ກອງປະຊຸມສຳມະນາໃນຫົວຂໍ້: ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ແລະ ຄວາມຄືບໜ້າຂອງປະຊາຄົມເສດຖະກິດອາຊຽນ (AEC) 2025

IMG_0843

           ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ແລະ ຄວາມຄືບໜ້າຂອງປະຊາຄົມເສດຖະກິດອາຊຽນ (AEC) 2025 ຈັດໂດຍກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນວັນທີ 11 ມີນາ 2024 ທີ່ ໂຮງແຮມ ຊະນະແກ້ວ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມ ແລະ ປະທານຮ່ວມຂອງທ່ານ ປອ ສຸລິໄຊ ຫົງສາຄອນ, ຮອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ມີ: ວິທະຍາກອນ ແລະ ຕາງໜ້ານັກສຳມະນາກອນຈາກສູນກາງ ແລະ ທ້ອງຖີ່ນ 07 ແຂວງພາກເໜືອ ທີ່ມາຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ພະແນກການເງິນແຂວງ, ນອກຈາກນັ້ນຕາງໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຫ້ອງວ່າການປົກຄອງແຂວງ, ພາກທຸລະກິດ ແລະ ນັກສຶກສາຂອງມະຫາວິທະຍາໄລສຸພານຸວົງແຂວງຫຼວງພະບາງ ລວມທັງໝົດ 60 ກວ່າທ່ານ ກໍ່ເຂົ້າຮ່ວມ.

IMG_0811

ໃນໂອກາດນີ້, ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະ ກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ປະທານກອງປະຊຸມ ກໍ່ໄດ້ກ່າວມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ໂດຍເນັ້ນໃຫ້ເຫັນເຖິງຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້: ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ເລິກເຊິ່ງ ກ່ຽວກັບຜົນໄດ້ຮັບຈາກການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024  ແລະ ແຜນບູລິມະສິດຂອງ ສປປ ລາວ (PED) ໃນການເປັນປະທານອາຊຽນ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດປະຊາຄົມເສດຖະກິດອາຊຽນ (AEC) 2025.

ທ່ານຍັງກ່າວຕື່ມວ່າ: ສະພາບເສດຖະກິດພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບສະພາບຜັນແປ ແລະ ສະລັບຊັບຊ້ອນ ຍ້ອນໄດ້ຮັບຜົນກະທົບຈາກບັນຫາຄວາມຂັດແຍ່ງໃນພາກພື້ນ ແລະ ສາກົນ, ການຖົດຖອຍຂອງເສດຖະກິດໂລກ, ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ ຊຶ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງ ລວມທັງພາກພື້ນອາຊຽນ ແລະ ສປປ ລາວ.

IMG_0812    IMG_0828

             ພ້ອມດຽວກັນນັ້ນ, ທ່ານໄດ້ແຈ້ງທີ່ປະຊຸມຊາບວ່າ ໂດຍປະຕິບັດຕາມການໜູນວຽນການເປັນປະທານອາຊຽນນັ້ນ, ໃນປີ 2024 ນີ້ ສປປ ລາວ ພວກເຮົາແມ່ນໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານອາຊຽນ ເທື່ອທີ 3 ເຊິ່ງແຜນວຽກບູລິມະສິດຄັ້ງນີ້ ແມ່ນໄດ້ເນັ້ນໃສ່ການສົ່ງເສີມຂົງເຂດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສົ່ງເສີມການຫຼຸດຜ່ອນຊ່ອງຫວ່າງຄວາມແຕກໂຕນດ້ານການພັດທະນາ ລະຫວ່າງບັນດາປະເທດອາຊຽນ ແລະ ການສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດອາຊຽນ ເຊິ່ງບັນດາຫົວຂໍ້ເຫຼົ່ານີ້ລ້ວນແຕ່ເປັນຂໍ້ລິເລີ່ມ ແລະ ເປັນບູລິມະສິດ ຂອງ ສປປ ລາວ  ທີ່ໄດ້ຜັກດັນໃຫ້ມີການຈັດຕັ້ງປະຕິບັດໃນຂອບອາຊຽນ. ນອກຈາກນີ້ ຍັງຈະຮັບຟັງການລາຍງານ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວຽກງານປະຊາຄົມເສດຖະກິດອາຊຽນ 2025 ຫລື AEC 2025 ຂອງ ສປປ ລາວ.

ສຸດທ້າຍ, ທ່ານໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມທັງໝົດ ຈົ່ງຖືເອົາເວທີນີ້ ໃນການປຶກສາຫາລື ແລະ ປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ແຕ່ລະຫົວຂໍ້ໃນການບັນຍາຍ ຫາກມີຈຸດໃດ ຫລື ປະເດັນໃດ ທີ່ບໍ່ຈະແຈ້ງ ຫລື ບໍ່ເຂົ້າໃຈ ແມ່ນສະເໜີແລກປ່ຽນ ຖາມ-ຕອບ ໄດ້ ແລະ ອວຍພອນໃຫ້ກອງປະຊຸມຄັ້ງນີ້ຈົງປະສົບຜົນສຳເລັດ.

 ຂ່າວ-ພາບ: ເພັດປະກາຍ ສີສົມບູນ