ພາກລັດ ແລະ ພາກທຸລະກິດ ຫາລື ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ
By ໄພວັນ On 3 Apr, 2024 At 04:02 PM | Categorized As ຂ່າວສຳຄັນ | With 0 Comments

IMG_005

ວັນທີ 2 ເມສາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 15 ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

IMG_001

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ກ່າວໃນພິທີເປີດກອງປະຊຸມໂດຍ ຍົກໃຫ້ເຫັນສິ່ງທ້າທາຍທີ່ເກີດມາຈາກເຖິງສະພາບແວດລ້ອມຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ສູງ, ຄວາມກະແຈກກະຈາຍທາງດ້ານການຄ້າ ແລະ ການລົງທຶນ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ.

ທ່ານ ນາຍົກລັດຖະມົນຕີ ຍັງຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງຈາກ ຂັ້ນສູນກາງ ຫາ ທ້ອງຖິ່ນ ໃຫ້ຮ່ວມມືນຳພາກທຸລະກິດ ທັງຈາກພາຍໃນ ແລະ ຕ່າງປະເທດ ໃນການລະບຸ ແລະ ກຳຈັດ ອຸປະສັກຕ່າງໆທີ່ຕິດພັນກັບການເລີມຕົ້ນທຸລະກິດ.

ກອງປະຊຸມເຄິ່ງມື້ດັ່ງກ່າວນີ້ ມີເປົ້າໝາຍຫຼັກເພື່ອທົບທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວຄັ້ງທີ 14 ແລະ ໃຫ້ການສະໜັບສະໜູນໂດຍລວມຕໍ່ກັບການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອລະບຸ ແລະ ແກ້ໄຂບັນຫາສຳຄັນທີ່ມີຜົນກະທົບຕໍ່ພາກທຸລະກິດ ໃນປະເທດ.

ອີງຕາມການລາຍງານໃນກອງປະຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ  ທີ່ໄດ້ຍົກຂຶ້ນ ຢູ່ກອງປະຊຸມທຸລະກິດ ຄັ້ງທີ 14 ໃນປີ 2023 ນັ້ນ, ມີ 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, ມີ 11 ຂໍ້ສະເໜີ ທີ່ມີຄວາມຄືບໜ້າໃນການແກ້ໄຂ ໃນຂອບເວລາຄັກແນ່ ໃນຂະນະທີ່ ຍັງມີ 3 ຂໍ້ສະເໜີ ທີ່ບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ ເຊິ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ.

ບັນດາຂໍ້ສະເໜີທີ່ໄດ້ຮັບການແກ້ໄຂ ລວມມີ ການປັບປຸງຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດ ໃນ 6 ຂະແໜງການຫຼັກ, ການເສີມຂະຫຍາຍການເຂົ້າເຖິງຂອງລະບົບຂໍ້ມູນຂ່າວສານສິນເຊື່ອ ແລະ ການປັບປຸງ ຂັ້ນຕອນການແຈ້ງພາສີທີ່ໃຫ້ສະດວກຍິ່ງຂຶ້ນໂດຍຜ່ານລະບົບທັນສະໄໝ. ຜົນສຳເລັດທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຮັບຮອງ ໂຄງສ້າງ ແລະ ຂະບວນການປຶກສາຫາລືພາຍໄຕ້ກົນໄກກອງປະຊຸມທຸລະກິດລາວຢ່າງເປັນທາງການ.

IMG_010

ກອງປະຊຸມ ຍັງໄດ້ສະຫຼຸບ ການຕົກລົງ ເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ ຂໍ້ສະເໜີບູລິມະ ສິດໃໝ່ ພາຍໃນ 12 ເດືອນຕໍ່ໜ້າ. ກອງປະຊຸມທຸລະກິດລາວ ຄັ້ງທີ 15 ນີ້ ຖືເປັນບາດກ້າວສຳຄັນ ໃນຄວາມພະຍາຍາມຮ່ວມກັນຂອງພາກລັດ ແລະ ພາກທຸລະກິດ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດ ແລະ ເສດຖະກິດ ໃນ ສປປ ລາວ. ຄວາມມຸ້ງໝັ້ນນີ້ ສະແດງໃຫ້ເຫັນວິໄສທັດ ຂອງພາກລັດ ແລະ ພາກທຸລະກິດ  ທີ່ມີຮ່ວມກັນໃນການສ້າງເສດຖະກິດທີ່ທຸກຄົນມີສ່ວນຮ່ວມ.

ຂ່າວ-ພາບ: ໄພວັນ ຫ້ອງການ ອຄ

About -