ສົ່ງເສີມຜູ້ຜະລິດ ຜູ້ປະກອບການ SMEs ແລະ ສິນຄ້າ ODOP ໃນການສ້າງຍີ່ຫໍ້ ແລະ ການຫຸ້ມຫໍ່ສິນຄ້າ
By ໄພວັນ On 17 Mar, 2024 At 04:52 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

8

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ຈັດຝຶກອົບຮົມກ່ຽວກັບການສົ່ງເສີມຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ສິນຄ້າ ODOP ໃນການສ້າງຍີ່ຫໍ້ ແລະ ການຫຸ້ມຫໍ່ສິນຄ້າ ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໃນວັນທີ 14 ມີນາ 2024, ໂດຍການເປັນປະທານຮ່ວມຂອງທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ລິນທອງ ແກ້ວບົວ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຄະນະວິຊາການຈາກສູນກາງ, ນັກວິທະຍາກອນ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຜູ້ປະກອບການ SMEs ແລະ ສິນຄ້າ ODOP ເຂົ້າຮ່ວມ.

1

ໃນໂອກາດນີ້ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ກໍໄດ້ໃຫ້ກຽດກ່າວເປີດຝຶກອົບຮົມ ຊຶ່ງມີເນື້ອໃນບາງຕອນ ທ່ານກ່າວວ່າ: ກອງປະຊຸມຝຶກອົບຮົມກ່ຽວກັບການສົ່ງເສີມຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ສິນຄ້າ ODOP ແມ່ນເປັນກິດຈະກຳໜຶ່ງທີ່ນອນຢູ່ໃນແຜນພັດທະນາຊັບສິນທາງປັນຍາ ຂອງກົມຊັບສິນທາງປັນຍາ ກ່ຽວກັບການສົ່ງເສີມຜູ້ຜະລິດ ແລະ ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ SMEs ແລະ ຜູ້ຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກທຸລະກິດ ໂດຍສະເພາະ ຜູ້ຜະລິດ, ຜູ້ປະກອບການ SMEs ແລະ ສິນຄ້າ (ODOP) ໃຫ້ສາມາດນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນການສ້າງມູນຄ່າເພິ່ມໃຫ້ແກ່ສິນຄ້າ, ເພື່ອເປັນການເຂົ້າເຖິງຕະຫຼາດ ແລະ ສ້າງຄວາມສາມາດແຂ່ງຂັນໃຫ້ແກ່ທຸລະກິດ SMEs ແລະ ODOP ໄດ້. ເພື່ອເປັນການຜັນຂະຫຍາຍນະໂຍບາຍຂອງລັດຖະບານ ກໍຄື: ວາລະແຫ່ງຊາດເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ຂອງ ສປປ ລາວ ຊຶ່ງໃນນັ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງພວກເຮົາກໍ່ໄດ້ສ້າງ 9 ມາດຕະການເພື່ອຜັນຂະຫຍາຍໃຫ້ເປັນອັນລະອຽດ ໃນນັ້ນ ວຽກງານສົ່ງເສີມ SMEs ແລະ ODOP ໃຫ້ນໍາໃຊ້ຊັບສິນທາງປັນຍາເຂົ້າໃນການຜະລິດເປັນສິນຄ້າ, ເພື່ອສົ່ງເສີມການສົ່ງອອກ, ຫຼຸດຜ່ອນການນຳເຂົ້າ, ໄດ້ປະກອບສ່ວນເຂົ້າໃນມາດຕະການທີ 5 ເພື່ອເປັນການປະກອບສ່ວນອັນສຳຄັນໃຫ້ແກ່ພັດທະນາເສດຖະກິດ-ສັງຄົມຕາມທິດຍືນຍົງ ແລະ ສີຂຽວ.

ປັດຈຸບັນນີ້ ກົມຊັບສິນທາງປັນຍາ ມີນະໂຍບາຍຕໍ່ຍອດຈາກ ໜຶ່ງເມືອງໜຶ່ງຜະລິດຕະພັນ ມາເປັນ ໜຶ່ງຜະລິດຕະພັນໜຶ່ງຊັບສິນທາງປັນຍາ ເພື່ອເຮັດໃຫ້ຊັບສິນທາງປັນຍາ ເປັນຕົວຊ່ວຍເຂົ້າໃນການຂັບເຄື່ອນທຸລະກິດຂອງລາວ. ພ້ອມນັ້ນ, ການປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ ຍັງຈະເປັນປັດໄຈສຳຄັນຂອງການເຮັດໃຫ້ເກີດການລົງທຶນ ແລະ ກິດຈະກຳທາງການຄ້າ ຢູ່ພາຍໃນ ແລະ ຕ່າງປະເທດ.

9

ພ້ອມນັ້ນ, ໃນວັນທີ 15 ມີນາ 2024 ຄະນະຈາກກົມຊັບສິນທາງປັນຍາ ແລະ ພະແນກ ອຄ ແຂວງໄຊຍະບູລີ ໄດ້ລົງຢ້ຽມຢາມຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ODOP ເຊັ່ນ: ລົງຢຽມຍາມ ໂຮງງານຜະລິດຕະພັນ ເສັ້ນເຂົ້າປຽກ, ເສັ້ນເຝີ, ລູູກຊີ້ນ, ຍໍ່, ບ້ານ ຖິ່ນ, ເມືອງໄຊຍະບູລີ; ຜະລິດຕະພັນເຫຼົ້າຂາວບັ້ງໄມ້ໄຜ່, ບ້ານ ນາຍາວ ເມືອງໄຊຍະບູລີ ແລະ ຜະລິດຕະພັນຫັດຖະກໍາໄມ້ ບ້ານດອນເງີນ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ, ເພື່ອໃຫ້ຄໍາປຶກສາ ແລະ ໃຫ້ຄໍາແນະນໍາ ກ່ຽວກັບເຄື່ອງການຄ້າ ເພີ່ມຕື່ມ ແກ່ຜູ້ປະກອບການ ອີກດ້ວຍ.

ຂໍ້ມູນຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ຮຽບຮຽງລົງຂ່າວໂດຍ: ໄພວັນ ຂ່າວສານ ຫອຄ

About -