ເປີດນໍາໃຊ້ເວັບໄຊສູນຂໍ້ມູນສະຖິຕິການຄ້າປຕ່າງປະເທດ
By ໄພວັນ On 18 Mar, 2024 At 02:52 PM | Categorized As ຂ່າວສຳຄັນ | With 0 Comments

IMG_20

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດນໍາໃຊ້ເວບໄຊ https://laotradestat.moic.gov.la ຢ່າງເປັນທາງການໃນວັນທີ 15 ມີນາ 2024 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ ມະ​ໂນ​ທອງ ວົງ​ໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ກະຊວງທີ່ກ່ຽວຂ້ອງ, ບັນດາທ່ານ ຜູ້ຕາງໜ້າສະຖານທູດ ປະຈໍາ ສປປ ລາວ, ອົງການຈັດຕັ້ງສາກົນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ຕາງໜ້າພາກທຸລະກິດ ກ່ຽວຂ້ອງ ເຂົ້າຮ່ວມ.

IMG_4

ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມການຄ້າຕ່າງປະເທດ, ກະຊວງ ອຄ ໄດ້ກ່າວວ່າ: ກົມການຄ້າຕ່າງ ປະເທດ ໄດ້ເລີ່ມ​ມີ​ການ​ພັດ​ທະ​ນາ​ລະ​ບົບ​ເກັບ​ກຳ ແລະ ລາຍ​ງານ​ສະ​ຖະ​ຕິການ​ນຳ​ເຂົ້າ ແລະ ສົ່ງ​ອອກ ​ແຕ່​ປີ 2009 ​ໂດຍ​ໄດ້ເລີ່ມສ້າງ​ຈາກ​ໂປ​ຣ​ແກມ Acess ທີ່​ສາ​ມາດ​ນຳ​ໃຊ້​​ໄດ້​ສະ​ເພາະ​ຄອມ​ທີ່​ໄດ້​ຕິດ​ຕັ້ງ​ລະ​ບົບ​ດັ່ງ​ກ່າວ, ຈາກ​ນັ້ນ ໃນ​ປີ 2015 ​ກົມ​ການ​ຄ້າ​ຕ່າງ​ປະ​ເທດ ກໍ່​ໄດ້​ຮັບ​ໂຄງ​ການຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ຈາກ​ສະ​ພາ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ, ເຊິ່ງ​ໄດ້​ພັດ​ທະ​ນາ ເປັນລະ​ບົບ Intranet ​ທີ່ສາ​ມາດ​ນຳ​ໃຊ້​ໄດ້​ສະ​ເພາະ​ຢູ່​ກະ​ຊວງ ອ​ຄ ເທົ່າ​ນັ້ນ, ໂດຍ​ເຂົ້າ​​ລະ​ບົບຜ່ານ​ Internet ຂອງ​ກະ​ຊວງ ອ​ຄ ເທົ່ານັ້ນ.

ທ່ານຫົວໜ້າກົມການຄ້າຕ່າງປະເທດ ໃຫ້ຮູ້ຕື່ມວ່າ: ເຫັນ​ໄດ້​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຊົມ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ​ການ​​ຄ້າ​ຕ່າງ​ປະ​ເທດ ຢ່າງກວ້າງ​ຂວາງ​ໃນ​ປະ​ຈຸ​ບັນ ​ທັງ​ເປັນ​ການຫຼຸດ​ຜ່ອນ​ການ​ອອກ​ໃບ​ອະ​ນຸ​ຍາດ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ ທີ່​ໃຫ້​ເຫດ​ຜົນ​ໃນ​ການ​ເກັບ​ກຳ​ສະ​ຖິ​ຕິ, ໃນທ້າຍປີ 2019 ກົມ​ການ​ຄ້າ​ຕ່າງ​ປະ​ເທດ ຈຶ່ງ​ໄດ້​ສະ​ເໜີ ແລະ ໄດ້​ຮັບ​ອະ​ນຸ​ມັດ​ໂຄງ​ການ​ພັດ​ທະ​ນາ​ລະ​ບົບ​ສະ​ຖິ​ຕິ​ການ​ຄ້າ​ຕ່າງ​ປະ​ເທດ ແບບອອນ​ລາຍ  ແລະ ​ໄດ້ເຊັນ MOU ກັບ​ກົມ​ພາ​ສີ ເພື່ອ​ເຊື່ອມ​ຕໍ່ລະ​ບົບ Asycuda ໃນ​ການ​ດຶງ​ຂໍ້​ມູນ​ແບບ​ອັດ​ຕະ​ໂນ​ມັດ.

IMG_2

ໂອກາດນີ້ ທ່ານ ປອ ມະ​ໂນ​ທອງ ວົງ​ໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີຄໍາເຫັນໂອ້ລົມມີເນື້ອໃນວ່າ: ສະຖິຕິການຄ້າຕ່າງປະເທດ ຫຼື ສະຖິຕິການຂໍາເຂົ້າ-ສົ່ງອອກ ແມ່ນມີຄວາມສໍາຄັນຫຼາຍແມ່ນມີຄວາມສໍາຄັນຫຼາຍໃນການຕີາຄາ, ປະເມີນຜົນການຈັດຕັ້ງປະຕິບັດແຜນການນໍາເຂົ້າ ແລະ ສົ່ງອອກ ທີ່ສະພາແຫ່ງຊາດ ຮັບຮອງເອົາແຕ່ລະໄລຍະ, ເປັນຂໍ້ມູນພື້ນຖານສໍາຄັນໃນການສ້າງແຜນຍຸດທະສາດ, ນະໂຍບາຍການນໍາເຂົ້າ-ສົ່ງອອກ, ດຸ່ນດ່ຽງເສດຖະກິດມະຫາພາກ ແລະ ການເຈລະຈາການຄ້າກັບບັນດາປະເທດຄູ່ຄ້າ. ຂໍເຊີນຊວນບັນດາທ່ານຈາກພາກລັດ, ອົງການຈັດຕັ້ງສາກົນ, ບັນດາສະມາຄົນທຸລະກິດ ແລະ ບໍລິສັດຕ່າງໆ ຈົ່ງໝູນໃຊ້ລະບົບສະຖິຕິການຄ້າຕ່າງປະເທດດັ່ງກ່າວ ເຂົ້າໃນການສຶກສາຄົ້ນຄວ້າ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອົງກອນຂອງຕົນກໍຄືປະເທດຊາດ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -