ອຄ ເຜີຍແຜ່ ກົດໝາຍວ່າດ້ວຍວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022
By ໄພວັນ On 21 Mar, 2024 At 11:48 AM | Categorized As ຂ່າວສຳຄັນ | With 0 Comments

IMG_7343 - Copy

ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022 ຂຶ້ນໃນວັນທີ 20 ມີນາ 2024 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ທີ່ອອກໃບອະນຸຍາດດຳເນີນ    ທຸລະກິດຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ພາຍໃນນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

IMG_7212

ທ່ານ ນາງ ຈັນສຸກ ແສງພະຈັນໄດ້ກ່າວວ່າ: ຈຸດປະສົງຂອງການກອງປະຊຸມຄັ້ງນີ້ ແມ່ນເປັນການເຜີຍແຜ່ ບາງຈຸດພົ້ນເດັ່ນ ຫຼື ຈຸດພິເສດ ຂອງກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ປີ 2022 ໃຫ້ບັນດາທ່ານ ຜູ້ຕາງໜ້າຂອງຂະແໜງການກ່ຽວຂ້ອງໃນຂັ້ນສູນກາງ ແລະ ຂັ້ນແຂວງ ພາຍໃນນະຄອນຫຼວງວຽງຈັນ ເພື່ອໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ຕາມກົດໝາຍສະບັບປັບປຸງດັ່ງກ່າວ.

IMG_7308

ການເຜີຍແຜ່ ໃນຄັ້ງນີ້,  ທ່ານຫົວໜ້າກົມທະບຽນວິສາຫະກິດ ໃນນາມຄະນະທີ່ຮັບຜິດຊອບ ໄດ້ນໍາເອົາ ເນື້ອໃນສໍາຄັນໃນ ກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022 ເຊີ່ງເນື້ອໃນທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ເປັນຕົ້ນແມ່ນເນັ້ນໜັກໃສ່: ຫຼັກການ ແລະ ພາບລວມຂອງການ ຂຶ້ນທະບຽນວິສາຫະກິດ ຕາມກົດໝາຍລະບົບໃໝ່; ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ, ການຍຸບເລີກວິສາຫະກິດ ລວມທັງຮູບແບບໃບທະບຽນວິສາຫະກິດ ທີ່ປັບປຸງໃໝ່. ພ້ອມນັ້ນ, ຍັງຈະໄດ້ເຜີຍແຜ່ບາງປະເດັນທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງໂດຍກົງ ເປັນຕົ້ນ ການເຄື່ອນໄຫວທຸລະກິດພາຍຫຼັງຂຶ້ນທະບຽນວິສາຫະກິດ; ການແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ກວດກາວິສາຫະກິດ ລະຫວ່າງ ຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ອະນຸຍາດດຳເນີນທຸລະກິດ, ຂະ  ແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ຂ່າວ-ພາບ: ໄພວັນ ຂ່າວສານ ຫອຄ

About -