ສອງສະຖາບັນ ປຶກສາຫາລືຜົນການຄົ້ນຄວ້າ 3 ຫົວຂໍ້
By ໄພວັນ On 22 Mar, 2024 At 11:07 AM | Categorized As ຂ່າວສຳຄັນ | With 0 Comments

1

ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າ 3 ຫົວຂໍ້ຄື: 1. ການເພີ່ມປະສິດທິພາບ ໃນການນໍາໃຊ້ທ່າບົກທ່ານາແລ້ງ, 2. ການພັດທະນາເຂດ ແລະ ນິຄົມອຸດສາຫະກໍາທີ່ມີທ່າແຮງຂອງລາວໃຫ້ມີຄວາມຍືນຍົງ ແລະ 3. ການສົ່ງເສີມແບບຍືນຍົງໃນການຜະລິດມັນຕົ້ນ ຂື້ນໃນວັນທີ 21 ມີນາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ສາດສະດາຈານ ເທສຶຢາ ວາຕານາເບ (Prof. Tetsuya Watanabe) ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ. ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ, ນັກຄົ້ນຄວ້າຈາກສະຖາບັນຕ່າງໆ ແລະ ພາກເອກະຊົນ ເຂົ້າຮ່ວມຫລາຍກວ່າ 40 ທ່ານ.

2

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວສະແດງຄວາມຂອບໃຈ ສະຖາບັນ ERIA ທີ່ໄດ້ໃຫ້ການສະໜັບສະໜູນດ້ານວິຊາການໃນການສຶກສາສາມຫົວຂໍ້ດັ່ງກ່າວທີ່ມີຄວາມສໍາຄັນຫຼາຍໃນປັດຈຸບັນ, ຜົນການຄົ້ນຄວ້າ ຈະກາຍເປັນບ່ອນອີງ​ໝູນໃຊ້ເຂົ້າໃນການສ້າງ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ເສດຖະກິດ, ເພີ່ມທະວີຄວາມ​ສາມາດ​ທາງດ້ານການແຂ່ງຂັນຂອງພາກທຸລະກິດ ແລະ ສິ່ງສໍາຄັນ​ແມ່ນ​ເພື່ອບັນລຸການ​ພັດທະນາ​ແບບ​ຍືນ​ຍົງ, ການຮ່ວມມືລະຫວ່າງ MOIC ແລະ ERIA ຍັງມີ ຄວາມໝາຍເຖິງການຂະຫຍາຍຄວາມຮູ້ ແລະ ຄວາມເປັນຊ່ຽວຊານໃນການຫັນປ່ຽນໂຄງສ້າງທາງເສດຖະກິດຂອງປະເທດ ໃນຂະນະດຽວກັນກໍຮັກສາສະພາບແວດລ້ອມໃຫ້ມີຄວາມຍືນຍົງ.

ປະເທດລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເຊິ່ງເປັນສິ່ງທ້າທາຍທີ່ມີເອກະລັກສະເພາະ ແລະໃນເວລາດຽວ ກັນ ກໍເປັນໂອກາດທີ່ມີຄວາມທຽບທາງດ້ານທີ່ຕັ້ງ​ສາມາດພັດທະນາເປັນ​ສູນ​ກາງທາງດ້ານ​ໂລຊິດສະຕິກ​ທີ່​ສໍາ​ຄັນຂອງພາກພື້ນ. ການ​ພັດ​ທະ​ນາ​ທ່າບົກ ​ແມ່ນ​ພື້ນຖານສໍາຄັນ​ຂອງ​ວິ​ໄສ​ທັດ​ທີ່ຈະພັດທະນາປະເທດໃຫ້ເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງບົກ, ສົ່ງເສີມ​ດ້ານການ​ຄ້າ ແລະ ​ຊຸກ​ຍູ້​ການຈັດຕັ້ງ​ປະ​ຕິ​ບັດໃນ​ເຂດ ແລະ ນິຄົມ​ອຸດ​ສາ​ຫະ​ກຳ​ຂອງ​ປະເທດ.

3

ຄຽງຄູ່ກັນນັ້ນ, ມັນຕົ້ນ ແມ່ນພືດກະສິກຳທີ່ເປັນທ່າແຮງຂອງ ສປປ ລາວ ທີ່ຢູ່ໃນຕ່ອງໂສ້ມູນຄ່າເພີ່ມຂອງພາກພື້ນ ແລະ ຍັງເປັນແຫຼ່ງວັດຖຸດິບສໍາຄັນໃນການຜະລິດພະລັງງານທົດແທນ. ການຄົ້ນຄວ້າຫົວຂໍ້ນີ້ໄດ້ເຊື່ອມເອົາອົງປະກອບເຫຼົ່ານີ້ເຂົ້າກັນ, ນອກນັ້ນຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການສົ່ງເສີມການປູກມັນຕົ້ນໂດຍໃຊ້ວິທີການແບບປະສົມປະສານ ແລະ ການເປັນມິດກັບສິ່ງແວດລ້ອມ.

ຈາກນັ້ນ ນໍາສະເໜີຜົນການຄົ້ນຄວ້າຂອງຊ່ຽວຊານ ERIA ໃນສາມຫົວຂໍ້: ການຂະຫຍາຍທ່າບົກ, ການພັດທະນາເຂດ ແລະ ນິຄົມອຸດສາຫະກຳ ແລະ ການປູກມັນຕົ້ນໃຫ້ມີຄວາມຍືນຍົງ ໄດ້ຍົກໃຫ້ເຫັນມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນຢ່າງມີວິທະຍາສາດໃຫ້ພາກລັດນໍາໄປໝູນໃຊ້ໃນວຽກງານຕົວຈິງເພື່ອປະກອບສ່ວນ ໃນການພັດທະນາຊົນນະບົດ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ຊຸກ​ຍູ້​ການ​ແຂ່ງ​ຂັນທາງດ້ານ​ອຸດ​ສາ​ຫະ​ກຳ ແລະ​ ການ​ຮັກສາສະພາບ​ສິ່ງ​ແວດ​ລ້ອມໃຫ້ມີຄວາມຍືນຍົງ.

​          ໃນຕອນທ້າຍຂອງກອງປະຊຸມ ປະທານຍັງໄດ້ກ່າວເນັ້ນຕື່ມວ່າ ຜົນການຄົ້ນຄວ້າ ​ຈະຖືກນໍາໄປ​ຜັນຂະຫຍາຍເຂົ້າໃນນະໂຍບາຍຂອງລັດຖະບານ ເພື່ອກ້າວໄປສູ່ຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງ ແລະ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດຂອງປະເທດ​.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -