ກອງປະຊຸມສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 114 ປີໃຫ້ແມ່ຍິງ ກະຊວງ ອຄ
By phaikhame evilay On 13 Mar, 2024 At 10:14 AM | Categorized As ຂ່າວສຳຄັນ | With 0 Comments

IMG_0982.1

      ຕອນເຊົ້າ ເວລາ  9:00 ໂມງ ຂອງວັນທີ 12 ມີນາ 2024 ທີ່ ໂຮງແຮມ ແລນມາກ ໄດ້ມີພິທີເປີດງານສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ ໃຫ້ແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ: ນາງ ຈັນ​ສຸກ ​ແສງ​ພະຈັນ,  ຮອງລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ແລະ ເຂົ້າຮ່ວມຂອງ ທ່ານ ນາງ ​ອັນ​ເນັດ​ເທິະ ຄະ​ນົບລອຄ, ເອກຄັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ. ທ່ານ ນາງ ອາ​ລຸ​ນີ ກົມມະ​ສິດ,  ພັນ​ລະ​ຍາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ. ພ້ອມດ້ວຍບັນດາ​ທ່ານ​ພັນ​ລະ​ຍາ​ລັດຖະມົນຕີ, ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ສຳນັກງານ, ສະຖາບັນ, ​ເລຂາ​ທິການ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ, ຜູ້ອຳນວຍການ ລັດວິສາຫະກິດ, ບໍລິສັດ, ຜູ້ຕາງໜ້າ​ໂຄງການ  GIZ, ຫຼາຍກ່ວາ 150 ທ່ານ.

IMG_1106.2

        ໂດຍຂື້ນອ່ານທົບທວນຄືນໂດຍຫຍໍ້ປະຫວັດຄວາມເປັນມາຂອງວັນທີ 8 ມີນາ ຄົບຮອບ 114 ປີ ຂອງ ທ່ານ ນາງ ສົມໝາຍ ພົມມຸນິວົງ, ຄະນະ​ບໍລິຫານ​ງານສູ​ນກາງ​ສະຫະພັນ​ແມ່ຍິງ, ປະທານສະຫະພັນແມ່ຍິງກະຊວງ ອຄ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ໃນປີນີ້ ຊຶ່ງວຽນມາບັນຈົບຄົບຮອບ 114 ປີ ຖືໄດ້ວ່າເປັນວັນທີ່ມີຄວາມໝາຍຄວາມສຳຄັນ ໃນໜ້າປະຫວັດສາດໂລກ ເພື່ອລະນຶກເຖິງຄວາມເຂັ້ມແຂງຂອງແມ່ຍິງ ທີ່ໄດ້ຕໍ່ສູ້ເພື່ອສິດເສລີພາບ ແລະ ຄວາມເປັນທຳ, ຊຶ່ງ​ໃນມື້ນີ້ ສະຫະພັນຍິງກະຊວງ ອຄ ໄດ້ພ້ອມກັນຈັດຕັ້ງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວ ອັນເຕັມໄປດ້ວຍບັນຍາກາດຟົດຟື້ນ ໄປພ້ອມໆກັບຂະບວນການສະເຫຼີມສະຫຼອງວັນແມ່ຍິງໃນທົ່ວປະເທດ ກໍຄືໃນທົ່ວໂລກ. ໃນອາທິດທີ່ຜ່ານມາ ຊຶ່ງສະຫະພັນແມ່ຍິງເອງກໍ່ໄດ້ຈັດກິດຈະກຳ ໃຫ້ເອື້ອຍນ້ອງແມ່ຍິງທັງໝົດໄດ້ວາງ

IMG_1022.3

         ຂາຍສິນຄ້າ ອຸປະໂພກບໍລິໂພກ, ເຄື່ອງຫັດຖະກຳ ແລະ ອື່ນໆ ຂຶ້ນທີ່ກະຊວງ ຂອງພວກເຮົາ ຢ່າງມີ​ຂະບວນຟົດຟື້ນ ຊຶ່ງເປັນກິດຈະກຳສົ່ງ​ເສີມ​ການສ້າງລາຍຮັບໃຫ້ບັນດາໜ່ວຍສະຫະພັນ​ແມ່ຍິງ​ໃຫ້ມີລາຍໄດ້​ເພີ່ມ ແລະ ການຈັດກອງປະຊຸມ​ຂຶ້ນ​ໃນ​ມື້​ນີ້​ກໍ່ເພື່ອເປັນການຫວນຄືນປະຫວັດຄວາມເປັນມາຂອງວັນດັ່ງກ່າວ, ລາຍງານຄວາມຄືບໜ້າ ການ​ສ້າງ​ແຜນ​ປະຕິບັດງານ ການເຊື່ອມສານ ບົດບາດ ຍິງ-ຊາຍຂອງຂະແໜງ ອຄ ​ແລະ ພ້ອມ​ນີ້​ກໍ​ມີ​ການຈັດເວທີສົນທະນາຫົວ​ຂໍ້ສ້າງ​ຄວາມ​ອາດ​ສາມາດ​ໃນ​ການ​ເຮັດ​ການ​ຄ້າ​ຜ່ານ​ລະບົບ​ເອ​ເລັກ​ໂຕນິກເພື່ອເປັນການສ້າງຄວາມເຂັ້ມແຂງ ໃຫ້ເອື້ອຍນ້ອງ​ແມ່ຍິງ.

