ຊົມເຊີຍຜົນສໍາເລັດ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 30
By ໄພວັນ On 15 Mar, 2024 At 02:26 PM | Categorized As ຂ່າວສຳຄັນ | With 0 Comments

IMG_6

ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ຖະແຫຼງຂ່າວຜົນສໍາເລັດຂອງກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 30 ເຊິ່ງຈັດຂື້ນໃນວັນທີ 9 ມີນາ 2024 ທີ່ແຂວງຫຼວງພະບາງ ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ທ່ານໄດ້ກ່າວວ່າ ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບບັນດາທ່ານລັດຖະມົນຕີຈາກປະເທດສະມາ ຊິກອາຊຽນ ເຂົ້າສູ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມໃນລະດັບລັດຖະມົນຕີຄັ້ງທໍາອິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ. ການຮວມຕົວກັນຂອງພວກເຮົາໃນມື້ນີ້ ແມ່ນເພື່ອປຶກສາຫາລືແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້, ແລກປ່ຽນທັດສະນະກ່ຽວກັບສະພາບການພັດທະນາຂອງເສດຖະກິດໃນພາກພື້ນ ແລະ ສາ ກົນ, ແລະ ປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມທີ່ສໍາຄັນຂອງປະຊາຄົມເສດຖະກິດອາຊຽນ. ພາຍໃຕ້ຄໍາຂວັນໃນການເປັນປະທານອາຊຽນຂອງ ສປປ ລາວ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໃນປີນີ້, ສປປ ລາວ ໄດ້ສະເໜີ 14 ແຜນວຽກ ພາຍໃຕ້ເສົາຄໍ້າເສດຖະກິດ ໂດຍກວມເອົາບັນດາຂົງເຂດທີ່ປິ່ນອ້ອມວຽກງານເສດຖະກິດຄື: ຂົງເຂດ ກະສິກໍາ, ການທ່ອງທ່ຽວ, ພະລັງງານ, ຊັບສິນທາງປັນຍາ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດີຈີຕອນ ແລະ ຂົງເຂດອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕ້ອງໂສ້ການສະໜອງ ແລະ ຮັດແຄບຊ່ອງວ່າງຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ.​ ບັນດາ 14 ແຜນວຽກນີ້ ໄດ້ກວມເອົາໜ້າວຽກຕ່າງໆໃນປະຊາຄົມເສດຖະກິດອາຊຽນ ພາຍໃຕ້ການຊີ້ນໍາຂອງລັດຖະມົນຄີເສດຖະກິດອາຊຽນ. ຂ້າພະເຈົ້າ ຍິນດີແຈ້ງໃຫ້ທ່ານຊາບວ່າ ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ໄດ້ສະແດງການສະໜັບສະໜູນຕໍ່ແຜນວຽກດັ່ງກ່າວທີ່ສະເໜີໂດຍ ສປປ ລາວ ແລະ ມີຄວາມມຸ່ງໝັ້ນທີ່ຈະຈັດຕັ້ງປະຕິບັດໃຫ້ສໍາເລັດຕາມກໍານົດເວລາ.

ພ້ອມກັນນີ້, ພວກເຮົາຍັງໄດ້ປຶກສາຫາລືບາງຂໍ້ລິເລີ່ມທີ່ສໍາຄັນພາຍໃຕ້ປະຊາຄົມເສດຖະກິດອາຊຽນ ເຊັ່ນ: ການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຂອບສັນຍາວ່າດ້ວຍເສດຖະກິດດີຈີຕອນອາຊຽນ.

