ອຄ ເປີດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 03 ເດືອນ ຊຸດທີ I
By ໄພວັນ On 22 Apr, 2024 At 04:47 PM | Categorized As ຂ່າວສຳຄັນ | With 0 Comments

IMG_4

ກະຊວງອຸດສາຫະກຳ ແລະ ການຄ້າ ​(ອຄ) ​ເປີດ​ຊຸດຮຽນ ​ທິດ​ສະ​ດີກາ​ນ​ເມືອງ ຂັ້ນຕົ້ນ​ໄລຍະ 03 ເດືອນ ຊຸດທີ I ໃຫ້​ແກ່​ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງ​ກະຊວງ​ ອຄ ຂື້ນໃນວັນທີ 22 ເມສາ 2024 ທີ່ຫ້ອງປະຊຸມກະຊວງ ອຄ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ, ມີຄະນະປະຈໍາພັກ, ບັນດາສະຫາຍເລຂາ, ຮອງເລຂາຄະນະຮາກຖານພັກ, ສະຫາຍ ປອ ສຸພາວະດີ ຫຼ້າຄຳສາຍ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ບັນດາ​​ສະຫາຍນັກສຳ​ມະ​ນາກ​ອນ ເຂົ້າຮ່ວມ

IMG_12

ສະຫາຍ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ການເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຄັ້ງນີ້ ກໍ່ເປັນໜຶ່ງໃນການຈັດຕັ້ງຜັນຂະຫຍາຍ ມະຕິ ເລກທີ 04/ຄບສພ ກ່ຽວກັບ ການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງດ້ານວຽກງານພະນັກງານ ໂດຍການສ້າງແຜນບຳລຸງກັບທີ່ໃຫ້ພະນັກງານຫຼັກແຫຼ່ງ ໂດຍສະເພາະແມ່ນບັນດາເປົ້າໝາຍທີ່ນອນໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທີ່ຍັງຢູ່ໃນຂັ້ນວິຊາການ ແລະ ຂັ້ນຮອງຫົວໜ້າພະແນກ ໃຫ້ມີລະດັບຄວາມຮັບຮູ້ ຄວາມເຂົ້າໃຈ ແລະ ເປັນເອກະພາບ ຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ສາມາດເຮັດໜ້າທີ່ຂົນຂວາຍ ແລະ ນຳພາຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນວຽກລະອຽດໃນຂົງເຂດທີ່ຕົນຮັບຜິດຊອບ.

IMG_3

ການເປີດຮຽນເປັນການສ້າງກາລະໂອກາດອັນດີ ໃນການເຊື່ອມຊຶມຮຽນຮູ້ເຮັດໃຫ້ສາມາດກຳໄດ້ ​ຄວາມ​ຮູ້​ພື້ນຖານ​ທາງ​ດ້ານ​ທິດ​ສະ​ດີກາ​ນ​ເມືອງ, ການ​ປົກຄອງ, ​ກຳ​​ໄດ້ ​ຫຼັກ​ມູນ​ພື້ນຖານຂອງ​ທິດ​ສະ​ດີ ມາກ-ເລນິນ ແນວຄິດໄກສອນ ແລະ ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ​ປັບ​ປຸງ​ທັດສະນະ​ຫຼັກ​ໝັ້ນຂອງສະມາຊິກພັກ-ພະນັກງານໃຫ້ມີຄວາມໜັກແໜ້ນ, ຮູ້​ຈຳ​ແນກໄດ້ມິດ-ສັດຕູ​, ເຊື່ອມຊຶມຕໍ່​ການນຳພາ​ຂອງ​ພັກ ກໍ່​ຄື​ຈຸດໝາຍອຸດົມການຂອງພັກເຮົາ; ​ເປັນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດສິນທຳ​ປະ​ຕິວັດ, ​ຍົກ​ສູງ​ສະຕິ​ຄວາມ​ເປັນ​ແບບຢ່າງນຳໜ້າ​ແກ່​ມະຫາຊົນ, ສ້າງ​ແບບ​ແຜນການ​ດຳລົງ​ຊີວິດ​ທີ່​ປອດ​ໃສ​ຂາວ​ສະອາດ, ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການເມືອງທີ່ໄດ້ຮັບມອບໝາຍ; ກໍາແໜ້ນ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ​ເປັນຕົ້ນ​ແມ່ນ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຮອບ​ດ້ານຢ່າງ​ມີ​ຫຼັກການ​ຂອງ​ພັກ, ສ້າງ​ຄວາມ​ເປັນ​ເອກະ​ພາບກັບ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ເພື່ອ​ນຳ​ໄປ​ຜັນຂະຫຍາຍ ​ແລະ ຈັດຕັ້ງປະຕິ​ບັດ​ໃນ​ຂົງ​ເຂດ​ວຽກ​ງານ​ຕົວ​ຈິງ​ທີ່ຕົນຮັບຜິດຊອບໃຫ້​ເກີດ​ດອກ​ອອກ​ຜົນສູງ. ອັນນີ້ແມ່ນສິ່ງຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການໃນການສ້າງ ແລະ ກຽມຄວາມພ້ອມໃຫ້ສະມາຊິກພັກ-ພະນັກງານໃຫ້ສາມາດຕອບສະໜອງໄດ້ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່ ຂອງ​ຂະ​ແໜງອຸດສາຫະກຳ ແລະ ການຄ້າ ​ໃນ​ສະ​ເພາະໜ້າ ​ແລະ ຍາວ​ນານ ​ເປັນ​ການຫຼຸດພົ້ນອອກ​ຈາກ​ຈິນຕະນາການ​ອັນ​ເກົ່າ​ທີ່​ບໍ່ສອດຄ່ອງ, ສ້າງ​ທັດ​ສະ​ນະ​ຫຼັກໝັ້ນຊົນ​ຊັ້ນທີ່​ຖືກຕ້ອງ, ສ້າງ​ແນວ​ຄິດ​ທີ່​ເປັນ​ເອກະ​ພາບ​ສູງ​ກັບ​ແນວທາງ​ນະ​ໂຍບາຍກໍ​ຄື​ອຸດົມ​ການ ​ແລະ ຈຸດໝາຍ.

