ຝຶກອົບຮົມລະດັບພາກພື້ນ ກ່ຽວກັບວຽກງານຊັບສິນທາງປັນຍາ ໃຫ້ແກ່ນັກທຸລະກິດຍິງ
By phaikhame evilay On 29 Mar, 2024 At 10:31 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp 1

          ໃນລະຫວ່າງວັນທີ 26-28 ມີນາ 2024 ທີ່ ໂຮງແຮມພູນແມນ, ແຂວງຫຼວງພະບາງ ມີກອງປະຊຸມຝຶກ​ອົບ​ຮົມລະ​ດັບ​ພາກ​ພື້ນ ​ກ່ຽວ​ກັບ​ວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ຍິງ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ນ. ສີລິພອນ ສຸພັນທອງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ທ່ານ ແດ້ນ ເຮວເດີນ (Dan Heldon), ຮອງເອກອັກຄະລັດຖະທູດ ແຫ່ງປະເທດ ອົດສະຕາລີ ປະຈຳ ສປປ ລາວ ແລະ ທ່ານ ແອນດຮຽນ ກິວເບີກ (Mr. Adrian Gilbert) ຜູ້ອໍານວຍການໂຄງການ ການຄ້າລະດັບພາກພື້ນ ເພື່ອການພັດທະນາ (RT4D).

WhatsApp Image 2.2

           ໃນກອງປະຊຸມມີຄັ້ງນີ້ ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນ. ສີອານົງ ພົມກອງ, ຜູ້ຈັດການໂຄງການ RT4D ປະຈໍາ  ສປປ ລາວ, ຜູ້ຕາງໜ້າ ຈາກຫ້ອງການຊັບສິນທາງປັນຍາ ແລະ ຜູ້ປະກອບການ ຈາກບັນດາປະເທດສະມາຊິກອາຊຽນ, ມີຜູ້ປະກອບການ ໂອດ໋ອບ ຈາກ 18 ແຂວງ ຂອງ ສປປ ລາວ ແລະ ພະນັກງານທີ່ກ່ຽວຂອງ ທັງໝົດຈໍານວນ 60 ກວ່າທ່ານເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ, ກະຊວງ ອຄ, ໄດ້ໃຫ້ກຽດກ່າວເປີດຝຶກອົບຮົມຄັ້ງນີ້ ທ່ານກ່າວວ່າ: ການຈັດກອງປະຊຸມ ຝຶກ​ອົບ​ຮົມລະ​ດັບ​ພາກ​ພື້ນ​ ກ່ຽວ​ກັບ​ວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ຍິງ, ໂດຍສະເພາະ ຜູ້ປະກອບການໂອດ໋ອບ ທີ່ເປັນເພດຍິງ ທັງພາຍໃນ ແລະ ຕ່າງປະເທດ. ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ການຄ້າລະດັບພາກພື້ນ ເພື່ອການພັດທະນາ (RT4D) ຂອງລັດຖະບານອົດສະຕຣາລີ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດສັນຍາການຄ້າເສລີ ລະຫວ່າງ ອາຊຽນ-ອົດສະຕຣາລີ-ນິວຊີແລນ ແລະ ສັນຍາຄູ່ຮ່ວມມືເສດຖະກິດ ແບບຮອບດ້ານລະດັບພາກພື້ນ ພາຍໃຕ້ ຫົວຂໍ້ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ” ໂຄງການດັ່ງກ່າວ ຈະເນັ້ນໃສ່ ຊຸກຍູ້ຄວາມກ້າວໜ້າ ແລະ ບົດບາດຂອງແມ່ຍິງລາວ ໃຫ້ເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ມີບົດບາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ນັກທຸລະກິດຍີງ. ສະນັ້ນ, ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນກິດຈະກໍາໜື່ງ ທີ່ນອນຢູ່ໃນ 03 ແຜນກິດຈະກໍາ ທີ່ກົມຊັບສິນທາງປັນຍ າໄດ້ຮັບອະນຸມັດຈາກໂຄງການ ຄື : (1) ສ້າງຄວາມເຂັ້ມແຂງດ້ານຄວາມຮູ້ຊັບສິນທາງປັນຍາໃຫ້ແກ່ບັນດາຜູ້ປະກອບການ ໂດຍສະເພາະ ຈະເນັ້ນໃສ່ຊຸກຍູ້ສົ່ງເສີມຜູ້ປະກອບການທີ່ເປັນແມ່ຍິງ, (2) ຊຸກຍູ້ບັນດາຫົວໜ່ວຍທຸລະກິດໃນການພັດທະນາທຸລະກິດ ຜ່ານການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ ແລະ ການອອກແບບສິ່ງຫຸ້ມ (Packaging Design) ເພື່່ອກ້າວໄປສູ່ການຈົດທະບຽນເຄື່ອງໝາຍການຄ້າ ແລະ (3) ໃຫ້ການສະໜັບສະໜູນບັນດາຫົວໜ່ວຍທຸລະກິດ ໄດ້ມີສ່ວນຮ່ວມເຂົ້າໃນງານສັບປະດາສັບສິນທາງປັນຍາ ເພື່ອຊຸກຍູ້ສົ່ງເສີມການເຂົ້າເຖິງຕະຫຼາດ ໃຫ້ບັນດາຜະລິດຕະພັນສິນຄ້າພາຍໃນ ແລະ ກ້າວສູ່ ການເຂົ້າເຖິງຕະຫຼາດສາກົນ.

WhatsAp2

         ປັດຈຸບັນຜະລິດຕະພັນ ໂອດັອບ ມີປະມານ 1,298 ສີນຄ້າ, ແຕ່ໃນນັ້ນ ການຍື່ນຂໍຈົດທະບຽນຊັບສິນທາງປັນຍາ ໂດຍສະເພາະ ຜະລິດຕະພັນ ODOP ແມ່ນຍັງບໍ່ເຖິງ 50 ລາຍການ, ແລະ ໃນນັ້ນ ມີພຽງສ່ວນໜ້ອຍ ທີ່ໄດ້ຮັບການຈົດທະບຽນເຄື່ອງໝາຍຂອງຜູ້ປະກອບການທຸລະກິດ ທີ່ເປັນແມ່ຍິງ. ສະນັ້ນ, ການກຳນົດເປົ້າໝາຍ ເພື່ອສົ່ງເສີມວິສາຫະກິດ, ບັນດາຫົວໜ່ວຍທຸລະກິດ ທີ່ນອນໃນສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຂອງແມ່ຍິງ ເພື່ອໃຫ້ມີຈຳນວນຫຼາຍຂຶ້ນ ແລະ ສາມາດຈົດທະບຽນເຄື່ອງໝາຍຜະລິດຕະພັນຂອງຕົນ, ນໍາໃຊ້ປະໂຫຍດຈາກຊັບສິນທາງປັນຍາ ເພື່ອສ້າງໂອກາດໃນທາງການຄ້າ ແລະ ສົ່ງອອກສູ່ຕະຫຼາດສາກົນໄດ້ ຕ້ອງມີຄວາມຊັດເຈນ ແລະ ຕ້ອງໄດ້ສ້າງໂອກາດໃຫ້ເຂົາເຈົ້າເຂົ້າເຖິງບົດຮຽນດັ່ງກ່າວ. ນອກຈາກ ການຈັດຝຶກອົບຮົມດັ່ງກ່າວນີ້ແລ້ວ ທິດທາງ ແລະ ແຜນໃນຕໍ່ໜ້າ ຂອງວຽກງານກົມຊັບສິນທາງປັນຍາ ແມ່ນຍັງຕ້ອງຕັ້ງຄາດຫມາຍເຮັດໃຫ້ສໍາເລັດເປົ້າໝາຍໃນການສ້າງໃຫ້ເກີດມີການຈົດທະບຽນ “ໜື່ງຜະລິດຕະພັນໜຶ່ງຊັບສິນທາງປັນຍາ”  ພ້ອມທັງເສີມສ້າງຄວາມເຂົ້າໃຈ ໃຫ້ວິສາຫະກິດ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ເປັນເພດຍິງ ເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ເຮັດໃຫ້ເຂົາເຈົ້າ ມີຄວາມສາມາດສ້າງ, ອອກແບບ ແລະ ກ້າວໄປສູ່ການຈົດທະບຽນເຄື່ອງໝາຍການຄ້າຂອງຕົນໄດ້.

WhatsApp Image 4

            ການຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນໄປ ເປັນເວລາ 03 ວັນ, ຊຶ່ງເຫັນວ່າ ມີຫຼາຍຫົວຂໍ້ ທີ່ສໍາຄັນ ເປັນຕົ້ນ ແນວຄວາມຄິດຂອງການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ, ການອອກແບບສິ່ງຫຸ້ມຫໍ່, ຍຸດທະສາດການຕະຫຼາດ ໂດຍສະເພາະ ການແລກປ່ຽນບົດຮຽນ ປະສົບການກັບດາຜູ້ເຂົ້າຮ່ວມທີ່ມາຈາກ ຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ແລະ ຈາກຫ້ອງການຊັບສິນທາງປັນຍາຂອງບັນດາປະເທດອາຊຽນ ແລະ ຊ່ຽວຊານດ້ານຊັບສິນທາງປັນຍາ ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