ເປີດພິທີເທດສະການອາຫານ ລາວ- ສ ເກົາຫລີ ຄັ້ງທີ 1
By ໄພວັນ On 4 Apr, 2024 At 03:57 PM | Categorized As ຂ່າວສຳຄັນ | With 0 Comments

IMG38

ວັນທີ 3 ເມສາ 2024 ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຮ່ວມກັບສະມາຄົມນັກທຸລະກິດຍິງລາວ  ແລະ ສະມາຄົມວັດທະນາທໍາ ແລະ ສິນລະປະ ສ ເກົາຫລີ ໄດ້ຈັດພິທີເປີດ ເທດສະການອາຫານລາວ- ສ ເກົາຫລີ ຄັ້ງທີ 1 ທີ່ສວນເຈົ້າອານຸວົງ, ຈະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ທ່ານ ນ ວັນດາລາ ສີພັນດອນ ພັນລະຍາ ທ່ານນາຍົກລັດຖະມົນຕີ, ທ່ານ ນ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ; ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດແຫ່ງ ສ ເກົາຫລີ ປະຈຳ ລາວ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ທ່ານ ນ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທັງເປັນປະທານສະມາຄົມທຸລະກິດແມ່ຍິງລາວ, ທ່ານ ປອ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ Dr. YOO HYUN SOOK ປະທານສະມາຄົມແລກປ່ຽນວັດທະນາທຳ ແລະ ສິນລະປະ ສ ເກົາຫລີ; ພ້ອມດ້ວຍ ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ທ່ານຫົວໜ້າ-ຮອງຫົວໜ້າກົມ ຕາງໜ້າຈາກກະຊວງ, ອົງການຕ່າງໆ ປະຈຳສປປ ລາວ, ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ, ບັນດາທ່ານ ພັນລະຍາ ທ່ານທູດ-ທູຕານຸທູດ ປະເທດຕ່າງໆ, ຄະນະນໍາ ຈາກສູນກາງສະຫະພັນແມ່ຍິງລາວ; ຄະນະພະແນກ, ພະນັກງານພາກລັດ ຈາກບັນດາກະຊວງ ແລະ ຫົວໜ່ວຍທຸລະກິດພາຍໃນ ແລະ ປະເທດ ສ ເກົາຫລີ ເຂົ້າຮ່ວມງານຄັ້ງນີ້ມີຈຳນວນຫຼວງຫຼາຍ.

IMG_7

ຈຸດປະສົງຂອງການຈັດງານໃນຄັ້ງນີ້: ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ສ້າງຄວາມສາມັກຄີ ລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ສະມາຄົມນັກທຸລະກິດແມ່ຍິງ ສປປ ລາວ, ສະມາຄົມແລກປ່ຽນວັດທະນາທໍາ ແລະ ສິນລະປະ ສ ເກົາຫຼີ ໃຫ້ມີບົດບາດອັນໃໝ່ໃນລະດັບສາກົນ, ທັງເປັນການໂຄສະນາຮີດຄອງປະເພນີ ວັດທະນາທໍາດ້ານອາຫານລາວ ໃຫ້ກວ້າງຂວາງ ເປັນທີ່ຮູ້ຈັກຂອງປະເທດຕ່າງໆ ໃນໂອກາດປີທ່ອງທ່ຽວລາວ 2024. ພ້ອມນີ້, ກໍເພື່ອເຊື່ອມສານແລກປ່ຽນວັດທະນາທຳອັນດີງາມ ແລະ ສິນລະປະຂອງ ສ ເກົາຫຼີ ແລະ ມວນຊົນຊາວລາວໃນຍຸກສະໄໝສິນລະປະກຳ ແລະ ວັດທະນາທຳທີ່ບໍ່ມີພົມແດນ; ພາຍໃນງານຈະມີການວາງສະແດງ ແລະ ຂາຍອາຫານລາວ ທີ່ເປັນອາຫານພື້ນເມືອງ ເປັນເອກະລັກຂອງລາວ, ພືດຜັກຜົນຜະລິດກະສິກຳປອດສານພິດ, ສະອາດ ແລະ ປອດໄພ, ອາຫານລາວປະຍຸກ. ສ່ວນອາຫານສ ເກົາຫຼີ ແມ່ນຈະເນັ້ນໃສ່ບັນດາທຸລະກິດອາຫານທີ່ດຳເນີນກິດຈະການຢູ່ລາວ ແລະ ອາຫານທີ່ເປັນເອກະລັກຂອງ ສ ເກົາຫຼີ; ພ້ອມນີ້, ກໍຈະມີພໍ່ຄົວສີມືລະດັບສາກົນ ມາສາທິດການປຸງແຕ່ງອາຫານ.

IMG_8

ພິທີດັ່ງກ່າວ ຍັງມີການວາງຂາຍເຄື່ອງຫັດຖະກຳລາວ, ມີການສະແດງສິນລະປະດົນຕີພື້ນເມືອງລາວ, ສະແດງເຄ-ປ໋ອບ (K-pop) ແລະ ສະແດງການເດີນແບບ ໃນຊຸດເກົາຫລີ. ງານເທດສະການອາຫານຄັ້ງນີ້ ມີນັກທຸລະກິດເຂົ້າຮ່ວມທັງໝົດ 65 ຮ້ານ ຊຶ່ງປະກອບມີ ຈາກປະເທດ ສ ເກົາຫລີ 25 ຮ້ານ ແລະ ຫົວໜ່ວຍທຸລະກິດຈາກ ສປປ ລາວ 40 ຮ້ານ ມາວາງສະແດງອາຫານ, ເຄື່ອງດື່ມ, ຫັດຖະກຳລາວ, ສິນຄ້າໂອດ໋ອບ ແລະ ອື່ນໆ. ຊຶ່ງງານດັ່ງກ່າວ ເລີ່ມແຕ່ວັນທີ 3 ຫາ 5 ເມສາ 2024 ດຳເນີນເປັນເວລາ 03 ວັນ.

ຂ່າວ-ພາບ: ໄພວັນ ຂ່າວສານ ຫອຄ

About -