເຂົ້າໃຈເລິກເຊິ່ງ ແລະ ເປັນເອກະພາບກັນທາງດ້ານຫຼັກການ.

IMG_0043

ກອງປະຊຸມ ໄດ້ມີການບັນລະຍາຍ ໂດຍ ວິທະຍາກອນ ຈາກ ກົມສົນທິສັນຍາ ແລະກົດໝາຍ, ກະຊວງການຕ່າງປະເທດ, ຫ້ອງການກະຊວງ ແລະ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ຂອງກະຊວງອຸດສາຫະກໍາ ແລະການຄ້າ ໃນຫົວຂໍ້ຕ່າງໆ ເປັນຕົ້ນ:

  1. ລາຍ​ງານ​ ສະ​ພາບ​ການ​ຮ່າງບັນດາສັນຍາ ແລະ ນິຕິກຳຂັ້ນກະຊວງ ​ຂອງ​ຂະແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ;
  2. ຂັ້ນ​ຕອນ​ ແລະ ຫຼັກການ ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ ແລະ ສັນຍາສາ​ກົນ;
  3. ການຈັດຕັ້ງຜັນຂະຫຍາຍສົນທິສັນຍາການຄ້າ;
  4. ຫຼັກການ ການຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ແລະ ຫຼັກການ ການຮ່າງນິຕິກຳຂັ້ນກະຊວງ;

IMG_0072

ໃນກອງປະຊຸມມີລັກສະນະວິຊາການ, ແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳຖາມ ເພື່ອແລກປ່ຽນຖອດບົດຮຽນກັນ ຊຶ່ງກອງປະຊຸມ ກໍໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ ແລະ ຫ້ອງການກະຊວງ ກໍເນັ້ນໜັກວ່າ ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ ພະນັກງານ ຂະແໜງ ອຄ ໃຫ້ຫລາຍຂຶ້ນ ເນື່ອງຈາກວຽກງານດັ່ງກ່າວ ເປັນເຄື່ອງມືອ້າງອີງທີ່ສຳ ຄັນໃນການຄຸ້ມຄອງວຽກງານຂະແໜງ ອຸດສາຫະກຳ ແລະ ການຄ້າ ດ້ວຍນິຕິກຳ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນສູງສຸດ ຕາມແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ທີ່ກຳນົດໄວ້ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ຂ່າວ-ພາບ: ພະແນກນິຕິກໍາ ຫ້ອງການ ກະຊວງ ອຄ.