ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ ສປປ ລາວ ຈະເປັນເຈົ້າພາບ

DSC_2060

          ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ ສປປ ລາວ ຈະເປັນເຈົ້າ ພາບ ໄດ້ເປີດຂຶ້ນໃນວັນທີ 9 ມີນາ 2024 ນີ້ ທີ່ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາສາຊິກອາຊຽນ, ທ່ານຍິງ ແລະ ທ່ານຊາຍ ທີ່ນັບຖື.
IMG_1587
            ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນຮອດປີ 2025 ແລະ ການກໍານົດວິໄສທັດການສ້າງປະຊາຄົມອາຊຽນໃນປີ 2045. ພ້ອມດຽວກັນ, ກໍໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ຕໍ່ອິນໂດເນເຊຍ ທີ່ໄດ້ເຮັດໜ້າທີ່ເປັນປະທານອາຊຽນໃນປີ 2023 ໄດ້ເປັນຢ່າງດີ ແລະ ມີໝາກຜົນອັນໜ້າຊື່ນຊົມ. ພາຍໃຕ້ການນຳພາຂອງອິນໂດເນເຊຍ ອາຊຽນໄດ້ເຮັດສໍາເລັດຫຼາຍໜ້າວຽກທີ່ສໍາຄັນ ໃນການກ້າວໄປສູ່ເປົ້າໝາຍຂອງການສ້າງປະຊາຄົມເສດຖະກິດອາຊຽນ 2025, ເຊິ່ງຖືເປັນການວາງພື້ນຖານ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການບັນລຸເປົ້າໝາຍລວມຂອງອາຊຽນ, ທັງເປັນການສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ, ຄວາມພະຍາຍາມ ແລະ ການປັບຕົວຂອງພວກເຮົາ ໃນການປະເຊີນໜ້າກັບສິ່ງທ້າທາຍຕ່າງໃນປີຜ່ານມາ. ພ້ອມນີ້, ກໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ ປະເທດ ຕິມໍເລສເຕ ທີ່ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີອົງການການຄ້າໂລກຄັ້ງທີ 13 ທີ່ ອາບູດາບີ, ສະຫະລັດ ອາຣັບເອມິເລັດ. ພວກເຮົາຫວັງວ່າປະເທດ ຕິມໍເລສເຕ ຈະໄດ້ເຂົ້າຮ່ວມໃນຄອບຄົວອາຊຽນໃນໄວໆນີ້, ເຊິ່ງຈະເປັນການເພີ່ມທະວີຄວາມເຂັ້ມແຂງ ແລະ ຄວາມຈະເລີນຮຸ່ງເຮືອງ ໃຫ້ກັບພາກພື້ນຂອງພວກເຮົາ.
IMG_0579
        ປີນີ້ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເປັນປະທານອາຊຽນ ຊຶ່ງເປັນຊ່ວງເວລາທີມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ຊຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາຫົນທາງ ແລະ ການກໍານົດວິທີການທີ່ຖືກຕ້ອງມາແກ້ໄຂບັນດາບັນຫາສິ່ງທ້າທາຍເຫຼົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນຂອງອາຊຽນສໍາລັບປີ 2024 ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໃນອະນາຄົດ”. ການປຶກສາຫາລືຄັ້ງນີ້, ແມ່ນສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຮ່ວມກັນຂອງພວກເຮົາ ທີ່ຈະຊຸກຍູ້ວາລະເສດຖະກິດຂອງອາຊຽນໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ພວກເຮົາຈະຮ່ວມກັນພິຈາລະນາຫົວຂໍ້ສໍາຄັນຕ່າງໆ ຂອງປີ 2024 ເປັນຕົ້ນ: ການພິຈາລະນາຮັບຮອງເອົາແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຮ່ວມມືກັບພາຍນອກ.
          ເພື່ອຮັບປະກັນຜົນສໍາເລັດ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ທ່ານ ມະໄລທອງ ກົມມະສິດ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ເພື່ອໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມື ເຊິ່ງຈະນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາ ມາໃຫ້ປະຊາຊົນອາຊຽນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນຂອງພວກເຮົາ.

ພາບ-ຂ່າວ: ໄພວັນ ໂຄດວັນທາ

ເພັດປະກາຍ ສີສົມບູນ