ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ຂະແໜງການຂື້ນທ້ອງຖີ່ນ, ຜູ້ຜະລິດ – ຜູ້ປະກອບການ ເສັ້ນໄໝ ແລະ ຜ້າໃໝ ແຂວງຊຽງຂວາງ ເພື່ອກະກຽມຈົດທະບຽນຖີ່ນກຳເນີດ.
By phaikhame evilay On 20 Mar, 2024 At 02:20 PM | Categorized As ຂ່າວພາຍໃນ | With 0 Comments

       WhatsApp Image 1

       ວັນທີ່ 14 ມີນາ 2024 ທີ່ຫ້ອງປະຊຸມພະແນກການຄ້າ ແຂວງຊຽງຂວາງ ໄດ້ມີກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ຂະແໜງການຂື້ນທ້ອງຖີ່ນ, ຜູ້ຜະລິດ-ຜູ້ປະກອບການ ເສັ້ນໄໝ ແລະ ຜ້າໃໝ ແຂວງຊຽງຂວາງ ເພື່ອກະກຽມຈົດທະບຽນຖີ່ນກຳເນີດ ຂື້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມກອງປະຊຸມມີທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ , ທ່ານ ນາງ ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສີນທາງປັນຍາ , ມີທີມງານຈາກກົມຊັບສີນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຕາງໜ້າຈາກພະແນກການກົມກອງອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າບັນດາເມືອງ , ຜູ້ປະກອບການສີ້ນໃໝຜ້າໃໝ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

WhatsApp Image2

           ໃນກອງປະຊຸມ ທ່ານບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ກ່າວຕ້ອນຮັບ ແລະ ມີຄຳເຫັນຕໍ່ກອງປະຊຸມ ຈາກນັ້ນ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມສັບສີນທາງປັນຍາ ໄດ້ລາຍງານປະຫວັດຄວາມເປັນມາຂອງໂຄງການ, ພ້ອມທັງກ່າວຈຸດປະສົງທັງໝົດນີ້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ກັບການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ກໍຄືການສ້າງເສດຖະກິດແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຍົກສູງຄວາມອາດສາມາດໃນການແຂ່ງຂັນ ທາງດ້ານຊັບສິນທາງປັນຍາ, ຊຶ່ງຊັບສິນທາງປັນຍາກໍເປັນເຄື່ອງມືອັນໜຶ່ງທີ່ສຳຄັນ ໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມຈຳເປັນຢ່າງຍິ່ງໃນການສ້າງຄວາມອາດສາມາດສ້າງຄວາມຊໍານິຊໍານານທາງດ້ານວິຊາການແກ່ຂະແໜງການໃນທ້ອງຖິ່ນ, ສົ່ງເສີມຜູ້ປະກອບການ ແລະ ສັງຄົມ.

 3

       ທ່ານຍັງໄດ້ຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງທຸກທ່ານຈົ່ງສຸມໃສ່ການສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາກໍຄືການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາໃນການປະດິດສ້າງ ແລະ ປະດິດຄິດແຕ່ງທັງເປັນການປົກປ້ອງຜົນປະໂຫຍດຂອງຕົນເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້. ເຊີ່ງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖືເອົາວຽກງານສ້າງຄວາມເຂັ້ມແຂງໃຫ້ຂະແໜງການຂັ້ນທ້ອງຖິ່ນ, ຜູ້ຜະລິດ-ຜູ້ປະກອບການ ເສັ້ນໄໝ ແລະ ຜ້າໄໝ ແຂວງຊຽງຂວາງ ເພື່ອກະກຽມຈົດທະບຽນຖິ່ນກໍາເນີດ ລະຫວ່າງ ກົມຊັບສິນທາງປັນຍາ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ເປັນໜຶ່ງໃນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນແຜນບູລິມະສິດຂອງກົມໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ ທ້ອງຖິ່ນ.

WhatsApp 4

        ກອງປະຊຸມໄດ້ຮັບຟັງການລາຍງານບົດບາດວຽກງານຖີ່ນກຳເນີດຢູ່ ສປປລາວ ແລະ ຂັ້ນຕອນການຈົດທະບຽນຖີ່ນກຳເນີດ, ຂັ້ນຕອນການສ້າງຕັ້ງສະມາຄົມ, ຄວາມໝາຍຄວາມສຳຄັນຂອງການຈົດທະບຽນເຄື່ອງໝາຍການຄ້າ, ແລະ ວຽກງານແກ້ໄຂຂໍ້ຂັດແຍ່ງຊັບສີນທາງປັນຍາ, ການຮັບຄໍາຮ້ອງ ຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດແລະ ຄຳສະເໜີແກ້ໄຂຂໍ້ຂັດແຍ່ງ ແລະ ບັນຫາຕ່າງໆທີ່ກ່ຽວຂ້ອງຕື່ມອີກ.  ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນປຶກສາຫາລືກັນຢ່າງກົງໄປກົງມາຕໍ່ກັບວຽກງານດັ່ງກ່າວ ເພາະວຽກງານຊັບສິນທາງປັນຍາ ແມ່ນວຽກໜຶ່ງທີ່ມີບົດບາດສຳຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ, ເປັນກໍາລັງແຮງ ແລະ ພາຫະນະບຸກທະລຸ ທີ່ມີປະສິດທິຜົນສູງ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍັງເປັນວຽກງານໜຶ່ງທີ່ປິ່ນອ້ອມ. ສະນັ້ນ, ໂຄງການສົ່ງເສີມການຈົດທະບຽນຖິ່ນກຳເນີດ ເສັ້ນໄໝ ແລະ ຜ້າໄໝ ແຂວງຊຽງຂວາງ ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງເກີດຂຶ້ນ ເພື່ອເປັນການສົ່ງເສີມ ແລະ ຊຸກຍູ້ວຽກງານ ຊັບສິນທາງປັນຍາ ໃຫ້ແກ່ຜູ້ປະກອບການ ໃນການປົກປ້ອງຖິ່ນກຳເນີດເສັ້ນໄໝ ແລະ ຜ້າໄໝຂອງຕົນ.

ຂ່າວ – ພາບ: ກົມຊັບສິນທາງປັນຍາ