ລັດຖະະມົນຕີ ກະຊວງ ອຄ ລົງເຄື່ອນໄຫວວຽກງານ ຢູ່ ເເຂວງຫົວພັນ
By ໄພວັນ On 11 Apr, 2024 At 09:56 PM | Categorized As ຂ່າວສຳຄັນ | With 0 Comments

ໃນລະຫວ່າງວັນທີ 09-11 ເມສາ 2024 ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ (ອຄ) ໄດ້ນໍາພາຄະນະຈາກກະຊວງ ອຄ ລົງເຄື່ອນໄຫວວຽກງານຢູ່ເເຂວງຫົວພັນ. ຈຸດປະສົງເເມ່ນເພື່ອພົບປະຢ້ຽມຢາມການນໍາເເຂວງຫົວພັນ ເເລະ ໂອ້ລົມພະນັກງານພະເເນກອຸດສາຫະກໍາ ເເລະ ການຄ້າ ເເຂວງຫົວພັນ ພ້ອມທັງລົງຢ້ຽມຢາມຜູ້ປະກອບການ ທີ່ໄດ້ຮັບທຶນສະໜັບສະໜຸນຈາກທຶນສົມທົບ BAF ພາຍໃຕ້ໂຄງການ LCT

4jpg

ໃນໂອກາດການເຄື່ອນໄຫວວຽກງານໃນຄັ້ງນີ້, ວັນທີ 09 ເມສາ 2024 ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ ຄໍາເເພງ ໄຊສົມເເພງ, ເຈົ້າເເຂວງເເຂວງຫົວພັນ ເເລະ ທ່ານ ນາງ ອໍາໄພວອນ ລ້ອມບຸນເເພງ, ປະທານສະພາເເຂວງຫົວພັນ  ເພື່ອປຶກສາຫາລື ເເລະ ເເລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນຄະນະ 19/ກມສພ ກ່ຽວກັບການເເກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາເເລກປ່ຽນເງິນຕາ, ລາຄາສິນຄ້າ ເເລະ ໜີ້ສິນຕ່າງປະເທດ. ພ້ອມທັງເຜີຍເເຜ່ຜົນຂອງການຈັດກອງປະຊຸມເປີດກວ້າງ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຂະເເໜງອຸດສາຫະກໍາ ເເລະ ການຄ້າ ຊຶ່ງກະຊວງອຸດສາຫະກໍາ ເເລະ ການຄ້າ ໄດ້ຈັດຂຶ້ນລະຫວ່າງວັນທີ 4-5 ເມສາ 2024 ຜ່ານມາ.

ວັນທີ 10 ເມສາ 2024 ທ່ານ ລັດຖະມົນຕີ ພ້ອມຄະນະ ໄດ້ເຂົ້າຮ່ວມພົບປະໂອ້ລົມ ເເລະ ຢ້ຽມຢາມພະເເນກອຸດສາຫະກໍາ ເເລະ ການຄ້າ ເເຂວງຫົວພັນ  ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ, ຄໍາຄິດຄໍາເຫັນ ເເລະ ຂໍສະເໜີ ຂອງພະເເນກອຸດສາຫະກໍາ ເເລະ ການຄ້າ. ໃນໂອກາດດຽວກັນນີ້ ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ເຜີຍເເຜ່ເນື້ອໃນຈິດໃຈ ຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດເເຫ່ງ ສປປ ລາວ ໃຫ້ກຽດໂອ້ລົມ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມເປີດກວ້າງ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະ  ເເໜງອຸດສາຫະກໍາ ເເລະ ການຄ້າ ຊຶ່ງຈັດຂື້ນລະຫວ່າງວັນທີ 4-5 ເມສາ 2024 ຜ່ານມາ ເປັນຕົ້ນເເມ່ນ:​ ການຫັນເປັນອຸດສາຫະກໍາທັນສະໄໝ, ການຄ້າເປັນຕ່ອງໂສ້, ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ເເລະ ອື່ນໆ.

IMG_15

ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ເເລະ ການຄ້າ ໃຫ້ທິດຊີ້ນໍາເນັ້ນໜັກຕໍ່ພະນັກງານພະເເນກ ອຄ ເເຂວງຫົວພັນ ໃຫ້ເພີ່ມທະວີເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ເພື່ອສ້າງການປ່ຽນເເປງ ໂດຍສຸມໃສ່ວຽກງານຕົ້ນຕໍໃນການເປັນເຈົ້າຕົນເອງ ໃນຂະເເໜງອຸດສາຫະກໍາ ເເລະ ການຄ້າ ເຊັ່ນ: 1. ເຊື່ອມໂຍງ ແລະ ເຊື່ອມຈອດທາງດ້ານເສດຖະກິດ ແລະ ການຄ້າ ທັງພາຍໃນ ແລະ ຕ່າງປະເທດ; 2. ສົ່ງເສີມການຜະລິດສິນຄ້າ ເພື່ອທົນແທນການນຳເຂົ້າ ແລະ ການສົ່ງອອກ ຕາມທ່າແຮງ ຂອງແຕ່ລະພາກ ແລະ ເຂດແຄ້ວນ; 3. ຫັນເປັນອຸດສາຫະກໍາ ຕາມທິດສີຂຽວ ແລະ ຍືນຍົງ, ອຸດສາຫະກຳ ທີ່ປ່ອຍອາຍກາກໂບນິກຕໍ່າ ຕາມທິດທາງ ແລະ ທ່າອ່ຽງຂອງພາກພື້ນ ແລະ ສາກົນ; 4. ການຫັນເປັນດີຈີຕອນໃນຂົງເຂດອຸດສາຫະກໍາ ແລະ ການຄ້າ, ແຕ່ກໍ່ເອົາໃຈໃສ່ຄູ້ມຄອງ ແລະ ສະກັດກັ້ນຜົນກະທົບ ຈາກກັນຫັນເປັນດີຈີຕອນ; 5. ອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ, ການຄ້າ ແລະ ການຂົນສົ່ງເພື່ອສົ່ງເສີມຄວາມອາດສາມາດ ແຂ່ງຂັນຂອງເສດຖະກິດພາຍໃນ; 6. ປະກອບສ່ວນປຸກລະດົມສັງຄົມ ແລະ ສ້າງຄ່ານິຍົມ ເພື່ອສະໜັບສະໜູນ, ສົ່ງເສີມ ແລະ ນໍາໃຊ້ສິນຄ້າ ທີ່ຜະລິດໄດ້ພາຍໃນ; 7. ພັດທະນາຫັດຖະກໍາ ຕິດພັນກັບການສົ່ງເສີມການຊົມໃຊ້ພາຍໃນ, ການສົ່ງອອກກັບທີ່ ແລະ ການສົ່ງອອກໄປຕ່າງປະເທດ; 8. ສົ່ງເສີມການພັດທະນາພາກເອກະຊົນ, ການປະກອບການ, ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດ ສາຫະກຳ ແລະ ສະມາຄົນເສດຖະກິດໃຫ້ແຂງແຮງກວ່າເກ່ົ່າ; 9. ສົ່ງເສີມການພັດທະນາຕະຫຼາດພາຍໃນ ແລະ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; 10. ເອົາໃຈໃສ່ວຽກງານສົ່ງເສີມການແຂ່ງຂັນທາງດ້ານເສດຖະກິດ-ການຄ້າ ທີ່ເປັນທຳພາຍໃຕ້ກົດຫມາຍ; ປົກປ້ອງຜູ້ບໍລິໂພກ ແລະ ຜູ້ຊົມໃຊ້; ກວດກາ ແລະ ສະກັດກັ້ນການຄ້າສິນຄ້າ ນອອກລະບົບ; ແລະ 10 ການຍົກສູງປະສິດທິພາບການຄຸ້ມຄອງມະຫາພາກຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ການແບ່ງຂັ້ນຄຸ້ມຄອງກັບທ້ອງຖິ່ນ ຕາມທິດ 3 ສ້າງ.

ວັນທີ 11 ເມສາ 2024 ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ຍັງໄດ້ເຂົ້າຮ່ວມ ເປັນປະທານກອງປະຊຸມມລາຍງານຄວາມຄືບໜ້າ, ຜ່ານເເບບຈໍາລອງຫ້ອງວາງສະເເດງເເຫ່ງຊາດ ເເລະ ລະດົມທຶນເຂົ້າຮ່ວມງານວາງສະເເດງ ຈີນ-ອາຊຽນ ຄັ້ງທີ 21 ປະຈໍາປີ 2024 ຮ່ວມກັບ ທ່ານ ເຈົ້າເເຂວງເເຂວງຫົວພັນ ເພື່ອຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມງານວາງສະເເດງຈີນ-ອາຊຽນ ຄັ້ງທີ 21 ​ປະຈໍາ 2024 ພ້ອມທັງຜ່ານເເບບຈໍາລອງຫ້ອງວາງສະເເດງເເຫ່ງຊາດ ທີ່ຈະຈັດວາງສະເເດງສິນຄ້າໃນງານດັ່ງກ່າວ ເຊິ່ງໃນປີນີ້ເເຂວງຫົວພັນ ເເມ່ນເປັນເເຂວງທີ່ຖືກເລືອກເປັນຕົວເເທນເມືອງເເຫ່ງສະເໜ່ ຂອງ ສປປ ລາວ ທີ່ຈະເຂົ້າຮ່ວມໃນງານວາງສະເເດງຈີນ-ອາຊຽນ ຄັ້ງທີ 21 ​ປະຈໍາ 2024.

IMG_12

ທ່ານ ລັດຖະມົນຕີກະຊວງ ອຄ ພ້ອມຄະນະໄດ້ລົງຢ້ຽມຢາມຕິດຕາມພື້ນຖານການຜະລິດ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການ ບໍລິສັດຍອດຊໍາ ຈໍາກັດ ທີ່ໄດ້ຮັບທຶນສະໜັບສະໜຸນຈາກທຶນສົມທົບ BAF ພາຍໃຕ້ໂຄງການ LCT ເເລະ ໂຮງອົບກາເຟ ຂອງບໍລິສັດ Yuni coffee lao ທ່ານ ລັດຖະມົນຕີກະຊວງ ອຄ ໄດ້ມີຄໍາເຫັນເເລກປ່ຽນ ເເລະ ໃຫ້ທັດສະນະໃນການນໍາໃຊ້ທ່າເເຮງຂອງເເຂວງ ທາງດ້ານທໍາມະຊາດ, ພູມີສາດ, ປະຫວັດສາດ ເເລະ ພູປັນຍາທ້ອງຖິ່ນ, ມູນເຊື້ອອັນດຸໝັ່ນຂອງປະຊາຊົນຂອງເເຂວງຫົວພັນ ເເລະ ທ່າເເຮງດ້ານອື່ນໆ ເພື່ອນໍາໃຊ້ໃຫ້ເກີດເປັນປະໂຫຍດຫຼາຍທີ່ສຸດ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -