ພິທີລົງນາມ ສັນຍາການຄ້າລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ
By Miss Phetpakai SISOMBOUN On 8 Apr, 2024 At 11:53 PM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments


 WhatsApp Image 2024-04-08 at 15.29.36 (5)

ໃນຕອນເຊົ້າ ວັນທີ 08 ເມສາ 2024 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມ ສັນຍາການຄ້າລະຫວ່າງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນອກຈາກຈະມີພິທີລົງນາມດັ່ງກ່າວແລ້ວ ທັງສອງຝ່າຍກໍ່ຖືເວທີດັ່ງກ່າວເປັນເວທີພົບປະ ແລະ ປຶກສາຫາລື  ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ​ຮ່ວມ​ມື ຂອງ​ສອງ​ລັດ​ຖະ​ບານ ສປ​ປ ລາວ ແລະ ສ​ສ ຫວຽດ​ນາມ ປະ​ຈຳ​ປີ 2024 ວຽກງານຂະ​ແໜງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂອງ​ທັງສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ໂດຍເປັນກຽດກ່າວຕ້ອນຮັບຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ການເຂົ້າຮ່ວມຄັ້ງນີ້ຂອງຝ່າຍຫວຽດນາມ ໂດຍແມ່ນທ່ານ ຫງວຽນ ຫົ່ງ ຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພ້ອມຄະນະ ກະຊວງ ອຄ ຫວຽດນາມ ແລະ ຕາງໜ້າຈາກບັນດາກົມ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ເຂົ້າຮ່ວມ.

WhatsApp Image 2024-04-08 at 15.29.35 (5)        WhatsApp Image 2024-04-08 at 15.29.35 (6)

ເຊິ່ງການພົບປະ ດຳເນີນ​ໄປ​ດ້ວຍ​ໄມ​ຕິ​ຈິດ​ມິດ​ຕະ​ພາບ ແລະ ປຶກ​ສາ​ຫາ​ລື ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ພ້ອມ​ກັນ​ຊອກ​ຫາ​ວິ​ທີ ແລະ ກົນ​ໄກ​ທີ່​ເໝາະ​ສົມ ໃນ​ການ​ຈັດ​ຕັ້ງ​ຜັນຂະຫຍາຍແຜນ​ຮ່ວມ​ມື ​ປະ​ຈຳ​ປີ 2024 ຊຶ່ງ​ໄດ້​ປຶກ​ສາ​ຫາ​ລື​ກັນ ໃນ 6 ວຽກ​ບູ​ລິ​ມະ​ສິດ  ແລະ ວຽກ​ອື່ນໆ ດັ່ງ​ນີ້:

1)    ສອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ ແລະ ສ​ສ ຫວຽດ​ນາມ ​ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ເພື່ອບັນລຸເປົ້າ​ໝາຍ​ການ​ເພີ້ມ​ມູນ​ຄ່າ​ການ​ຄ້າສອງ​ຝ່າຍ ​ໃຫ້​ບັນ​ລຸ 10-15% ຕໍ່​ປີ ທີ່​ລັດ​ຖະ​ບານ​ສອງ ປະ​ເທດ​ໄດ້​ກຳ​ນົດ ໃນ​ນັ້ນ ເນັ້​ນ​ໃສ່ບັນດາກຸ່ມວຽກ​ທີ່​ເປັນ​ບູ​ລິ​ມະ​ສິດ ເປັນ​ຕົ້ນ ວຽກ​ງານການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ, ການ​ຄ້າ​ຕ່າງ​ປະ​ເທດ, ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ຜະ​ລິດ ເພື່ອ​ສົ່ງ​ອອກ ພ້ອ​ມ​ທັງ ການ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ, ການ​ພົບ​ປະ ແລະ ແລກ​ປ່ຽນ​ທັງ​ພາກ​ລັດ-ພາກ​ທຸ​ລະ​ກິດ ແລະ ບັນ​ດາ​ແຜນ​ງານ​ຕ່າງໆ ເພື່ອ​ໃຫ້​ບັນ​ລຸ​ເປົ້າໝາຍ​ທີ່​ໄດ້​ກຳ​ນົດ​ໄວ້.

