ອຄ ຝຶກອົບຮົມ ກ່ຽວກັບ ການຄົ້ນຫາຂໍ້ມູນ ສິດທິບັດ ແລະ ເຕັກໂນໂລຊີ
By ໄພວັນ On 20 Mar, 2024 At 01:02 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_0144

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດຝຶກອົບຮົມ ກ່ຽວກັບ ການຄົ້ນຫາຂໍ້ມູນ ສິດທິບັດ ແລະ ເຕັກໂນໂລຊີ  ພາຍໃຕ້ໂຄງການສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ (TISC) ຂື້ນລະວ່າງວັນທີ 18 ຫາ 19 ມິນາ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ Andrew CZAJKOWSKI, ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO) ມີນັກວິທະຍາກອນ ຜູ້ຊົງຄຸນວຸດທິຈາກຕ່າງປະເທດ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນວິສາຫະກິດ ພ້ອມທັງພະນັກງານ ຈາກກົມຊັບສິນທາງປັນຍາ ທີີ່ເຂົ້າຮ່ວມ.

IMG_0072

ທ່ານ ມາຄະ ຈັນທະລາ ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການພັດທະນາຄວາມຮູ້ ແລະ ຄວາມສາມາດ ກ່ຽວກັບຍຸດທະສາດ ແລະ ເຕັກນິກ ການຄົ້ນຫາຂໍ້ມູນສິດທິບັດ ໃນລະບົບຖານຂໍ້ມູນຂອງ TISC, ນໍາສະເໜີແນວຄວາມຄິດ ແລະ ການບໍລິການຕ່າງໆຂອງ TISC. ພ້ອມນັ້ນ, ຍັງຈະໄດ້ມີການແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບແນວທາງການພັດທະນາເຄືອຂ່າຍ TISC ໃນ ສປປ ລາວ ຈາກບັນດາຊ່ຽວຊານທີ່ມີຄວາມຮູ້ ແລະ ປະສົບການ ຈາກອົງການຊັບສິນທາງປັນຍາໂລກ.

ທ່ານໃຫ້ຮູ້ຕື່ມອີກວ່າ: ໂຄງການ TISC ແມ່ນຊ່ວຍໃຫ້ບຸກຄົນທີ່ມີຄວາມສົນໃຈ ແລະ ມີຫົວຄິດປະດິດສ້າງ ໂດຍສະເພາະແມ່ນ ນັກຮຽນັກສຶກສາທີ່ມີຫົວຄິດປະດິດສ້າງໃໝ່ໆ, ນັກຄົ້ນຄວ້າທີ່ເປັນບຸກຄົນ ຫຼື ຈາກສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຕ່າງໆ, ນັກປະດິດສ້າງ ຢູ່ໃນບັນດາປະເທດກຳລັງພັດທະນາ ລວມທັງ ສປປ ລາວ ສາມາດເຂົ້າເຖິງຂໍ້ມູນເຕັກໂນໂລຊີທີ່ມີຄຸນນະພາບສູງ, ການເຜີຍແຜ່ຂໍ້ມູນຊັບສິນທາງປັນຍາ ແລະ ການບໍລິການຕ່າງໆທີ່ກ່ຽວຂ້ອງ ຊຶ່ງຊ່ວຍໃຫ້ເຂົາເຈົ້າສາມາດສ້າງ, ປົກປ້ອງ, ນໍາໃຊ້ ແລະ ຄຸ້ມຄອງ ຜົນປະໂຫຍດຈາກນະວັດຕະກຳ ກໍ່ຄືສິດຊັບສິນທາງປັນຍາຂອງຕົນໄດ້.

ໂຄງການ TISC ເປັນໂຄງການທີ່ຊ່ວຍຊຸກຍູ້ສົ່ງເສີມສິ່ງດັ່ງກ່າວຢ່າງມີປະສິດທິພາບ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ ແລະ ທັງເປັນການສົ່ງເສີມການຄ້າ, ການລົງທຶນ ຢູ່ພາຍໃນ ແລະ ຕ່າງປະເທດ.

IMG_0138

ຕອນທ້າຍທ່ານຮຽກຮ້ອງມາຍັງບັນດາທ່ານ ຈົ່ງສຸມຈິດສຸມໃຈ ເພື່ອຍາດແຍ່ງເອົາບົດຮຽນອັນລ້ຳຄ່າ ຈາກບັນດານັກວິທະຍາກອນ ເພື່ອນຳມາໝູນໃຊ້ ແລະ ພັດທະນາວຽກງານຂອງຕົນ ໂດຍສະເພາະການສ້າງສູນ TISC ເພື່ອເປັນສູນຂໍ້ມູນ ທີ່ສາມາດໃຫ້ບໍລິການແກ່ຜູ້ທີ່ມີຄວາມສົນໃຈ ສາມາດຄົ້ນຫາຂໍ້ມູນ ສິດທິບັດ, ເຕັກໂນໂລຊີ ແລະ ການບໍລິການອື່ນທີກ່ຽວຂ້ອງໄດ້.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -