ເປີດຝຶກອົບຮົມ ກ່ຽວກັບ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ
By ໄພວັນ On 26 Apr, 2024 At 02:27 PM | Categorized As ຂ່າວຕ່າງປະເທດ | With 0 Comments

IMG_05

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ຝຶກອົບຮົມ ກ່ຽວກັບ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ ຂື້ນໃນລະຫວ່າງວັນທີ 24 – 25 ເມສາ 2024, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ມີບັນດາກົມ, ພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

IMG_02

ທ່ານປະທານໄດ້ກ່າວວ່າ: ສັນຍາ DEFA ນີ້ຈະອຳນວຍຄວາມສະດວກໃຫ້ແກ່ການຄ້າດິຈິຕອນຂ້າມຊາຍແດນ, ຊ່ວຍໃຫ້ການເຮັດທຸລະກິດພາຍໃນພາກພື້ນງ່າຍດາຍຂື້ນ ໂດຍການປັບປຸງກົດລະບຽບດິຈິຕອນໃນຂົງເຂດທີ່ສໍາຄັນ ເຊັ່ນ: ການອໍານວຍຄວາມສະດວກທາງດ້ານການຄ້າດິຈິຕອນ, ການຈ່າຍເງິນ, ມາດຕະຖານ ແລະ ຂໍ້ມູນ. ໃນກອງປະຊຸມຂອງພວກເຮົາສອງມື້ນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບການບັນຍາຍຂອງ ທ່ານນາງ Leonila Guglya ຊ່ຽວຊານໂຄງການ USAID LBE, ພວກເຮົາຈະມີໂອກາດລົງເລິກເຖິງຄວາມຊັບຊ້ອນຂອງການຄ້າດິຈິຕອນໃນຫຼາຍດ້ານ ເຊັ່ນ ທຸລະກໍາທາງອີເລັກໂຕຣນິກ, ຄວາມປອດໄພທາງອິນເຕີເນັດ, ການປົກປ້ອງຜູ້ບໍລິໂພກອອນໄລ, ການພັດທະນາເຕັກໂນໂລຢີທີ່ພົ້ນເດັ່ນຂື້ນເຊັ່ນ ປັນຍາປະດິດ (Artificial Intelligence – AI), ເຊີ່ງເປັນຂົງເຂດທີ່ຈະກາຍພື້ນຖານອັນໜຶ່ງໃຫ້ກັບເສດຖະກິດຂອງພວກເຮົາໃນອະນາຄົດ. ພ້ອມທັງມີຄວາມສໍາຄັນ​ເປັນ​ພິ​ເສດ​ເພື່ອ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ເຈລະຈາ​ສັນຍາ​ DEFA ຂອງ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນຜົນກະທົບທີ່ຈະເກີດຂື້ນ ຈາກການຮັບຮອງເອົາເນື້ອໃນຂອງສັນຍາ ໃນ​ຂອງ​ຂະ​ແໜງ​ດິຈິ​ຕອນ.

IMG_03

ທ່ານໃຫ້ຮູ້ຕື່ມວ່າ ເຫັນໄດ້ຈາກບັນດາປະເທດທີ່ມີການພັດທະນາເສດຖະກິດດິຈິຕອນໄປຢ່າງກ້າວໜ້ານັ້ນ, ເຫັນວ່າການຫັນເປັນດິຈິຕອນແມ່ນມີບົດບາດສູງໃນການຊຸກຍູ້ການຂະຫຍາຍໂຕຂອງເສດຖະກິດ, ເພີ່ມປະສິດທິພາບໃຫ້ກັບການຄ້າ, ແລະ ເປັນການສົ່ງເສີມນະວັດກໍາ. ຍິ່ງ​ໄປ​ກວ່າ​ນັ້ນ, ໃນກອງ​ປະຊຸມ​ຄັ້ງ​ນີ້​ ກໍ່ແມ່ນ​ເວທີ​ປຶກສາຫາລື​ເພື່ອ​ເປັນ​ການ​ພົບ​ປະ​ແລກປ່ຽນ ​ແລະ ປຶກສາ​ຫາລືກັນ​. ເຊື່ອໝັ້ນວ່າບັນດາທ່ານ​ຈະເຂົ້າ​ຮ່ວມການແບ່ງ​ປັນ​ຄວາມ​ເຂົ້າ​ໃຈ​ຢ່າງ​ຕັ້ງ​ຫນ້າ ແລະ ​ມີ​ສ່ວນ​ຮ່ວມ​ໃນ​ການ​ສົນ​ທະ​ນາ​ທີ່​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ລວມ​ຂອງ​ພວກ​ເຮົາ, ຊຶ່ງຈະກາຍເປັນພື້ນຖານໃຫ້ກັບການ​ຕັດ​ສິນ​ໃຈໃນຈຸດຢືນຂອງ ສປປ ລາວ ໃນການເຈລະຈາເນື້ອໃນ​ສັນຍາ​ DEFA ຂອງ​ອາ​ຊຽນ. ຕໍ່ກັບເປັ້າໝາຍລວມຂອງພວກເຮົາໃນການສົ່ງເສີມເສດຖະກິດດິຈິຕອນ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ນະວັດຕະກໍາ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນຕໍ່ຂະຫຍາຍໂຕຂອງເສດຖະກິດໂດຍລວມ.

ພາບ-ຂ່າວ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -