ກອງປະຊຸມລະດັບພາກພື້ນອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍ ສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກຳ (TISC)
By phaikhame evilay On 22 Mar, 2024 At 10:47 AM | Categorized As ຂ່າວພາຍໃນ | With 0 Comments

IMG_0036.1

        ໃນລະຫວ່າງວັນທີ 21-22 ມິນາ 2024, ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ກອງປະຊຸມລະດັບພາກພື້ນອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ເຄືອຂ່າຍສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກຳ (TISC), ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ Andrew CZAJKOWSKI, ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO).

IMG_0016.2

         ໃນກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າ ແລະ ຊ່ຽວຊານຈາກອົງການຊັບສິນທາງປັນຍາໂລກ, ຜູ້ຕາງໜ້າຈາກກອງເລຂາອາຊຽນ, ຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ຄື: ບຣູ​ໄນ ດາ​ຣູ​ຊາ​ລາມ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ​ໄທ ​ແລະ ຫວຽດນາມ ນອກນັ້ນຍັງມີຜູ້ຕາງໜ້າ​ຈາກ​ບັນດາ​ ຫ້ອງການ, ກົມ, ​ມະຫາວິທະຍາໄລແຫ່ງຊາດ ແລະ ສະ​ຖາ​ບັນ​ຄົ້ນຄວ້າ ໄດ້​ເຂົ້າ​ຮ່ວມ​ ສັງ​ເກດ​ການ ພ້ອມທັງພະນັກງານຂອງກົມທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ ຈໍານວນ 38 ທ່ານ.

IMG_0001.3

         ໃນໂອກາດນີ້ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ ມີຄໍາເຫັນ ແລະ ກ່າວຕ້ອນຮັບບັນດາຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ພ້ອມນັ້ນ ທ່ານໄດ້ສະແດງຄວາມຂອບໃຈມາຍັງ ທ່ານ Andrew CZAJKOWSKI, ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO) ແລະ ສໍານັກງານສິດທິບັດ ແຫ່ງປະເທດຍີ່ປຸ່ນ JPO ທີ່ໄດ້ໃຫ້ການສະໜັບສະໜູນໃນການຈັດກອງປະຊຸມໃນຄັ້ງນີ. ພ້ອມທັງ ກ່າວເປີດກອງປະຊຸມໃນຄັ້ງນີ້ ຊຶ່ງມີເນື້ອໃນບາງຕອນ ທ່ານກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄຸນຄ່າອັນໃຫຍ່ຫຼວງຂອງການສ້າງ ແລະ ພັດທະນາເຄືອຂ່າຍສູນ TISC ທັງພາຍໃນ ແລະ ຕ່າງປະເທດ ກໍຄື ລະດັບຊາດ ແລະ ພາກພື້ນອາຊຽນ. ປັດຈຸບັນ ສປປ ລາວ ພວມສົມທົບກັບຂະແໜງການກ່ຽວຂ້ອງກະກຽມສ້າງສູນ TISC ແລະ ພວກເຮົາມີແຜນຈະສ້າງສູນ TISC ຢ່າງໜ້ອຍ 1-2 ສູນພາຍໃນປີ 2024 ເພື່ອສະໜອງຂໍ້ມູນສິດທິບັດ ແລະ ເຕັກໂນໂລຊີນະວັດຕະກໍາ ໃຫ້ແກ່ ຜູ້ທີ່ສົນໃຈ, ນັກຄົ້ນຄ້ວາ ແລະ ຜູ້ປະດິດສ້າງ. ກອງປະຊຸມຄັ້ງນີ້ ເປັນໂອກາດອັນດີ ເພື່ອສ້າງຄວາມເຂັ້ມແຂງ ແລະ ພັດທະນາເຄືອຂ່າຍສູນ TISC ໃນພາກພື້ນອາຊຽນ, ຊຸກຍູ້ການແລກປ່ຽນປະສົບການທີ່ດີ ໃນການຈັດຕັ້ງປະຕິບັດໜ້າທີ່ ແລະ ແລກປ່ຽນຄວາມຮູ້ ໃນການພັດທະນາຊັບພະຍາກອນມະນຸດ ຂອງບັນດາບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນ.

 ຂ່າວ – ຮູບພາບ: ກົມຊັບສິນທາງປັນຍາ