ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ
By Miss Phetpakai SISOMBOUN On 4 Apr, 2024 At 03:57 PM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

 

IMG_8304

             ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ປີ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ເມສາ2024, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ICTC, ນະຄອນຫລວງວຽງຈັນ ເປັນກຽດກ່າວເປີດກອງປະຊຸມໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ເຂົ້າຮ່ວມ ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍ ຜູ້ຕາງໜ້າຈາກສະພາແຫ່ງຊາດ, ສະຖາບັນການສຶກສາ, ສະຖາບັນຄົ້ນຄ້ວາ, ບັນດາວິສາຫະກິດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຈຳນວນໜຶ່ງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ແລະ ພ້ອມນັ້ນ ກໍ່ໄດ້ມີການວາງສະແດງຂອງກຸ່ມສິນຄ້າ ໂອດອບ ແລະ ຫັດຖະກຳ ຈຳນວນ 26 ບໍລິສັດ, ກຸ່ມ ອຸດສາຫະກຳ ແລະ ໂຮງງານ ຈຳນວນ 7 ບໍລິສັດ, ກຸ່ມພາກສ່ວນພາກລັດ ພະແນກ ອຄ ນວ, ແຂວງ 5 ພາກສ່ວນ, ⁠ກຸ່ມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະມາຄົມ ຈຳນວນ 6 ພາກສ່ວນ ແລະ ⁠ກຸ່ມບັນດາຄ້າຍລົດ 6 ຄ້າຍ ລວມທັງໝົດ 50 ບູດ.

IMG_8336

ກອງປະຊຸມຂອງພວກເຮົາ ຈະດຳເນີນເປັນເວລາ 2 ວັນ. ໃນວັນທີ 1, ກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ສະເໜີ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ. ຫລັງຈາກນັ້ນ, ນັກຄົ້ນຄວ້າອາວຸໂສ 2 ສະຫາຍ ຄື: ສະຫາຍ ປະລິນຍາເອກ ບຸນທະວີ ສີສຸພັນທອງ, ອະດີດ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຈະນຳສະເໜີບົດຕີລາຄາ ກ່ຽວກັບ “ການຫັນເປັນອຸດສາຫະກຳ ຢູ່ສປປລາວ”, ແລະ ສະຫາຍ ສຈ ປອ ບຸນທີ ເຄືອມີໄຊ, ອະດີດຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈະນຳສະເໜີ ກ່ຽວກັບ “ການຈັດຕັ້ງປະຕິບັດແນວຄິດໄກສອນພົມວິຫານ ກ່ຽວກັບການຄ້າເປັນຕ່ອງໂສ້”.

IMG_8349

ນອກນັ້ນ, ກໍ່ມີການແລກປ່ຽນຄຳເຫັນ ຈາກບັນດາສະຫາຍ ຜູ້ຕາງໜ້າ ຂອງຂະແໜງການ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ສະພາການຄ້າ ແລະ ອຸດສາຫະກຳ, ແລະ ຜູ້ເຂົ້າຮ່ວມກອງປະຊຸມ. ສຳລັບວັນທີ 2 ຈະເປັນມື້ສັງລວມຄຳເຫັນຂອງກອງປະຊຸມ ຂອງວັນທີ 1, ແລະ ສືບຕໍ່ການປະກອບຄຳເຫັນ ຈາກການນຳຂັ້ນສູງ ຂອງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ. ສ່ວນໃນຕອນບ່າຍ,​ ກອງປະຊຸມ ຈະໄດ້ຕ້ອນຮັບ ແລະ ຮັບຟັງຄຳເຫັນຊີ້ນຳ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈະບໍ່ເປັນພຽງແຕ່ ການມາຮັບຟັງການລາຍງານຜົນງານ ແລະ ການໂຄສະນາເຜີຍແຜ່ທິດທາງວຽກງານຈຸດສຸມ ຂອງຂະແໜງອຸດສາຫະກຳ ແລະ ການຄ້າເທົ່ານັ້ນ, ແຕ່ຈະເປັນເວທີຮັບຄິດຄຳເຫັນ, ຄຳສະເໜີ ແລະ ຄຳແນະນຳ ໃນການຜັນຂະຫຍາຍມະຕິຂອງສູນກາງພັກ ເພື່ອເປັນບ່ອນອີງ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ນຳໄປຄົ້ນຄ້ວາ ແລະ ສະເໜີເປັນແນວທາງ, ນະໂຍບາຍ, ແຜນພັດທະນາ ແລະ ແຜນວຽກຈຸດສຸມ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃນໄລຍະແຕ່ນີ້ ຮອດທ້າຍສະໄໝ XI ແລະ ສືບຕໍ່ໃນສະໄໝທີ XII.

ພາບ:  ໄພວັນ ໂຄດວັນທາ

ຂ່າວ: ເພັດປະກາຍ ສີສົມບູນ