ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ເສົາຄໍ້າປະຊາຄົມເສດຖະກິດ ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30

 

WhatsApp Image 2024-03-08 at 22.10.44 (1)

          ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ເສົາຄໍ້າປະຊາຄົມເສດຖະກິດ ອາຊຽນ ໃນວັນທີ 8 ມີນາ 2024 ທີ່ ໂຮງແຮມພູແມນ (Pullman) ນະຄອນຫຼວງພະບາງ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 (PREPARATORY SEOW MEETING FOR THE 30th AEM RETREAT), ໂດຍການເປັນປະທານຂອງທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມການຄ້າຕ່າງປະເທດ ແລະ ຮ່ວມມືເສດຖະກິດສາກົນ ກະຊວງອຸດສາຫະກຳ ແລະ ການຄ້າ, ເປັນປະທານຮ່ວມໂດຍ ທ່ານ ຊາດວິນເດີ ຊິນ ຮອງເລຂາທິການໃຫຍ່ອາຊຽນ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

IMG_5108

ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈາລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ໃນນາມປະທານກອງປະຊຸມ ໄດ້ກ່າວບາງຕອນວ່າ: ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນແບບວົງແຄບຄັ້ງນີ້ ຈຸດປະສົງແມ່ນເພື່ອປຶກສາຫາລືກະກຽມທາງດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ຈະຈັດຂຶ້ນໃນວັນທີ 9 ມີນາ 2024.

IMG_5144

ກອງປະຊຸມຂອງພວກເຮົາ ໄດ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການກະກຽມ ແລະ ປຶກສາຫາລືບັນດາວາລະທີ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຈະພິຈາລະນາ ເປັນຕົ້ນແມ່ນ: ຄວາມຄືບໜ້າໃນການກະກຽມຮັບຮອງແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ເພື່ອສະເໜີຕໍ່ກອງປະຊຸມລັດຖະມົນຕີພິຈາລະນາຮັບຮອງ, ການຈັດຕັ້ງປະຕິບັດແຜນວຽກບູລິມະສິດປະຈໍາປີ 2024, ຄວາມຄືບໜ້າການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ, ການເຈລະຈາຂອບສັນຍາວ່າດ້ວຍການຄ້າດີຈີຕອນອາຊຽນ, ບັນດາຂໍ້ລິເລີ່ມເພື່ອຄວາມຍືນຍົງຂອງອາຊຽນ, ຄວາມຄືບໜ້າໃນການເຈລະຈາຂອບວຽກວ່າດ້ວຍການອໍານວຍຄວາມສະດວກດ້ານການບໍລິການໃນອາຊຽນ ເພື່ອສະເໜີໃຫ້ລັດຖະມົນຕີພິຈາລະນາຮັບຮອງ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ການສ້າງວິໄສທັດປະຊາຄົມອາຊຽນ  2045 ແລະ ແຜນຍຸດທະສາດໃນການຈັດຕັ້ງປະຕິບັດ ເປັນຕົ້ນ.

ພາບ: ໄພວັນ ໂຄດວັນທາ

ຂ່າວ: ເພັດປະກາຍ ສີສົມບູນ