IMG_7

ໃນທ່າມກາງຄວາມບໍ່ແນ່ນອນຂອງສະພາບເສດຖະກິດໂລກ, ພວກເຮົາ ຍັງໄດ້ຢໍ້າຄືນຄໍາໝັ້ນສັນຍາຢ່າງບໍ່ຢຸດຢັ້ງຂອງອາຊຽນ ໃນການເສີມສ້າງພື້ນຖານຕະຫຼາດດຽວຂອງອາຊຽນ ຜ່ານການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ. ໃນຖານະທີ່ເປັນກະດູກສັນຫຼັງຂອງການຄ້າໃນພາກພື້ນ, ການຍົກລະດັບສັນຍາດັ່ງກ່າວ ຈະນໍາເອົາສາຍພົວພັນທາງການຄ້າລະຫວ່າງບັນດາປະເທດສະມາຊິກອາຊຽນກ້າວຂຶ້ນໄປສູ່ລະດັບຕໍ່ໄປ. ທັງນີ້, ພວກເຮົາຍັງເນັ້ນໜັກເຖິງຄວາມຈໍາເປັນໃນການຍົກລະດັບສັນຍາດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແລະ ສົ່ງເສີມການພັດທະນາແບບຍືນຍົງ. ໃນມື້ນີ້, ບັນດາລັດຖະມົນຕີ ໄດ້ຢໍ້າຄືນຄໍາໝັ້ນສັນຍາຂອງອາຊຽນ ໃນການສະຫຼູບເນື້ອໃນສ່ວນໃຫຍ່ຂອງການເຈລະຈາຍົກລະດັບພາຍໃນປີນີ້.

ກ່ຽວກັບການເຈລະຈາຂອບສັນຍາວ່າດ້ວຍເສດຖະກິດດີຈີຕອນອາຊຽນ, ພວກເຮົາມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການເຈລະຈາ ທີ່ຈະເປັນການສ້າງໃຫ້ອາຊຽນ ກາຍເປັນຂົງເຂດແຫ່ງເສດຖະກິດດີຈີຕອນໃນທົ່ວພາກພື້ນ ຊຶ່ງເປັນຕົວຂັບເຄື່ອນໃໝ່ ໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມກ້າວໜ້າຂອງສັງຄົມ. ພວກເຮົາມີຄວາມຕື່ນເຕັ້ນ ທີ່ໄດ້ເຫັນວ່າບັນດານັກເຈລະຈາ ໄດ້ເລັ່ງສຸມໃສ່ການປະຕິບັດໜ້າທີ່ຂອງຕົນ ແລະ ກອງປະຊຸມຄັ້ງທີ 2​ ຂອງຄະນະກໍາມະການເຈລະຈາໄດ້ສໍາເລັດລົງໃນ 2-3 ວັນທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ຂອບສັນຍາດັ່ງກ່າວຈະເປັນແຮງຊຸກຍູ້ທີ່ສໍາຄັນໃນການຫັນເປັນດີຈີຕອນຂອງອາຊຽນ.

IMG_2

ນອກຈາກບັນດາຂໍ້ລິເລີ່ມເຫຼົ່ານີ້ແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ການສ້າງວິໄສທັດປະຊາຄົມອາຊຽນ 2045. ຂ້າພະ ເຈົ້າ ຂໍມອບໃຫ້ ທ່ານເລຂາທິການໃຫຍ່ອາຊຽນ ຊ່ວຍໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບຄວາມຄືບໜ້າໃນການສ້າງວິໄສທັດດັ່ງກ່າວ, ແຕ່ວ່າ ຂ້າພະເຈົ້າ ຂໍເນັ້ນໜັກຄືນວ່າ ພວກເຮົາກໍາລັງຢູ່ທ່າມກາງຈຸດສໍາຄັນໃນການປ່ຽນແປງ ທີ່ພວກເຮົາກໍາລັງແຜນວິໄວທັດຂອງພາກພື້ນພວກເຮົາໃນ 20 ປີຕໍ່ໜ້າ.​ ແນ່ນອນວ່າ, ເພື່ອໃຫ້ສາມາດບັນລຸໄດ້ ພວກເຮົາຕ້ອງໄດ້ທົບທວນ ແລະ ປະເມີນຄືນບັນດາຜົນໄດ້ຮັບ ແລະ ສິ່ງທ້າທາຍຕ່າງໆ ທີ່ພາກພື້ນປະເຊີນໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025. ສປປ ລາວ, ໃນນາມປະທານອາຊຽນໃນປີນີ້, ຈະເສີມຂະຫຍາຍການສະໜັບສະໜູນຢ່າງເຕັມທີ່ ເພື່ອໃຫ້ສາມາດສໍາເລັດໄດ້ຕາມຄາດໝາຍ.

ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາຂອບວຽກວ່າດ້ວຍການອໍານວຍຄວາມສະດວກການບໍລິການອາຊຽນ ທີ່ໄດ້ກໍານົດຫຼັກການສໍາຄັນ ແລະ ຜັນປະຕິບັດງານ ເພື່ອບັນລຸເປົ້າໝາຍການເຊື່ອມໂຍງການບໍລິການໃນອາຊຽນ ແລະ ປັບປຸງຄວາມອາດສາມາດໃນການແຂ່ງຂັນຂອງຂະແໜງການບໍລິການໃນອາຊຽນ.​ ພວກເຮົາຫວັງຢ່າງຍິ່ງວ່າ, ຂອບວຽກດັ່ງກ່າວ ຈະຊ່ວຍປັບປຸງສະພາບແວດລ້ອມດ້ານນະໂຍບາຍ ແລະ ລະບຽບການ ທີ່ຈະເອື້ອອໍານວຍໃຫ້ແກ່ການບໍລິການຢ່າງໂລ່ງລ່ຽນພາຍໃນຕະຫຼາດພາກພື້ນຂອງພວກເຮົາ.

IMG_8

ກອງປະຊຸມ ຍັງໄດ້ປຶກສາຫາລືໃນທາງນະໂຍບາຍ ກ່ຽວກັບການພົວພັນດ້ານເສດຖະກິດຂອງອາຊຽນກັບຄຸ່ຮ່ວມມືພາຍນອກ ຊຶ່ງອາຊຽນກໍາລັງປະເມີນຄືນການຈັດຕັ້ງປະຕິບັດ, ຍົກລະດັບສັນຍາ ແລະ ເຈລະຈາສ້າງສັນຍາສະບັບໃໝ່ກັບຄູ່ຮ່ວມມືດັ່ງກ່າວ. ໃນເວລາດຽວກັນ, ພວກເຮົາກໍກໍາລັງຈັດຕັ້ງປະຕິບັດສັນຍາການຄ້າເສລີຕ່າງໆທີ່ມີຢູ່ ລວມທັງ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP. ໃນບັນດາສັນຍາການຄ້າເສລີ ແລະ ການພົວພັນກັບຄູ່ຮ່ວມມືເຫຼົ່ານັ້ນ, ຕ້ອງຮັບປະກັນວ່າສັນຍາການຄ້າເສລີລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ຈະສືບຕໍ່ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນ, ປະກອບສ່ວນເຂົ້າໃນັຍດາຂໍ້ລິເລີ່ມຂອງອາຊຽນ, ແລະ ສ້າງຜົນປະໂຫຍດນຮ່ວມກັນໃຫ້ແກ່ອາຊຽນ ແລະ ຄູ່ຮ່ວມເຈລະຈາ. ສິ່ງດັ່ງກ່າວເຫຼົ່ານີ້ ເປັນທັດສະນະຮ່ວມກັນລະຫວ່າງປະເທດສະມາຊິກອາຊຽນ ທີ່ສັນຍາການຄ້າເສລີ ຈະຕ້ອງກວມເອົາອົງປະກອບ ຫຼື ຂົງເຂດໃໝ່ ແລະ ກໍາລັງເກີດຂຶ້ນໃນປະຈຸບັນ ເພື່ອຮັບປະກັນວ່າສັນຍາການຄ້າເສລີດັ່ງກ່າວ ຈະເປັນສັນຍາທີ່ທັນສະໄໝ ແລະ ຕິດພັນກັບພາກທຸລະກິດ.

ທ້າຍສຸດນີ້, ພວກເຮົາຍັງໄດ້ປຶກສາຫາລືກັບສະພາທີ່ປຶກສາທຸລະກິດອາຊຽນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງສະພາທີ່ປຶກສາທຸລະກິດອາຊຽນ ໃນການເປັນຂົວຕໍ່ລະຫວ່າງລັດຖະບານ ແລະ ພາກທຸລະກິດ ແລະ ຫວັງວ່າ ຈະໄດ້ເຮັດວຽກຢ່າງໃກ້ຊິດກັບສະພາທີ່ປຶກສາທຸລະກິດອາຊຽນ ແລະ ພາກທຸລະກິດໃນການຈັດຕັ້ງປະຕິບັດບັນດາວາລະຂອງອາຊຽນ.

ໄພວັນ ຂ່າວສານ ຫອຄ

About -