ຝຶກອົບຮົມ ກ່ຽວກັບການບໍລິຫານຈັດການຊັບສິນທາງປັນຍາ ຂອງອົງການຊັບສິນທາງປັນຍາໂລກ (IP CLINIC) ພາຍໃຕ້ຫົວຂໍ້ “ນໍາໃຊ້ປະໂຫຍດຈາກຊັບສິນທາງປັນຍາ ເພື່ອການເຕີບໂຕ ຂອງທຸລະກິດໃນທົ່ວໂລກ”
By phaikhame evilay On 11 Mar, 2024 At 03:14 PM | Categorized As ຂ່າວພາຍໃນ | With 0 Comments

IMG_1760.1

         ໃນວັນທີ 11-15 ມີນາ 2024 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO), ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC), ສໍານັກງານສິດທິບັດຂອງປະເທດຍີ່ປຸ່ນ (JPO) ແລະ ສໍານັກງານເລຂາອາຊຽນ (ASEAN Secretariat)  ໄດ້ຈັດຝຶກອົບຮົມ ກ່ຽວກັບການບໍລິຫານຈັດການຊັບສິນທາງປັນຍາຂອງອົງການຊັບສິນທາງປັນຍາໂລກ (IP CLINIC) ພາຍໃຕ້ຫົວຂໍ້ “ນໍາໃຊ້ປະໂຫຍດຈາກຊັບສິນທາງປັນຍາ ເພື່ອການເຕີບໂຕຂອງທຸລະກິດໃນທົ່ວໂລກ”, ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ທິຕາພາ ວັດທະນະພຸດທີໄພສານ (Thitapha Wattanapruttipaisan) ຫົວໜ້າຫ້ອງການຊັບສິນທາງປັນຍາໂລກ ປະຈຳ ປະເທດສິງກະໂປ, ທ່ານ ມິກິອາລູ ຊິມີຊູ (Mikiharu Shimizu),  ຫົວໜ້າກົມ​ແຜນການ​ນະ​ໂຍ​ບາຍ ແລະ ການ​ປະ​ສານ​ງານ, ສໍານັກງານສິດທິບັດຂອງປະເທດຍີ່ປຸ່ນ (JPO) ແລະ ທ່ານ ດຣ ແທ່ງເລືອງ (Dr. Thang Luong), ຜູ້ຊ່ວຍຜູ້ອໍານວຍການ ແລະ ຫົວໜ້າຂະແໜງຊັບສິນທາງປັນຍາ, ສໍານັກງານເລຂາອາຊຽນ, ປະຈໍາ ຈາກາຕາ, ປະເທດອີນໂດເນເຊຍ ກໍໄດ້ເຂົ້າຮ່ວມມີຄໍາເຫັນຕໍ່ການເປີດຝຶກອົບຮົມ ໃນຄັ້ງນີ້ ຜ່ານການບັນທຶກວິດີໂອ.

IMG.2

       ນອກຈາກນີ້ ຍັງມີຜູ້ຕາງໜ້າ ຈາກບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ບັນດາຫົວໜ່ວຍທຸລະກິດ ພາກເອກະຊົນ, ຜູ້ຊ່ຽວຊານດ້ານຊັບສິນທາງປັນຍາ ທັງພາຍໃນ ແລະ ຕ່າງປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງກົມຊັບສິນທາງປັນຍາ ກໍ່ໄດ້ເຂົ້າຮ່ວມ ຈໍານວນ  60 ກວ່າທ່ານ.

IMG.3

        ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ກໍໄດ້ກ່າວວ່າ: ວຽກງານຊັບສິນທາງປັນຍາ ແມ່ນເປັນວຽກງານໜຶ່ງທີ່ມີຄວາມຄຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເປັນເຄື່ອງມື ໃນການຂັບເຂື່ອນເສດຖະກິດຂອງບັນດາປະເທດຕ່າງໆໃນໂລກ ໂດຍສະເພາະ ບັນດາປະເທດທີ່ມີການພັດທະນາແລ້ວ ເຊັ່ນ: ປະເທດສະຫະລັດອາເມລິກາ, ສ. ເກົາຫຼີ, ສປ. ຈີນ, ສະຫະພາບເອີຣົບ ແລະ ບັນດາປະເທດອື່ນໆ ກໍລ້ວນແຕ່ນໍາໃຊ້ເຄື່ອງມືດ້ານຊັບສິນທາງປັນຍາ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຂອງຕົນ. ສະນັ້ນ, ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ບັນດາຫົວໜ່ວຍທຸລະກິດ ຂອງ ສປປ ລາວ ເພື່ອໃຫ້ເຂົ້າໃຈ ປະໂຫຍດທີ່ໄດ້ຮັບຈາກການປົກປ້ອງ ແລະ ຄຸ້ມຄອງຊັບສິນທາງປັນຍາ, ການນໍາໃຊ້ຍຸດທະສາດດ້ານຊັບສິນທາງປັນຍາ ເຂົ້າໃນການກໍານົດນະໂຍບາຍ, ການຕະຫຼາດ ຜ່ານການສ້າງຍີ່ຫໍ້, ການສ້າງເອກະລັກສະເພາະຂອງເຄື່ອງໝາຍການຄ້າ ແລະ ການສຶກສາຂໍ້ໄດ້ປຽບຂອງຄູ່ແຂ່ງທາງດ້ານການຄ້າ ໂດຍຜ່ານ ແຜນງານ ແລະ ກິດຈະກໍາ ນໍາໃຊ້ເຄື່ອງມືຕ່າງໆດ້ານຊັບສິນທາງປັນຍາ ຂອງອົງການຊັບສິນທາງປັນຍາໂລກ ໃນການສ້າງ, ​ບໍລິຫານຈັດການ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບເສດຖະກິດ ແລະ ຕະຫຼາດ ແລະ ການໃຊ້ປະໂຫຍດຈາກຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນສິນຄ້າຂອງຕົນ ເພື່ອຂະຫຍາຍຕະຫຼາດພາຍໃນ ແລະ ກ້າວໄປສູ່ການສົ່ງອອກໃນຕະຫລາດສາກົນ.

IMG.4

       ໃນການຝຶກອົບຮົມຄັ້ງນີ້, ດໍາເນີນໄປ ເປັນເວລາ 5 ວັນ, ຊຶ່ງໃນແຕ່ລະວັນຈະມີການຈັດກິດຈະກໍາແຍກກຸ່ມ ເພື່ອຮັບຟັງຄໍາແນະນໍາຈາກຊ່ຽວຊານສະເພາະດ້ານ, ລົງເລິກການຈັດຕັ້ງປະຕິບັດຍຸດທະສາດຊັບສິນທາງປັນຍາ ທີີ່ກ່ຽວຂ້ອງ ເພື່ອບັນລຸເປົ້າໝາຍທີ່ວາງໄວ້ ແລະ ການສ້າງຫຼັກຊັບ/ການຄຸ້ມຄອງຊັບສິນທາງປັນຍາ ເພື່ອເສີມສ້າງເປົ້າໝາຍທຸລະກິດ ແລະ ຂໍ້ມູນທີ່ກ່ຽວຂ້ອງກັບວິທີການໃຊ້ຊັບສິນທາງປັນຍາ ເປັນເຄື່ອງມື ສໍາລັບການສ້າງມູນຄ່າ ແລະ ກ້າວໄປສູ່ການຈະເລີນເຕີບໂຕທາງດ້ານທຸລະກິດໃນຕໍ່ໜ້າ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