ເອກອັກຄະລັດຖະທູດຜູ້ມີອໍານາດເຕັ້ມແຫ່ງ ອົດສະຕາລີ ປະຈໍາ ສປປ ລາວຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By phaikhame evilay On 6 May, 2024 At 02:18 PM | Categorized As ຂ່າວສຳຄັນ | With 0 Comments

IMG_0209

       ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 3 ພຶດສະພາ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນ. Megan jones (ເມແກັນ ຈອນສ), ເອກອັກຄະລັດຖະທູດ ອົດສະຕາລີ ຄົນໃໝ່ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 16 ທ່ານ.

IMG_0214

     ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ ນ. Megan jones (ເມແກັນ ຈອນສ),  ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ທູດ ໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ລະຫວ່າງ ສປປ ລາວ- ອົດສະຕາລີ ທີ່ມີການພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາ ດ້ານວັດທະນາທໍາ, ດ້ານສັງຄົມ ແລະ ດ້ານເສດຖະກິດເປັນຕົ້ນການຊ່ວຍເຫຼືອລ້າ ຈາກລັດຖະບານອົດສະຕາລີ, ຊ່ວຍຂົວມິດຕະພາບ1  ໃຫ້ແກ່ລາວ ໃນໄລຍະຜ່ານມາ, ໃນນັ້ນມູນຄ່າການຄ້າສອງຝ່າຍ ປີ 2023 ສາມາດປະຕິບັດໄດ້ໃນມູນຄ່າ:  427. 384.696 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການນໍາເຂົ້າປະຕິບັດໄດ້ 79.993.230 ລ້ານໂດລາສະຫະລັດ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 347.391.466 ລ້ານໂດລາສະຫະລັດ. ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າປະກອບມີ: ພະຫະນະທາງບົກດ້ານກົນຈັກ ແລະ ສິ້ນສ່ວນອາໄຫຼ່, ຖ່ານຫີນ, ລິກໄນ, ເຫຼັກ ແລະ ເຄື່ອງເຮັດດ້ວຍເຫຼັກ ອາຫານເສີມສໍາລັບຜະລິດ, ອາຫານສັດ,  ຜະລິດຕະພັນເຄມີປະສົມສໍາເລັດຮູບ, ເຄື່ອງໄຟຟ້າ ແລະ ອຸປະກອນກົນຈັກ ແລະ ສິນຄ້າ ອື່ນໆ. ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກປະກອບມີ:  ​ຄໍາປະສົມ-ຄໍາແທ່ງ, ເກີບ, ເຂົ້າ, ໄມ້ອັດ ເຄື່ອງ​ນຸ່ງ​ຫົ່ມ; ແລະ ເຫຼົ້າເບຍ ແລະ ອື່ນໆ. ນອກຈາກນີ້ທັງສອງຝ່າຍຍັງແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນຫຼາຍດ້ານເພື່ອຊອກຫາທາງອອກໃນອະນາຄົດໃຫ້ໄດ້ປັບປຸງວຽກງານການຮ່ວມມືຂອງສອງຝ່າຍໃນຕໍ່ໜ້າສິນຄ້າການນໍາເຂົ້າ-ສົ່ງອອກ ໃຫ້ຫຼາຍຂື້ນກວ່າເກົ່າ.

IMG_0199

         ພ້ອມດຽວກັນນີ້, ທ່ານ ນ. Megan jones (ເມແກັນ ຈອນສ),   ,  ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ສປປ ລາວຄົນໃໝ່ ໄດ້ສະແດງຄວາມຍິນດີຕໍ່ທ່ານລັດຖະມົນຕີ, ໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ-ອົດສະຕາລີ ​​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດ.

ຂ່າວ-ພາບ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກະຊວງ ອຄ.