ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພົບປະ ທ່ານ ຫົວໜ້າອົງການ JICA ປະຈຳ ສປປ ລາວ

IMG_0009

          ໃນຕອນບ່າຍ  ວັນທີ 18 ມີ​ນາ 2024, ເວລາ 14:00 ໂມງ ທີ່​ກະ​ຊວງ ອ​ຄ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພົບປະ ທ່ານ Toshio NAGASE ຫົວ​ໜ້າ​ອົງ​ການ​ JICA ປະ​ຈຳ ສ​ປ​ປ ລາວ ເພື່ອເຂົ້າຢ້ຽມຢາມຂ່ຳນັບ ແລະ ກ່າວອຳລາ ທີ່ໄດ້ສິ້ນສຸດວາລະການເຮັດວຽກ ຢູ່ ສປປ ລາວ ໃນທ້າຍເດືອນກຸມພາ 2024 ທີ່ຜ່ານມາ ແລະ ແນະນຳ ທ່ານ ນາງ Miyako KOBAYASHI (SAKUDO), ຜູ້ຈະມາຮັບວາລະປະຈຳການເປັນຫົວໜ້າອົງການ JICA ປະຈຳ ສປປ ລາວ ຕໍ່ໄປ. ຊຶ່ງການພົບປະໃນຄັ້ງນີ້ ກໍ່ມີ ຕາງໜ້າຈາກອົງການ JICA ແລະ ຕາງໜ້າຈາກກົມກ່ຽວຂ້ອງ ກໍ່ເຂົ້າຮ່ວມ.

ທ່ານລັດຖະມົນຕີ ກໍ່ໄດ້ກ່າວ: ສະ​ແດງ​ຄວາມ​ຂອບ​ໃຈ ທີ່​ ລັດ​ຖະ​ບານ ຍີ່​ປຸ່ນ ກໍ​ຄື ຫ້ອງ​ການ JICA ທີ່​ໄດ້​ໃຫ້​ການ​ຮ່ວ​ມ​ມື ແລະ ຊ່ວຍ​ເຫຼືອ​ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ກໍ​ຄື ກະ​ຊວງ ອ​ຄ ເປັນ​ຕົ້ນ​ແມ່ນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​​ຄ້າ ແລະ ການຮ່ວມ​ມື​ສອງ​ຝ່າຍ, ການ​ຍົກ​ລະ​ດັບ​ບຸກ​ຄະ​ລາ​ກອນ​ການ​ຄ້າ ຜ່ານ​ຮູບ​ແບ​ບ​ໃຫ້​ທຶນ​ການ​ສຶກ​ສາ JDS ທີ່​ເປີດ​ໃຫ້​ພະ​ນັກ​ງານ​ລັດ​ຖະ​ກອນ ສາ​ມາດ​ຍື່ນ​ສະ​ມັກ​ໄດ້ ໃນ​ລະ​ບົບ​ປະ​ລິນ​ຍາໂທ ແລະ ປະ​ລິນ​ຍາ​ເອກໃນ​ນັ້ນ ພະ​ນັກ​ງານ​ລັດ​ຖະ​ກອນ ຂອງ​ກະ​ຊວງ ອ​ຄ ກໍ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ JICA ຫຼາຍ​ທ່ານ, ການ​ຊ່ວຍ​ເຫຼືອ​ດ້ານ​ຊ່ຽວ​ຊານ​ວິ​ຊາ​ການ ແລະ ອື່ນໆ;

-      ສຳ​ລັບ​ໂຄງ​ການ​ຮ່ວມ​ມື​ດ້ານ​ວິ​ຊາ​ການ ທີ່ JICA ໄດ້​ສະ​ໜອງ​ທຶນ​ໃນ​ຮູບ​ແບບ​ຊ່ວຍ​ເຫຼືອ​ລ້າ ແລະ ທຶນ​ກູ້​ຢືມ ໃນ​ປີ 2017; ໂດຍ​ໄດ້​ມີ​ການ​ສະ​ໜອງ​ຊ່ຽວ​ຊານ​ດ້ານ​ການ​ເງິນ SME ແລະ ​ໂຄງ​ການ​ຮ່ວມ​ມື​ກັບ​ພາກ​ເອ​ກະ​ຊົນ ໂດຍ​ສະ​ເພາະ​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ບໍ​ລິ​ສັດ​ຂອງ​ຍີ່​ປຸ່ນ ເພື່ອ​ໃຫ້​ມີ​ການ​ຂະ​ຫຍາຍ​ການ​ລົງ​ທຶນ​ໃນ ສ​ປ​ປ ລາວ ເປັນຕົ້ນແມ່ນ ບໍລິສັດ Nissan Steel Industry;

-      ສ​ຳ​ລັບ​ການ​ສະ​ໜອງ​ອາ​ສາ​ສະ​ມັກ​ຍີ່​ປຸ່ນ ເພື່ອ​ມາ​ເຮັດ​ວຽກ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ, ຊຶ່ງ​ປະ​ຈຸ​ບັນ ກໍ​ມີ ອາ​ສາ​ສະ​ມັກ 1 ທ່ານ ຊື່ Mr. Kenta ທີ່​ພວມ​ປະ​ຈຳ​ການ​ຢູ່ ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງວຽງ​ຈັນ ຮັບ​ຜິດ​ຊອບ​ວຽກ​ພັດ​ທະ​ນາຜະ​ລິດ​ຕະ​ພັນ ແລະ ໃນ​ປີ​ຜ່ານໆ ມາ​ກໍ​ມີ​ຫຼາຍໆ ທ່ານ​ມາ​ແຕ່​ລະ​ໄລ​ຍະ.

 

IMG_0043

ໃນນັ້ນທ່ານຍັງໄດ້ກ່າວເນັ້ນໃສ່ ການກະກຽມເພື່ອງານການຄ້າໂລກ World Expo 2025 (Osaka)  ທີ່ໃຫ້ການຈະສະໜັບສະໜູນ ບຸກຄະລາກອນຂອງກະຊວງ ອຄ ໄປເຂົ້າຮ່ວມຝຶກອົບຮົມດ້ານການກະກຽມ ແລະ ເຂົ້າຮ່ວມງານວາງສະແດງໂລກ ທີ່ໂອຊາກາ ຈໍານວນ 01 ທ່ານ, ຄາດວ່າຈະເລີ່ມແຕ່ເດືອນ ພະຈິກ 2024 – ຕຸລາ 2025 (ໃນໄລຍະ 01 ປິ). ເພື່ອເປັນການສ້າງບຸກຄະລາກອນ ໃຫ້ກາຍເປັນຜູ້ຊໍານານດ້ານວຽກງານວາງສະແດງໂລກ, ຖ້າເປັນໄປໄດ້ ສະເໜີ JICA ພິຈາລະນາ ເພີ່ມເປັນ 02 ທ່ານ.

-       ເພື່ອເປັນການໂຄສະນາປະເທດລາວ ໃຫ້ເຂົ້າເຖິງຄົນຍີ່ປຸ່ນໄດ້ເປັນຢ່າງດີ, ສະເໜີ JICA ຊ່ວຍສະໜັບສະໜູນ ອາສາສະໝັກຍີ່ປຸ່ນ ທີ່ຮູ້ຈັກປະເທດລາວດີ ເຂົ້າມາຊ່ວຍໃຫ້ຂໍ້ມູນກ່ຽວກັບປະເທດລາວ ໃນຫ້ອງວາງສະແດງແຫ່ງຊາດ

-       ສະເໜີ JICA ສະໜັບສະໜູນ ການຈັດງານໃນໄລຍະງານວາງສະແດງ ເຊັ່ນ: Lao Handicraft Week, JICA in Laos Week (ວາງສະແດງຜົນງານຂອງໄຈກາ ທີ່ຊ່ວຍພັດທະນາປະເທດລາວ ໃນໄລຍະຜ່ານມາ), Laos – Japan Week (ສະເຫຼີມສະຫຼອງສາຍພົວພັນ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ), Laos Digital Week, Laos New Year Week ແລະ ອື່ນໆ.

 

IMG_0072 - Copy

               ທ້າຍສຸດນີ້, ທ່ານໄດ້ກ່າວສະແດງຄວາມຂອບໃຈອິກຄັ້ງຕໍ່່ ທ່ານ Toshio NAGASE, ຫົວ​ໜ້າ​ອົງ​ການ​ JICA ປະ​ຈຳ ສ​ປ​ປ ລາວ (ຄົນ​ເກົ່າ) ທີ່​ໄດ້ສຳ​ເລັດ ວາ​ລະ​ຂອງ​ການ​ປະ​ຈຳ​ການ ຢູ່ ຫ້ອງ​ການ JICA ປະ​ຈຳ ສ​ປ​ປ ລາວ ແລະ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ໃນ​ການ​ຊຸກ​ຍູ້ການ​ຮ່ວມ​ມື ລະ​ຫວ່າງ ສ​ປ​ປ ລາວ ແລະ ຍີ່​ປຸ່ນ ແລະ ທ​ັງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ພັດ​ທະ​ນາ​ຕ່າງໆ ໃນ ສ​ປ​ປ ລາວ ກໍ​ຄື ຂະ​ແໜງ​ການ​ຄ້າ; ພ້ອມ​ທັງ ອວຍ​ພອນ​ໄຊ​ອັນ​ປະ​ເສີດ ໃຫ້ ທ່ານ Toshio NAGASE ຈົ່ງ​ເດີນ​ທາງ​ກັບ​ປະ​ເທດ ຍີ່​ປຸ່ນ ດ້ວຍ​ຄວາມ​ສະ​ຫວັດດີ​ພາບ ແລະ ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້​າ​ທີ່​ວຽກ​ງານ​ໃໝ່ ທີ່​ທ່ານ​ຈະ​ໄດ້​ຮັບ​ດ້ວຍ; ຫວັງ​ຢ່າງ​ຍິ່ງ ວ່າ​ຈະ​ໄດ້ ຮ່ວມ​ມື​ກັນ​ໃນ​ອາ​ນາ​ຄົດ​ຕໍ່​ໜ້າ; ແລະ ໄດ້ກ່າວ​ຕ້ອນ​ຮັບ ທ່ານ ທ່ານ​ນາງ Miyako KOBAYASHI (SAKUDO) ຫົວ​ໜ້າ​ອົງ​ການ​ JICA ປະ​ຈຳ ສ​ປ​ປ ລາວ (ຄົນໃໝ່) ທີ່​ຈະ​ມາ​ປະ​ຈຳ​ການທີ່​ຫ້ອງ​ການ JICA ປະ​ຈຳ ສ​ປ​ປ ລາວ ເພື່ອ​ສືບ​ຕໍ່​ວາ​ລະ ອັນ​ສຳ​ຄັນ​ຍິ່ງ ແທນ​ຫົວ​ໜ້າ​ຄົນ​ເກົ່າ ແລະ ອວຍ​ໄຊ​ໃຫ້​ພອນໃຫ້ ທ່ານ ຈົ່ງ​ປະ​ສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ຄັ້ງ​ນີ້ດ້ວຍ ແລະ ທາງ​ການ​ຊວງ ອ​ຄ ກໍ​ຍິນ​ດີ ​ຈະສືບ​ຕໍ່ ໃຫ້​ການ​ຮ່ວມ​ມື ກັບ ຫ້ອງ​ການ JICA ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ ລະ​ຫວ່າງ ສ​ປ​ປ ລາວ ແລະ ຍີ່​ປຸ່ນ ໃຫ້​ແໜ້ນ​ແຟ້ນຂຶ້ນ​ກ່​ວາ​ເກົ່າ.

ຂ່າວ-ພາບ: ເພັປະກາຍ ສີສົມບູນ