2)    ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ຄ້າ ແມ່ນ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົນ​ໄກ​ການ​ປະ​ສານ​ງານ ເພື່ອ​ຜັນ​ຂະ​ຫຍາຍສັນ​ຍາ​ການ​ຄ້າ ລາວ-ຫວຽດ​ນາມ (ສະ​ບັບ​ປັບ​ປຸງ) ທີ່​ໄດ້​ລົງ​ນາມ​ໃນ​ຕອນ​ເຊົ້າ ຂອງວັນ​ທີ 8 ເມ​ສາ 2024 ແລະ ການ​ປັ​ບ​ປຸງ​ຂໍ້​ຕົກ​ລົງ​ຮ່າ​ໂນ້ຍ 2007 ວ່າ​ດ້ວຍ​ການ​ສ້າງ​ເງື່ອນ​ໄຂ​ຄົນ, ພາ​ຫະ​ນະ ແລະ ສິນ​ຄ້າ​ຜ່ານ​ແດນ ເພື່ອ​ໃຫ້​ສາ​ມາດ​ຮອງ​ຮັບສະ​ພາບ​ການ​ປ່ຽນ​ແປງ​ໃຫມ່ ແລະ ທັນ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ ໃນ​ການ​ເຄື່ອນ​ໄຫວວຽກ​ງານ​ຂອງ ຂະ​ແໜງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ ແລະ ສ​ສ​ ຫວຽດ​ນາມ. ນອກນີ້​ຍັງ​ໄດ້ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຄ້າ​ຊາຍ​ແດນ ແລະ ພື້ນຖານໂຄງລ່າງການຄ້າຊາບແດນ ລາວ​-ຫວຽດ​ນາມ ແລະ ບົດ​ບັນ​ທຶກ​ກ່ຽວ​ກັບ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ຄ້າ​ຂາຍນອກ​ລະ​ບົບ (ຄ້າ​ຂາຍ​ເຖື່ອນ) ຕາມ​ຊາຍ​ແດນ.

3)    ໄດ້​ປຶກ​ສາ​ຫາ​ລື ​ກ່ຽວ​ກັບການ​ຄົ້ນ​ຄວ້າ​ເພື່ອ​ທົດ​ລອງ​ສ້າງ​ເຂດ​ເສດ​ຖະ​ກິດ ແລະ ນິ​ຄົມ​ອຸດ​ສາ​ຫະ​ກຳ ຢູ່​ສະ​ຖານ​ທີ່​ ທີ່​  ເໝາະ​ສົມ ໂດຍ​ສະ​ເພາະແຂວງ​ທີ່​ມີຊາຍ​ແດນ​ຕິດກັບ ສ​ສ ຫວຽດ​ນາມ ພ້ອມນີ້ ກໍ່​ໄດ້​ສະ​ເໜີ​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ວິ​ຊາ​ການ ແລະ ຊ່ຽວ​ຊານ ຈາກ ສ​ສ ຫວຽດ​ນາມ ທີ່​ມີ​ຄວາມ​ຊ່ຽວ​ຊານ ແລະ ປະ​ສົບ​ການ ເພື່ອ​ສຶກ​ສາ ແລະ ຄົ້ນ​ຄວ້າ​ຄວາມ​ເປັນ​ໄປ​ໄດ້ ຕ່າງໆ.

4)    ໄດ້ປຶກສາຫາລື ກ່ຽວກັບກາ​ນ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ໂຄງ​ການ​ຕົວ​ແບບ ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳປຸງ​ແຕ່ງທີ່​ມີ​ທ່ານ​ແຮງ ເຊິ່ງ​ໄລ​ຍະ​ຜ່ານ​ມາ​ກໍ່​ໄດ້​ມີ​ການ​ປຶກ​ສາ ກັບ​ພາກ​ທຸ​ລະ​ກິດ ເພື່ອ​ຄົ້​ນ​ຄວ້າ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ບັນ​ດາ​ໂຄງ​ການ​ຕົວ​ແບບ​ດັ່ງ​ກ່າວ ເຊິ່ງ ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ ຈະ​ໄດ້​ລົງ​ເລິກ​ຊ່ວຍ​ກ່ຽວ​ກັບ​ນ​ະ​ໂຍ​ບາຍ​ສົ່ງ​ເສີມ ແລະ ການ​ປະ​ຕິ​ບັດ​ຕາມ​ການ​ຕົກ​ລົງ​ໃນ​ຂອບ​ອາ​ຊຽນ.

5)    ໄດ້​ປຶກ​ສາ​ຫາ​ລື ​ກ່ຽວ​ກັບການ​ຄົ້ນ​ຄວ້າ​ເພື່ອ​ກຳ​ນົດ​ຈຸດ ແລະ ສ້າງ​ສາງ​ນໍ້າ​ມັນທີ່​ເໝາະ​ສົມ ຢູ່ ສ​ປ​ປ ລາວ ເພື່ອ​ຮອງ​ຮັບ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ສ​ສ​ ຫວຽດ​ນາມ ເນື່ອງ​ຈາກ​ປະ​ລິ​ມານ​ການ​ນຳ​ເຂົ້າ​ໃນໄລ​ຍະ​ຜ່ານ​ມາ ປະ​ມານ 150-160 ລ້ານ​ລິດ/ເດືອນ ຫລື ມີ​ມູນ​ຄ່າ​ປະ​ມານ 1,5-1,6 ຕື້ ໂດ​ລາ/ປີ, ແຕ່​ການ​ນຳ​ເຂົ້າ​ຈາກ ສ​ສ ຫວຽດ​ນາມ ມີ​ພຽງ​ແຕ່ 10% ເທົ່າ​ນັ້ນ. ຖ້າ​ການ​ນຳ​ເຂົ້າ​ນໍ້​າ​ມັນ​ເຊື້ອ​ໄຟ​ຈາກ ສ​ສ​ ຫວຽດ​ນາມ ຂອງ ສ​ປ​ປ ລາວ ເພີ້ມ​ຂື້ນ ​ກໍ່​ຈະ​ສົ່ງ​ຜົນ​ໃຫ້​ມູນ​ຄ່າ​ການ​ຄ້າ ສອງ​ຝ່າຍ​ເພີ້ມ​ຂື້ນ ໃນຕໍ່ໜ້າ.