IMG_5

​ເພື່ອ​ບັນລຸຕາມ​ຈຸດປະສົງ ​ແລະ ລະດັບ​ຄາດໝາຍ ໃຫ້ບັນດານັກສຳມະກອນ ​ກຳ​ແໜ້ນທິດ​ນຳ​ທີ່​ວ່າ ທິດ​ສະ​ດີ​ຕ້ອງ​ຕິດ​ພັນ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ​ເພາະວ່າ​ພຶດຕິ​ກຳ​ແມ່ນ​ມາດຖານ​ສັດຈະທຳ, ຮຽນຮູ້​ເຊື່ອມ​ຊືມ​ແນ​ວທາງ​ແຜນ​ນະ​ໂຍບາຍຂອງ​ພັກ ຕ້ອງ​ຕິດ​ພັນ​ກັບ​ການ​ຮູ້ຜັນຂະຫຍາຍ​ໃຫ້​ສອດ​ຄ່ອງ ​ໂດຍ​ອີງ​ໃສ່​ຫຼັກມູນ​ທິດ​ສະ​ດີ ​ ​ແລະ ການ​ຖອດ​ຖອນ​ບົດຮຽນຈາກ​ພຶດຕິ​ກຳ​ຕົວ​ຈິງ,​ ເປັນ​ແບບຢ່າງ​ນຳໜ້າໃຫ້​ແກ່​ມະຫາຊົນ, ຕ້ອງ​ຖື​ສຳຄັນ​ການໃຈ້​ແຍກ​ບັນຫາ​ຕ່າງໆ​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ວິທີ​ແກ້​ໄຂ​ຢ່າງ​ເໝາະສົມ, ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ດ້ວຍຕົນ​ເອງ, ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ສຳ​ມະ​ນາກ​ອນ​ ​ແລະ ​ວິທະຍາກອນ, ສຳລັບສຳມະນາກອນ ຕ້ອງຄົ້ນຄວ້າ​ຮໍ່າຮຽນ ແລະ ປະຕິບັດ​ລະບຽບຂອງການຮຽນ ຢ່າງ​ເຂັ້ມງວດ​​ ສ່ວນວຽກງານ​ວິຊາ​ສະ​ເພາະ​ອື່ນໆ​ແມ່ນ​ມອບໝາຍ​ໃຫ້​ຜູ້​ອື່ນ​ເຮັດ​ແທນ​ຢ່າງ​ຂາດ​ຕົວ​ໃນ​ໄລຍະເຂົ້າຮ່ວມຊຸດຮຽນຄັ້ງ​ນີ້.

ໃນ​ໂອກາດ​ນີ້ທ່ານ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ຄະນະ​ຮັບຜິດຊອບ​ຊຸດຮຽນ​, ພິ​ເສດ​ແມ່ນ​ສະ​ຖາ​ບັນ​ການ​ເມືອງ​ ແລະ ການ​ປົກຄອງ​ແຫ່ງ​ຊາດ ທີ່​ໄດ້​ອຸທິດກຳລັງ, ​ເຫື່ອ​ແຮງ, ​ສະຕິປັນຍາ ​ແລະ ເປັນ​ເຈົ້າການ​ຊ່ວຍ​ກະຊວງ​ ອຄ ໃນ​ການກະກຽມ,​ ສ້າງ​ເງື່ອນ​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ​ໃນ​ທຸກ​ດ້ານເພື່ອບຳລຸງສ້າງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ​ກະຊວງ​ ອຄ.

ຂ່າວ-ພາບ: ໄພວັນ ສູນສະຖະຕິ ແລະຂໍ້ມູນຂ່າວສານ ຫອຄ

About -