ສະຫາຍ ເລຂາທິການໃຫຍ່ໂອ້ລົມ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະໜງອຸດສາຫະກຳ ແລະ ການຄ້າ
By Miss Phetpakai SISOMBOUN On 5 Apr, 2024 At 05:05 PM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

 

76C47FF8-2284-42F1-8229-F14097AD8CC7_1_201_a

ໃນວັນທີ 5 ເມສາ 2024 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະໜງອຸດສາຫະກຳ ແລະ ການຄ້າ ວັນທີ 4-5 ເມສາ 2024 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, ນະຄອນຫຼວງວຽງຈັນ.  ມີຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າຈາກຂະແໜງການ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ, ສະພາແຫ່ງຊາດ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເຂົ້າຮ່ວມ ແລະ ຜ່ານລະບົບທາງໄກ.

ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ   ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຜົນງານການເຄື່ອນໄຫວຕະຫລອດໃນໄລຍະຜ່ານມາ ໃນມື້ທີ່ 1 ກອງປະຊຸມໄດ້ທົບທວນສະຫຼຸບຕີລາຄາໝາກຜົນໃນການສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ໃນໄລຍະກາງສະໄໝ ຕາມ 5 ແຜນງານ, 39 ຄາດໝາຍ ແລະ 38 ຕົວຊີ້ວັດ ຂອງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ 2021-2025 ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດລວມຂອງ ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ ເປັນຕົ້ນ 1. ເຮັດໃຫ້ອັດຕາສ່ວນຂອງ ມູນຄ່າສົ່ງອອກສິນຄ້າອຸດສາຫະກໍາປຸງແຕ່ງຈາກ 32,76% ໃນປີ 2021; 36,30% ໃນປີ 2022 ແລະ ກາຍເປັນ 37,88% ໃນປີ 2023, 2. ເຮັດໃຫ້ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ປະກອບສ່ວນໃນໂຄງສ້າງ GDP ຈາກ 19,83% ໃນປີ 2021; 20,58% ໃນປີ 2022 ແລະ ກາຍເປັນ 21,62% ໃນປີ 2023, 3. ສ້າງວຽກເຮັດງານທໍາໃນ ຂະ ແໜງອຸດສາຫະກໍາປຸງແຕ່ງຂະຫຍາຍຕົວສະເລ່ຍ 3% ຕໍ່ປີ. ນອກນັ້ນ, ກໍ່ໄດ້ຮັບຟັງການປະກອບຄຳເຫັນ ກ່ຽວກັບ ຂຸດຄົ້ນທ່າແຮງບົ່ມຊ້ອນຂອງປະເທດໃຫ້ກາຍເປັນຂະແໜງ ເສດຖະກິດປາຍແຫຼມ ແລະ ການພັດທະນາອຸດສາຫະກໍາ ຢູ່ ສປປ ລາວ, ນະໂຍບາຍພາສີ ແລະ ອາກອນ ເພື່ອສົ່ງເສີມການພັດທະນາອຸດສາຫະກໍາ, ນະໂຍບາຍສິນເຊື່ອ ເພື່ອສົ່ງເສີມການຜະລິດ, ການຟີ້ນຟູ ເສດຖະກິດຫລັງພະຍາດລະບາດ Covid-19: ສິງທ້າທາຍ ແລະ ນະໂຍບາຍ.

IMG_9133

ໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫລາຍດ້ານທີ່ຍາດມາໄດ້ ຕະຫລອດໄລຍະທີ່ຜ່ານມາ ແລະ ເພື່ອຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການ ຊຶ່ງຈະຕ້ອງໄດ້ບຸກບືນ ບຸກທະລຸ ໃນປີຕໍ່ໄປ ດັ່ງນີ້:

ອັນທີໜຶ່ງ ຕ້ອງປັບປຸງໂຄງສ້າງການຜະລິດສິນຄ້ຳ

ອັນທີສອງ ປັບປຸງແຜນນະໂຍບາຍ ພັດທະນາການຄ້າ

ອັນທີສາມ ແຜນນະໂຍບາຍ ພັດທະນາອຸດສາຫະກໍາປຸງແຕ່ງ

ອັນທີສີ່ ພັດທະນາ ແລະ ການສົ່ງເສີມ ການສົ່ງອອກສິນຄ້າ

ອັນທີຫ້າ ພັດທະນາຕະຫຼາດ ແລະ ການຄຸ້ມຄອງ ສິນຄ້າ-ລາຄາ

ອັນທີຫົກ ເພີ່ມທະວີການພົວພັນຮ່ວມມື ທາງການຄ້າ ກັບຕ່າງປະເທດ ໃຫ້ມີປະສິດທິຜົນ

ອັນທີເຈັດ ປັບປຸງລະບົບການຄຸ້ມຄອງ-ບໍລິຫານ ຂອງຂະແໜງອຸດສາ ຫະກໍາ-ການຄ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສ້າງໃຫ້ກາຍເປັນອົງ ການບໍລິການຮັບໃຊ້  ແລະ ສາມາດກວດສອບຈາກປະຊາຊົນ ໄດ້ຢ່າງແທ້ຈິງ

1A32EB99-C3DD-4523-ADA2-95DD010A4B03_1_201_a

 ພາບ: ໄພຄຳອີ ວິໄລຄຳ

ຂ່າວ: ເພັດປະກາຍ ສີສົມບູນ