IMG_1089.4

        ໃນໂອກາດວັນສຳຄັນນີ້ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກພາກສ່ວນ, ຈົ່ງ​ພ້ອມ​ກັນສືບ​ຕໍ່ເອົາໃສ່ໃຈຢ່າງຕັ້ງໜ້າສົ່ງເສີມ ແລະ ພັດທະນາຄວາມກ້າວໜ້າຂອງແມ່ຍິງໃຫ້ເປັນທີ່ຮັບຮູ້ ແລະ ຍອມຮັບໃນສັງຄົມ ເພື່ອໃຫ້ເພດຍິງ ສາມາດຢືນຢູ່ແຖວໜ້າໃນການຈັດຕັ້ງປະຕິບັດວຽກງານໄປຄຽງຄູ່ກັບເພດຊາຍ ແລະ ສືບຕໍ່ປະຕິບັດໜ້າທີ່ ແລະ ພາລະບົດບາດຂອງການເປັນລູກທີ່ດີຂອງພໍ່ແມ່, ພັນລະຍາທີ່ດີຂອງສາມີ, ແມ່ທີ່ດີຂອງລູກ ແລະ ການເບິ່ງແຍງຄອບຄົວໃຫ້ມີຄວາມຜາສຸກ. ຖ້າຈະເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງເອື້ອຍນ້ອງແມ່ຍິງທຸກຄົນ ເວົ້າລວມ, ເວົ້າສະເພາະ ແມ່ນແມ່ຍິງໃນຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ສືບຕໍ່ຕັ້ງໜ້າເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງຕົນ ໃຫ້ສັງຄົມເຫັນໄດ້ສັກກະຍະພາບຂອງຕົນ ໂດຍຍັງຮັກສາໄວ້ດ້ານຄຸນສົມບັດຂອງຄວາມເປັນຜູ້ຍິງ ກໍຄື: ຄວາມລະອຽດອ່ອນ, ຄວາມອ່ອນໂຍນ, ຄວາມໂອບເອື້ອອາລີ ແລະ ຮູ້ຈັກປະສົມປະສານລະຫວ່າງ ຄວາມອ່ອນໂຍນ, ຄວາມອົດທົນ ແລະ ຄວາມເຂັ້ມແຂງ ເພື່ອໃຫ້ສາມາດພັດທະນາຕົນເອງ ໃຫ້ກາຍເປັນແມ່ຍິງທີ່ມີຄວາມສາມາດ ແລະ ກ້າວໜ້າຕາມຍຸກສະໄໝ ເພື່ອສ້າງບົດບາດໃໝ່.

IMG_0971.5

        ຕອນທ້າຍນີ້ ທ່ານປະທານ ກໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ​ມາຍັງບັນດາທ່ານທັງໝົດ ທີ່ໄດ້ຊັບຊ້ອນເວລາອັນມີຄຸນຄ່າມາເຂົ້າຮ່ວມກອງປະຊຸມໃນມື້ນີ້; ພິເສດແມ່ນຂໍສະແດງຄວາມຂອບໃຈ ມາຍັງທ່ານ ​ເອກ​ອັກຄະ​ລັດຖະທູດ​ເຢຽລະ​ມັນ, ປະທານ​ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ທີ່​ໃຫ້​ກຽດ​​​ເປັນ​ປະທານຮ່ວມ, ໂຄງການ ສົ່ງເສີມຄວາມອາດສາມາດໃນການແຂ່ງຂັນພາຍໃຕ້ກອບແຜນງານຂໍ້ລິເລີ່ມການເຊື່ອມໂຍງອາຊຽນ ທີ່ສະໜັບສະໜູນດ້ານງົບປະມານໃນການຈັດກອງປະຊຸມໃນມື້ນີ້ ຊຶ່ງເປັນການ​ປະກອບສ່ວນ​ອັນ​ສຳຄັນເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານສົ່ງເສີມຄວາມກ້າວໜ້າແມ່ຍິງຂອງຂະແໜງອຸດສາຫະກຳ ແລະ ການຄ້າ,  ຂອບ​ໃຈຊ່ຽວຊານ, ຄູ່ຮ່ວມສົນທະນາ ທັງພາກລັດ ແລະ ທຸລະກິດ ທີ່ໄດ້ມາແລກປ່ຽນບົດຮຽນອັນມີປະໂຫຍດໃນມື້ນີ້.

ຂ່າວ-ພາບ: ໄພຄໍາອີ ຫ້ອງການກະຊວງ ອຄ.