ກົມທະບຽນວິສາຫະກິດ ເຜີຍແຜ່ນິຕິກຳ ວຽກງານທະບຽນວິສາຫະກິດ ປັບປຸງໃໝ່ ແກ່ພະແນກການທ້ອງຖິ່ນແບບທາງໄກ
By phaikhame evilay On 2 Apr, 2024 At 03:32 PM | Categorized As ຂ່າວສຳຄັນ | With 0 Comments

       IMG_6196.1

        ໃນຕອນເຊົ້າ ວັນທີ 02 ເມສາ 2024 ທີ່ຫ້ອງປະຊຸມທາງໄກ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມທະບຽນວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ໃຫ້ແກ່ບັນດາພະແນກການຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ (ດ້ວຍຮັບແບບທາງໄກ) ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ, ພ້ອມມີຄະນະກົມ, ພະນັກງານ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ກໍຄືຂະແໜງທະບຽນວິສາຫະກິດ ທົ່ວປະເທດເຂົ້າຮ່ວມ.

IMG_6203.2

         ເຊິ່ງກອງຊຸມໄດ້ແບ່ງອອກເປັນ 2 ຊຸດຄື: ຊ່ວງເຊົ້າ ແມ່ນມີ 9 ແຂວງພາກເໜືອຄື: ແຂວງໄຊຍະບູລີ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ຫຼວງພະບາງ ແລະ ໄຊສົມບູນ. ສ່ວນຊ່ວງບ່າຍ ແມ່ນມີ 8 ແຂວງຄື: ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ ກ່າວບາງຕອນວ່າ:

IMG_6214 .3

           ຈຸດປະສົງຂອງການກອງປະຊຸມຄັ້ງນີ້ ແມ່ນເປັນການເຜີຍແຜ່ ບາງຈຸດພົ້ນເດັ່ນ ຫຼື ຈຸດພິເສດ ຂອງກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ປີ 2022 ໃຫ້ບັນດາທ່ານ ຜູ້ຕາງໜ້າຂອງຂະແໜງການກ່ຽວຂ້ອງ ແລະ ສະພາການຄ້າ ແລະ ອຸດສາຫະກຳ ຂັ້ນທ້ອງຖິ່ນ ເພື່ອໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ຕາມກົດໝາຍສະບັບປັບປຸງດັ່ງກ່າວ. ພ້ອມອະທິບາຍຈຸດທີ່ມີການປັບປຸງຂອງໃບທະບຽນວິສາຫະກິດປັບປຸງໃໝ່ ແລະ ຂັ້ນຕອນຕ່າງໆຕື່ມ.