6)    ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ພັດ​ທະ​ນາວຽກ​ງານ​ການ​ຄ້າ ເອ​ເລັກ​ໂຕຼນິກ ເຊິ່ງ​ເປັນ​ວຽກ​ງານ​ທີ່​ສຳ​ຄັນ​ໃນ​ຍຸກ​ເສດ​ຖະ​ກິດ ດີ​ຈີ​ຕອນ ເຊິ່ງ​ເຫັນ​ໄດ້​ວ່າ ວຽກ​ງານ​ດັ່ງ​ກ່າວແມ່ນ​ສາ​ມາດ​ປະ​ກອບ​ສ່ວນ​ປະ​ມານ 25% ​ຂອງ ມູນຄ່າການຄ້າ ຫລື ມີ​ມູນ​ຄ່າ​ປະ​ມານ 18 ຕື້ ໂດ​ລາ ຢູ່ ສສ ຫວຽດນາມ ໃນປີ 2023 ແລະ ຄາດວ່າ ປີ 2025 ຈະສາມາດບັນລຸໄດ້ 20 ຕື້ໂດລາ.

7)    ກອງປະຊຸມໄດ້ເຫັນດີ ສະເໜີໃຫ້ມີການສ້າງຕັ້ງຄະນະເຮັດວຽກ, ຄະນະສະເພາະກິດ ແລະ ຄະນະປະສານງານຮ່ວມກັນ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຜັນຂະ ຫຍາຍໃນລວງເລິກ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ບົດບັນທຶກຄວາມເຂົ້າໃນ, ແຜນງານ ແລະ ກິດຈະກຳການຮ່ວມມື ໃຫ້ເປັນຮູບປະທຳ ແລະ ຮັບປະກັນເຖິງໝາກຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານເຫຼົ້ານັ້ນ.

8)    ກອງປະຊຸມໄດ້ເຫັນດີ ເພື່ອຊຸກຍູ້ໃຫ້ມີການເພື່ອເຜີຍແຜ່ບັນດາເນື້ອໃນຈິດໃຈຂອງສັນຍາການຄ້າ, ບົດບັນທຶກຄວາມເຂົ້າໃຈ ແລະ ນິຕິກຳອື່ນໆ ໃຫ້ບັນດາພາກລັດທັງສູນກາງ-ທ້ອງຖິ່ນ ແລະ ພາກທຸລິດ ເພື່ອໝູນໃຊ້ບັນດານິຕິກຳດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ໃຫ້ແກ່ ລາວ ແລະ ຫວຽດນາມ.

IMG_0948 21.59.13

  2A277FFB-DE6E-4840-8E57-9A40F461A2D0_1_201_a                          754D9A32-13C2-4501-A0D4-C7E50AD8E982_1_201_a

ພາຍຫລັງສຳເລັດການພົບປະ ແລະ ປຶກສາຫາລື ເພື່ອຜັນຂະຫຍາຍແຜນການຮ່ວມມື ປະຈຳປີ 2024 ກໍ່ເປັນໂອກາດອັນສຳຄັນ ຂອງວາລະ ພິທີລົງນາມເຊັນສັນຍາ ແລະ ລົງນາມບົດບັນທຶກຄວາມເຂົ້າໃຈ ຊື່ງມີດັ່ງລຸ່ມນີ້:

1)        ລົງນາມໃນສັນຍາການຄ້າ (ສະບັບປັບປຸງ)ລະຫວ່າງທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

2)        ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນໃນການຄຸ້ມຄອງລັດ ຕິດພັນກັບການຕ້ານ-ສະກັດກັ້ນ ​ພຶດຕິກຳການດຳເນີນທຸລະກິດ, ການຄ້າ ທີ່ລະເມີດກົດໝາຍ; ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດຄຸ້ມຄອງຕະຫຼາດ ຕິດພັນກັບວຽກງານກວດກາການຄ້າລະ​ຫວ່າງ ກົມແຂ່ງ​ຂັນທາງທຸ​ລະ​ກິດ ແລະ ກວດ​ກາ​ການ​ຄ້າ ລາວ ແລະ ກົມ​ໃຫຍ່​ຄຸ້ມ​ຄອງ​ຕະ​ຫລາດ ຫວຽດນາມ.

3)        ລົງນາມບົດບັນທຶກຄວາມເຂົ້າໃຈ ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ​ພອນ​ສັກ, ສະ​ຖາ​ບັນ NARIME ແລະ ບໍ​ລິ​ສັດ GP Holdings.

ພາບ: ໄພວັນ ໂຄດວັນທາ

ຂ່າວ: ເພັດປະກາຍ ສີສົມບູນ