IMG_6198.4

             ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດພິທີວ່າ: ຈຸດປະສົງຂອງການກອງປະຊຸມຄັ້ງນີ້ ແມ່ນເປັນການເຜີຍແຜ່ ບາງຈຸດພົ້ນເດັ່ນ ຫຼື ຈຸດພິເສດ ຂອງກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ປີ 2022. ຊຶ່ງກອງການເຜີຍແຜ່ ໃນຄັ້ງນີ້, ກົມທະບຽນວິສາຫະກິດ ໃນນາມຄະນະທີ່ຮັບຜິດຊອບ ຈະໄດ້ນຳເອົາເນື້ອໃນສຳຄັນ ໃນກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022 ມາເຜີຍແຜ່ ເປັນຕົ້ນແມ່ນ: ຫຼັກການ ແລະ ພາບລວມຂອງການຂຶ້ນທະບຽນວິສາຫະກິດ ຕາມກົດໝາຍໃໝ່, ການປ່ຽນແປງເນື້ອໃນທະບຽນວິສາຫະກິດ, ການຍຸບເລີກວິສາຫະກິດ ລວມທັງຮູບແບບ ໃບທະບຽນວິສາຫະກິດ ທີ່ປັບປຸງໃໝ່. ພ້ອມນັ້ນ, ຍັງຈະໄດ້ເຜີຍແຜບາງປະເດັນທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງໂດຍກົງ ເປັນຕົ້ນການເຄື່ອນໄຫວທຸລະກິດພາຍ ຫຼັງຂຶ້ນທະບຽນວິສາຫະກິດ, ການແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ກວດກາວິສາຫະກິດ ລະ ຫວ່າງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ອະນຸຍາດດໍາເນີນທຸລະກິດ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ຜ່ານການເຜີຍແຜ່ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວຕື່ມວ່າ: ຜ່ານການນຳສະເຫນີ ແລະ ສົນທະນາແລກປ່ຽນຄຳຄິດເຫັນຂອງຜູ້ເຂົ້າຮ່ວມ ມີບາງຂໍ້ສະຫລຸບ ແລະ ຂໍ້ສະເໜີ ດັ່ງນີ້: ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍວິສາຫະກິດ ໃຫ້ມີຄວາມເປັນເອກະພາບກັນທົ່ວປະເທດ, ພາຍຫລັງສຳເລັດການເຜີຍແຜ່ນິຕິກໍາໃນຄັ້ງນີ້ແລ້ວ ຮຽກຮ້ອງມາຍັງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງຊີ້ນຳ ຫລື ເຮັດແຈ້ງການ ໃຫ້ຂະແໜງການກ່ຽວຂ້ອງຂັ້ນທ້ອງຖີ່ນຂອງຕົນໃຫ້ມີຄວາມເປັນເອກະພາບ ໃນຈັດຕັ້ງປະຕິບັດ ຫລັກການສ້າງຕັ້ງວິສາຫະກິດ ຕາມກົດໝາຍ ວ່າດ້ວຍວິສາຫະກິດ ສະບັບປັບປຸງ ປີ2022 ໝາຍຄວາມວ່າຜູ້ລົງທຶນທີ່ມີຈຸດປະສົງດໍາເນີນທຸລະກິດໃນ ສປປ ລາວ ຕ້ອງຂຶ້ນທະບຽນວິ ສາຫະກິດນຳຂະແໜງ ອຄ ກ່ອນ ບໍ່ວ່າຈະເປັນກິດຈະການ ທີ່ນອນໃນບັນຊີຄວບຄຸມ, ກິດຈະການທົ່ວໄປ ລວມທັງການລົງທຶນໃນເຂດເສດຖະກິດ ພິເສດ. ພາຍຫລັງຂຶ້ນທະບຽນ ວິສາຫະກິດແລ້ວຈຶ່ງໄປຂໍໄປອະນຸຍາດດຳເນີນ ທຸລະກິດ ນຳຂະແໜງການກ່ຽວຂ້ອງຕາມ ພາຍຫລັງ ແລະ ໃບທະບຽນວິສາຫະກິດ ບໍ່ແມ່ນໃບອະນຸຍາດດຳເນີນທຸລະກິດ ແລະ ໃຫ້ ເອົາໃຈໃສ່ຮ່ວມກັນ ຕິດຕາມກວດກາ ແລະ ຄຸ້ມຄອງ ຫົວໜ່ວຍວິສາຫະກິດ ຕາມກົດໝາຍກ່ຽວຂ້ອງ ແລະ ພາລະບົດບາດຂອງຕົນຫລີກລ້ຽງ ການການໂຍນຄວາມຮັບຜິດຊອບໃຫ້ຂະແໜງການໃດຫນຶ່ງ. ຖ້າມີບັນຫາໃດທີ່ ເປັນບັນຫາ ທີ່ຕ້ອງໄດ້ແກ້ໄຂຮ່ວມກັນກໍ່ໃຫ້ ຮີບຮ້ອນປະສານສົມທົບເຊີ່ງກັນ ແລະ ກັນ ເພື່ອຮີບ ຮ້ອນແກ້ໄຂໃຫ້ທ່ວງທັນເວລາ ທັງນີ້ ກໍ່ ເພື່ອຊ່ວຍເອື້ອຍອໍານວຍຄວາມສະດວກສະ ພາບແວດລ້ອມການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ແກ່ນັກລົງທຶນເພື່ອເຮັດແນວໃດ ຈະສາມາດດຶງດູດການລົງທຶນໃຫ້ນັບມື້ນັບ ຫລາຍຂຶ້ນ ເພື່ອແກ້ໄຂບັນຫາດ້ານເສດ ຖະກິດໃນປະຈຸບັນ.

 ຂ່າວ-ພາບ: ໄພຄໍາອີ ຫ້ອງການກະຊວງ ອຄ.